Breaking News

ເກັ່ງຫຼາຍ! ສ່ອງຜົນການຮຽນ ຟ້າໃສ Miss Grand Laos ຫຼ້າສຸດເດີນທາງໄປສຶກສາຕໍ່ທີ່ USA

ແບ່ງປັນ

ເປັນອີກໜຶ່ງສາວທີ່ແຟນໆໃຫ້ການຕິດຕາມ ມາອັບເດດຄວາມຄືບໜ້າຂອງ ຈິນນະລີ ນໍລະສິງ (ຟ້າໃສ) Miss Grand Laos 2017 ຫຼັງຈາກທີ່ໄປເຮັດໜ້າທີ່ຕົວແທນແມ່ຍິງລາວໃນເວທີລະດັບໂລກ Miss Grand International 2017 ຈົນເປັນທີ່ຮູ້ຈັກ ແລະ ໄດ້ຮັບສຽງຍ້ອງຍໍຈາກຕ່າງຊາດເຖິງຄວາມສາມາດຂອງແມ່ຍິງລາວ

ຫຼ້າສຸດນາງກໍໄດ້ບິນລັດຟ້າເພື່ອໄປສຶກສາຕໍ່ທີ່ USA ແລະ ຟ້າໃສ ຈິນນະລີ ຍັງໄດ້ອັບເດດຜົນການຮຽນຂອງນາງຜ່ານອິນສະຕາແກຣມໃຫ້ໄດ້ອັບເດດກັນອີກດ້ວຍ,

ເຊິ່ງຜົນການຮຽນຂອງນາງຖືວ່າເປັນຄະແນນສະເລ່ຍທີ່ດີຫຼາຍ ຈົນມີບັນດາໝູ່ເພື່ອນ ແລະ ແຟນໆເຂົ້າໄປສະແດງຄວາມຍິນດີ ແລະ ຍ້ອງຍໍສາວຄົນນີ້ເຖິງຄວາມຕັ້ງໃຈ ເອົາໃຈໃສ່ຕໍ່ການຮຽນ ກັນຢ່າງຫຼວງຫຼາຍ

ເຫັນແລ້ວກໍໜ້າຍິນດີ ສົມແລ້ວທີ່ເປັນຂວັນໃຈຂອງແຟນໆທຸກໆຄົນ

ຢ່າງໃດກໍຂໍໃຫ້ ນ້ອງ ຟ້າໃສ ຈິນນະລີ ເຮັດສິ່ງທີ່ດີແບບນີ້ ແລະ ໜ້າເອົາເປັນແບບຢ່າງໃຫ້ນ້ອງໆ ແລະ ໝູ່ເພື່ອນຕໍ່ໄປ ຂໍເປັນກຳລັງໃຈໃຫ້ກໍແລ້ວກັນເນາະ.

ຮູບພາບ: IG/fasainorasing

ແບ່ງປັນ