Breaking News

ສື່ໃຫ້ຄວາມສົນໃຈ! ອະດີດນາງງາມລາວເວທີດັງ ເດີນທາງຮ່ວມງານປະກາດຜົນລາງວັນລະດັບປະເທດຂອງໄທ 

ແບ່ງປັນ

Hello ເຮັດວຽກ ຫຼື ຮຽນໃນມື້ນີ້ເປັນແນວໃດແດ່ ເມື່ອຍບໍ່?ມາພັກຜ່ອນສະໝອງກັບຂ່າວສານຄົນດັງວົງການບັນເທີງ ຫຼ້າສຸດ ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos 2017 ກໍໄດ້ເດີນທາງໄປຮ່ວມງານປະກາດຜົນລາງວັນ “Dara Daily Awards 8” ທີ່ບາງກອກ ປະເທດໄທ

ເຊິ່ງ ນຸ້ຍ ສຸພາພອນ ໃນຖານະ ນາງງາມ/ນັກສະແດງ/ນາງແບບຈາກປະເທດລາວ ກໍມີໂອກາດໄດ້ຮ່ວມເດີນພົມແດງ ຮ່ວມກັບດາລາ ສິລະປິນ ແລະ ຄົນດັງຫຼາຍທ່ານທີ່ເດີນທາງມາຮ່ວມໃນງານດັ່ງກ່າວ

ແລະ ຍັງບໍ່ໝົດພຽງແຕ່ເທົ່ານັ້ນ ເພາະ ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos 2017 ກໍເປັນອີກໜຶ່ງ ແມ່ຍິງລາວ ທີ່ໄປສ້າງຊື່ສຽງໃຫ້ກັບປະເທດ ເພາະຫຼັງຈາກທີ່ນາງໄດ້ເດີນທາງໄປເປັນຕົວແທນຂອງແມ່ຍິງລາວໃນເວທີ ນາງງາມຈັກກະວານ (Miss Universe) ທີ່ USA ໃນປິ 2017,

ຫຼັງຈາກນັ້ນນາງກໍມີຜົນງານທາງວົງການບັນເທີງເລື້ອຍໆ ແຖມນາງຍັງມືໂອກາດໄດ້ຮ່ວມສະແດງຮູບເງົາ ແລະ ສະແດງເອັມວີເພງດັງຂອງປະເທດໄທຫຼາຍເພງ ຈົນເຮັດໃຫ້ບັນດາແຟນໆ ແລະ ບັນສື່ມວນຊົນໃຫ້ຄວາມສົນໃຈນາງກັນຢ່າງຫຼວງຫຼາຍ

#ຢ່າລືມແຊຣເພື່ອເປັນກຳລັງໃຈໃຫ້ນັກສະແດງຈາກລາວ

ຮູບພາບ: FB/Nui Souphaphone 

Story: ຊະນີIndy

ແບ່ງປັນ