Breaking News

ແມ່ຕູ້ທວດຊາວຍີ່ປຸ່ນຖືກບັນທຶກສະຖິຕິ ກາຍເປັນຜູ້ທີ່ມີອາຍຸຍືນຍາວທີ່ສຸດໃນໂລກ

ແບ່ງປັນ

ກິນເນສ ເວີ ເຣັກຂອດ (Guinness world records) ໄດ້ບັນທຶກສະຖິຕິທີ່ສຸດຂອງໂລກ ປະກາດໃຫ້ ແມ່ຕູ້ທວດ ຄາເນະ ທານາກະ ຈາກປະເທດ ຍີ່ປຸ່ນ ອາຍຸ 116 ປີ ເປັນຜູ້ທີ່ມີອາຍຸຍືນຍາວທີ່ສຸດໃນໂລກ ແລະ ຍັງຄົງມີຊີວິດຢູ່ ເຖິງແມ່ນວ່າ ແມ່ຕູ້ທວດ ຄາເນະ ຈະມີບັນຫາກ່ຽວກັບສຸຂະພາບ ແຕ່ເພິ່ນກໍມີຄວາມສຸກ ແລະມ່ວນກັບທຸກໆຊ່ວງຂອງຊີວິດ

อายุยืน

ຄາເນະ ທານາກະ ເກີດວັນທີ 2 ມັງກອນ 1903 (ລວມອາຍຸ 116 ປີ) ຊຶ່ງເປັນປີດຽວທີ່ນັກຄົ້ນຄວ້າໄດ້ຄິດຄົ້ນເຮືອບິນລຳທຳອິດຂອງໂລກໄດ້ສຳເລັດ, ແມ່ຕູ້ທວດ ຄາເນະ ເປັນລູກຄົນທີ່ 7 ແລະ ມີບຸດ 5 ຄົນກັບສາມີທີ່ມີຊື່ວ່າ ຮິເດໂອະ ທານາກະ ເຊິ່ງກ່ອນວັນທີ່ຈະແຕ່ງງານທັງສອງບໍ່ເຄີຍເຫັນໜ້າ ແລະບໍ່ເຄີຍໄດ້ເວົ້າລົມກັນມາກ່ອນ, ສາມີຂອງເພິ່ນເປັນຜູ້ຜະລິດ ແລະ ເຮັດທຸລະກິດຂາຍເຂົ້າໜຽວ ເຂົ້າໜົມຍີ່ປຸ່ນ ແລະ ເສັ້ນອຸດົ້ງ

อายุยืน

ພໍຮອດປີ 1937 ສາມີຂອງແມ່ຕູ້ທວດ ຄາເນະ ກໍໄດ້ຖືກເອີ້ນຕົວໃຫ້ໄປເປັນທະຫານຮັບໃຊ້ຊາດ ເພິ່ນຈຶ່ງໄດ້ມາເບິ່ງທຸລະກິດຂອງຄອບຄົວ ພ້ອມທັງຮັບໜ້າທີ່ແມ່ທີ່ຕ້ອງເບິ່ງແຍງລູກເຖິງ 5 ຄົນ

ນີ້ຄືເຄັດລັບອາຍຸຍືນຂອງ ແມ່ຕູ້ທວດ ຄາເນະ:

  • ຕື່ນເຊົ້າ ເພິ່ນຕື່ນນອນ 6 ໂມງເຊົ້າທຸກໆມື້ ເພື່ອພ້ອມທີ່ຈະຮັບອາກາດບໍລິສຸດ ແລະ ເລີ່ມຕົ້ນວັນໃໝ່
  • ພັດທະນາສະໝອງ ສິ່ງທີ່ເພິ່ນມັກເຮັດເປັນປະຈຳກໍຄື ການອ່ານ ແລະ ຮຽນວິຊາຄະນິດສາດ
  • ເຮັດກິດຈະກຳຢູ່ສະເໝີ ເພິ່ນກາຍເປັນຜູ້ຊ່ຽວຊານການຫຼິ້ນບອດເກມຄາສສິກ ແລະ ເພິ່ນຍັງມັກຫຼິ້ນເກມກັບເຈົ້າໜ້າທີ່ໆເບິ່ງແຍງບ້ານພັກຄົນຊະລາ ເຊິ່ງເກມທີ່ມັກທີ່ສຸກກໍຄື ໂອເທວໂລ  (Othello)
  • ກິນຊ໋ອກໂກແລັດ ແລະ ກິນກາເຟເປັນປະຈຳ ໃນມື້ທີ່ Guinness world records ມາເຮັດການບັນທຶກສະຖິຕິ ເພິ່ນກໍໄດ້ຮັບກ່ອງຊ໋ອກໂກແລັດເປັນຂອງຂວັນ ແລະ ກໍໄຂກິນທັນທີ

คาเนะ ทานากะ

ແລະ ຄວາມລັບທີ່ສຳຄັນຂອງ ແມ່ຕູ້ທວດ ຄາເນະ ທີ່ເຮັດໃຫ້ອາຍຸຍືນຍາວກໍຄືເພິ່ນບໍ່ເຄີຍໝົດຫວັງບໍ່ວ່າຈະເກີດບັນຫາຫຍັງຂຶ້ນກໍຕາມ ຮູ້ຈັກໃຊ້ຊີວິດໃຫ້ມີຄວາມສຸກກັບບັນຫາທີ່ເກີດຂຶ້ນ ແລະ ເພິ່ນຍັງບອກອີກວ່າ…ເພິ່ນຢາກຈະມີຊີວິດໄປຈົນເຖິງອາຍຸ 120 ປີ.

ທີ່ມາ https://brightside.me/

ແບ່ງປັນ