ສູດຫຼຸດນໍ້າໜັກ ພາຍໃນ 5 ນາທີ
ຢາກຮູບຮ່າງດີ ແຕ່ເວລາໜ້ອຍ ເຮັດແນວໃດດີນໍ້? ບໍ່ຕ້ອງກັງວົນອີກຕໍ່ໄປ ລອງເອົາເຄັດລັບການຫຼຸດນໍ້າໜັກງ່າຍໆໃຜໆກໍ່ເຮັດໄດ້ມາແນະນໍາ ເຊິ່ງໃຊ້ເວລາໃນການອອກກໍາລັງກາຍພຽງແຕ່ 5 ນາທີຕໍ່ມື້ເທົ່ານັ້ນ ສາວໆກໍສາມາດມີຫຸ່ນທີ່ດີທີ່ງາມໄດ້ ແລະຈະມີທ່າໃດແດ່ນັ້ນເຮົາໄປເບິ່ງກັນເລີຍ…
- ໜ້າທ້ອງແບນລຽບດ້ວຍການຢືດຮ່າງກາຍ ກໍານົດລົມຫາຍໃຈໄວ້ຢູ່ທ້ອງ
- ຍົກມືຂຶ້ນສູງເໝືອຫົວ ໃຫ້ແຂນແນບໄວ້ຂ້າງຫູທັງສອງຂ້າງ
- ອ້າຂາອອກໃຫ້ເປັນມຸມ 45 ອົງສາ ງໍຫົວເຂົ່າ ໃຫ້ຮູ້ສຶກວ່າຢືນສະບາຍໆຄ້າງໄວ້ 30 ວິນາທີ
- ຫາຍໃຈເຂົ້າທາງດັງ ແລະ ຫາຍໃຈອອກທາງປາກ 30 ວິນາທີຄືກັນ
- ຍົກມືຂຶ້ນສູງເໜືອຫົວ ໃຫ້ແຂນແນບໄວ້ຂ້າງຫູທັງສອງຂ້າງຄືເກົ່າ
- ງ່ຽງລໍາຕົວໄປດ້ານຫຼັງ ເພື່ອກໍານົດລົມຫາຍໃຈທີ່ໜ້າທ້ອງໄດ້ຢ່າງສົມບູນ
- ຍົກມືຂຶ້ນສູງ ຈາກນັ້ນຜ່ອນຄາຍດ້ວຍການຄ່ອຍໆໂນ້ມຕົວກົ້ມລົງໄປດ້ານໜ້າ
- ຕາມດ້ວຍບິດຕົວໄປດ້ານຊ້າຍ ແລະ ຂວາເພື່ອໃຫ້ຮູ້ສຶກຜ່ອນຄາຍ
- ຫຼຸດກົ້ນ ແລະ ສະໂພກດ້ວຍການອອກກໍາລັງກາຍທ່ານີ້
- ນັ່ງຕັ້ງເຂົ່າ ຈາກນັ້ນນໍາຂາຂ້າງຊ້າຍວາງພາດໄວ້ເທິ່ງຫົວເຂົ່າດ້ານຂວາ ໂດຍໃຊ້ແຂນທັງສອງຂ້າງຢັນພື້ນເອົາໄວ້
- ການຍົກຕີນຂຶ້ນພາດຫົວເຂົ່າ ຈະຊ່ວຍເປີດສະໂພກ, ກົ້ນ ແລະ ແອວໃຫ້ມີຂະໜາດນ້ອຍລົງ
- ເຮັດຂ້າງລະ 10 ວິນາທີ
- ຢືນດ້ວຍປາຍຕີນ
- ຢືນຊື່ ຍື່ນມືອອກໄປດ້ານໜ້າໃຫ້ຂະໜານກັບພື້ນ ແລະ ດູດລົມຫາຍໃຈເຂົ້າໃຫ້ເຕັມປອດ
- ໃນຂະນະທີ່ຫາຍໃຈອອກໃຫ້ນັ່ງລົງຊ້າໆ ໃຫ້ຂາໂຕ້ຂະໜານກັບພື້ນ ແຕ່ສົ້ນຕີນຍັງຕິດຢູ່ກັບພື້ນ ນອກຈາກນີ້ຍັງຕ້ອງລະວັງ ບໍ່ໃຫ້ຫົວເຂົ່າຍື່ນອອກໄປດ້ານໜ້າເກີນນິ້ວຕີນ
- ຄ່ອຍໆ ຢ່ອງປາຍຕີນຂຶ້ນ ສາວໆຈະຮູ້ສຶກເກັງກ້າມຊີ້ນໜ້າທ້ອງ ແລ້ວຄ່ອຍໆຫາຍໃຈຊ້າໆ 5 ຄັ້ງ ຈາກນັ້ນຄ່ອຍໆ ເອົາສົ້ນຕີນລົງ
- ເວລາຖູແຂ້ວກໍຫຼຸດຂາ, ໜ້າທ້ອງ ແລະ ກົ້ນໄດ້ອີກ
- ຢືນຕົນຕົວຊື່ ອ້າຕີນອອກໃຫ້ເປັນມູມ 90 ອົງສາ ປ່ອຍໃຫ້ບ່າໄຫຼ່ ແລະ ແຂນໃຫ້ເປັນໄປຕາມທໍາມະຊາດ ເຮົາກຽມຢືດກະດູກສັນຫຼັງ ເພື່ອຫຼຸດໜ້າທ້ອງ, ຕົ້ນຂາ ແລະກົ້ນ
- ຄ່ອຍໆຢ່ອງປາຍຕີນ ໂດຍທີ່ຕໍາແໜ່ງຂອງຕີນກໍຍັງຫ່າງກັນເປັນມຸມ 90 ອົງສາຄືເກົ່າ
- ຢ່ອງປາຍຕີນຂຶ້ນລົງແນວນີ້ເປັນເວລາ 1 ນາທີ
ເປັນແນວໃດແດ່ໄດ້ຮູ້ວິທີແລ້ວກໍລອງເອົາສູດໄປນຳໃຊ້ເບິ່ງເນາະ ແລະ ຖ້າຢາກໃຫ້ການຫຼຸດນໍ້າໜັກໄດ້ປະສິດທີພາບດີຍິ່ງຂຶ້ນ ກໍຄວນອອກກຳລັງກາຍສະໜໍ່າສະເໝີ ແລະ ຄວນຮັບປະທານອາຫານທີ່ມີປະໂຫຍດດີຕໍສຸຂະພາບ ແນະນຳເມນູ ປັ່ນໝາກໄມ້ (HEALTHY SMOOTHIE) ເພື່ອສຸຂະພາບຈາກທາງຮ້ານ Kaogee Cafe ກິນແລ້ວຈະຮູ້ສຶດສົດຊຶ່ນ ເພີ່ມພະລັງ ບໍ່ຕຸ້ຍ ຜິວພັນກໍງາມ-ສົດໃສ ແຖມກິນແລ້ວຍັງຊ່ວຍເຮັດໃຫ້ມີສຸຂະພາບ ແລະ ຮູບຮ່າງທີ່ດີອີກດ້ວຍ.