ມື້ນີ້ “ລູກຊາວບ້ານ” ຈະພາມາຮູ້ຈັກກັບເລື່ອງການບັນທຶກບໍ່ໃຫ້ສວຍໂອກາດຂຶ້ນລາຄາສິນຄ້າໃນທ້ອງຕະຫຼາດ. ພະແນກອຸດສາຫະກໍາ ແລະ ການຄ້ານະຄອນຫລວງວຽງຈັນ ກຽມລົງເຮັດບົດບັນທຶກກັບຜູ້ປະກອບ, ຮ້ານຊັບພະສີນຄ້າ ແລະ ຊາວຄ້າຂາຍຕາມທ້ອງຕະຫຼາດ ພາຍໃນ 5 ເມືອງຄື: ເມືອງຈັນທະບູລີ, ໄຊເສດຖາ, ສີສັດຕະນາກ, ສີໂຄດຕະບອງ ແລະ ເມືອງໄຊທານີ ເພື່ອບໍ່ໃຫ້ສວຍໂອກາດປັບຂຶ້ນລາຄາສິນຄ້າໂພສະນາການ. ນອກນັ້ນ; ຂະແໜງກ່ຽວຂ້ອງໄດ້ກໍານົດລາຄາສີນຄ້າທີ່ກະທົບໄວ ຫລື ສີນຄ້າທີ່ລັດຄຸ້ມຄອງ ເຊັ່ນ: ລາຄາຊິ້ນໝູ ແມ່ນໃຫ້ຂາຍບໍ່ໃຫ້ເກີນ 35.000/ໂລ. ນອກຈາກນີ້; ລາຄາປະເພດເຄື່ອງອຸປະໂພກ-ບໍລິໂພກທົ່ວໄປກໍໃຫ້ຕິດສະຫຼາກ ເປັນພາສາລາວ ແລະ ຕິດລາຄາເປັນເງິນກີບ, ເຊິ່ງ ໜ່ວຍງານສະເພາະກິດໄດ້ມີການກໍານົດເປົ້າໝາຍຕະຫຼາດໃຫຍ່ 17 ແຫ່ງ, ຮ້ານຊັບພະສິນຄ້າ 1 ແຫ່ງ, ຮ້ານສະດວກຊື້ ແລະ ຮ້ານຂາຍຍ່ອຍທົ່ວໄປ 48 ແຫ່ງ, ຮ້ານມິນິມາກ 23 ແຫ່ງ ແລະ ບໍລິສັດ ການຄ້າຂາອອກ-ຂາເຂົ້າ 14 ແຫ່ງ, ພ້ອມທັງກໍານົດລາຍການສິນຄ້າທີ່ຕ້ອງຕິດລາຄາຈຳນວນ 169 ລາຍການ ແລະ ການບໍລິການທີ່ຕ້ອງຕິດລາຄາອີກ 45 ລາຍການເພື່ອແຈ້ງ ໃຫ້ຜູ້ບໍລິໂພກຮັບຮູ້.



ທີ່ມາຈາກ: Lao PhatthanaNews