Breaking News

ສ່ອງ! ນາງແບບລາວໂຊຜົນງານຕໍ່ເນື່ອງ ຫຼັງ Come back ສູ່ວົງການບັນເທິງອີກຄັ້ງ!!!

ແບ່ງປັນ

ມາອັບເດດຂ່າວສານຂອງວົງການບັນເທີງບ້ານເຮົາ ເວົ້າຊື່ ສຸວິຕາ ດາລາສັກ (ຕານ້ອຍ) ແຟນໆບາງທ່ານອາດຈະເປັນແຟນຄລັບຂອງນາງ ແຕ່ບາງທ່ານກໍຍັງງົງໆວ່າແມ່ນໃຜນໍ? ບອກເລີຍວ່າສາວຄົນນີ້ມີຜົນງານມາແລ້ວຢ່າງຫຼວງຫຼາຍ ອະດີດພິທີກອນລາຍການດັງ ແລະ ຫຼ້າສຸດນາງກໍໄດ້ Come back ສູ່ວົງການບັນເທິງ ພ້ອມທັງມີຜົນງານຢ່າງຕໍ່ເນື່ອງ…

ຕານ້ອຍ ສຸວິຕາ ອາຍຸ 26 ປີ ເປັນອີກໜຶ່ງສາວທີ່ມີຜົນງານໃນວົງການບັນເທີງຢ່າງຫຼວງຫຼາຍ ໂດຍນາງເລີ່ມຈາກການຖ່າຍແບບປະຕິທິນດ້ວຍໄວພຽງແຕ່ 16ປີ ຕໍ່ມາກໍມີໂອກາດຖ່າຍແບບຂຶ້ນປົກໃຫ້ກັບວາລະສານຊັ້ນນຳລະດັບປະເທດຫຼາຍສະບັບ, ມີຜົນງານເດີນແບບ, ເປັນພຣີເຊັນເຕີ້ສິນຄ້າ, ພິທີກອນລາຍການໂທລະພາບ (ລາຍການທີ່ທຸກຄົນຮູ້ຈັກຫຼາຍທີ່ສຸດແມ່ນ ລາຍການ ເຈັດວັນຫັນສາ), ໂຄສົກວິທະຍຸ ຖ້າຫາກໃຜຍັງຈື່ໄດ້ ຕານ້ອຍ ເຄີຍເປັນນາງເອກເອັມວີເພງ “ບໍ່ຮັກເປັນຫຍັງບໍ່ເລີກ” ຂອງໜຸ່ມຈິມມີ້ ທີ່ເປັນອີກເພງໜຶ່ງທີ່ຕິດຫູໃຜຫຼາຍໆຄົນໃນຕອນນັ້ນ,

ແຕ່ໄລຍະຫຼັງໆ ຕານ້ອຍ ກໍໄດ້ຫາຍໜ້າຫາຍຕາຈາກວົງການບັນເທີງໄປໄລຍະໜຶ່ງ ເພາະນາງຕິດພາລະກິດການຮຽນ

ປັດຈຸບັນນາງ Come back ສູ່ວົງການບັນເທີງແລ້ວ ແຖມເມື່ອປີ 2018 ທີ່ຜ່ານມາ ນາງຍັງໂກອິນເຕີມີໂອກາດໄປຮ່ວມງານໃນຖານະເປັນແບຣນແອັມບາສເດີ້ໃຫ້ກັບເສື້ອຜ້າແບຣນດັງ ທີ່ປະເທດໄທ ທີ່ສ້າງສັນໂດຍດີຊາຍເນີ້ຊື່ດັງລະດັບໂລກ ໄກ່ ອູກັສ ຮ່ວມກັບນາງແບບແຖວໜ້າຂອງປະເທດເພື່ອນບ້ານອີກຫຼາຍທ່ານ

ປັດຈຸບັນ  ຕານ້ອຍ ສຸວິຕາ ນາງກໍກຳລັງມີຜົນງານທາງດ້ານສາຍບັນເທີງລາວເຮົາຢ່າງຕໍ່ເນື່ອງ, ເອົາເປັນວ່າຝາກແຟນໆຕິດຕາມ ແລະ ໃຫ້ກຳລັງໃຈຜົນງານຂອງນາງແບບລາວກັນຫຼາຍໆເນາະ.

#ເຮົາຄົນລາວສະໜັບສະໜູນນາງແບບລາວສູ່ເວທີສາກົນ

ຮູບພາບ: FB/Tanoy Dalasack 

ແບ່ງປັນ