Breaking News

ແຈ້ງການ! ຈາກປະທານລາວສະຕາຣ໌

ແບ່ງປັນ

ໄດ້ມີແຈ້ງການຈາກ ທ່ານ ສຸລະເພັດ ແກ້ວວຽງຄຳ ປະທານບໍລິສັດຜູ້ກໍ່ຕັ້ງ ສະຖານີໂທລະພາບລາວສະຕາຣ໌ ກ່ຽວກັບກໍລະນີເລື່ອງ ທ່ານ ທະນູສອນ ແກ້ວວຽງຄຳ ຫຼື ທີ່ຮູ້ກັນໃນນາມ “ກູ້ ລາວສະຕາຣ໌” (ເປັນນ້ອງຊາຍ ທ່ານ ສຸລະເພັດ ແກ້ວວຽງຄຳ) ອະດີດ ຮອງອຳນວຍການສະຖານີໂທລະພາບລາວສະຕາຣ໌ ເຊິ່ງປະຈຸບັນເປັນ ຜູ້ອຳນວຍການ ບໍລິສັດ ທີແອນເຄອີນເວສເມັນແອນຄອນເຊົ້າຕັ້ນ ວ່າປະຈຸບັນຜູ້ກ່ຽວບໍ່ໄດ້ປະຕິບັດໜ້າທີ່ຢູ່ “ໂທລະພາບລາວສະຕາຣ໌” ແລ້ວ ແລະ ມີພຽງຊ່ວຍວຽກບາງໂຄງການບາງຄັ້ງຄາວເທົ່ານັ້ນ, ດັ່ງນັ້ນການເຄື່ອນໄຫວທີ່ບໍ່ໄດ້ແຕ່ງຕັ້ງ ແລະ ໄດ້ຮັບອະນຸຍາດຈາກທາງ ໂທລະພາບລາວສະຕາຣ໌  ຈະບໍ່ຢູ່ໃນຄວາມຮັບຜິດຊອບຂອງໂທລະພາບລາວສະຕາຣ໌!!

ທີ່ມາ ແລະ ຮູບພາບຈາກ: LAO STAR TV

ແບ່ງປັນ