Breaking News

ຕາຮັກເດ້! ກຽມເປັນພໍ່ແມ່ຄົນແລ້ວ ແອັບເປີ້ນ-ຟຣຸກ ພາລູກໃນທ້ອງທ່ອງທ່ຽວ

ແບ່ງປັນ

ຄວາມຮັກເປັນສິ່ງທີ່ງົດງາມສະເໝີ ໂດຍສະເພາະຄວາມຮັກທີ່ສົມບູນແບບ “ພໍ່-ແມ່-ລູກ”, ຕາຮັກ ຕາແພງຫຼາຍໆ ເປັນຄູ່ຮັກທີ່ຫຼາຍຄົນເປັນແຟນຄລັບມາຕັ້ງແຕ່ຕອນເປັນແຟນ ຈົນແຕ່ງດອງ ແລະ ຫຼ້າສຸດ ແອັບເປີ້ນ ສີສະຫງຽນ ແລະ ຟຣຸກ ຈິຣະ ຄູ່ຮັກສາວລາວ-ບ່າວໄທ ຂວັນໃຈແຟນໆ ກໍກຳລັງມີຂ່າວດີ ເຊິ່ງປັດຈຸບັນ ແອັບເປີ້ນ ກຳລັງຖືພາມີລູກນ້ອຍໄດ້ປະມານ 4ເດືອນແລ້ວ.

ຫຼ້າສຸດ ທັງສອງກໍຄວງກັນເດີນທາງທ່ອງທ່ຽວ ສ.ເກົາຫລີ ແຖມຍັງມີໂມເມັ້ນໜ້າໆມາໃຫ້ແຟນໆໄດ້ອັບເດດກັນເຊັ່ນເຄີຍ

ເບິ່ງແລ້ວເປັນຕາຮັກ ຕາແພງສຸດໆເລີຍວ່າບໍ່ແຟນໆ, ຢ່າງໃດກໍຂໍສະແດງຄວາມຍິນດີກັບ ແອັບເປີ້ນ ສີສະຫງຽນ ແລະ ຟຣຸກ ຈິຣະ ທີ່ກຳລັງຈະມີ Baby ໂຕນ້ອຍໆ ເອີ້ນໄດ້ວ່າທັງສອງກຳລັງກຽມເປັນພໍ່ແມ່ຄົນກັນແລ້ວເດີ້.

ຮູບພາບ: Appleminiberry , Fluke Jira

ແບ່ງປັນ