Breaking News

ອາການບົ່ງບອກວ່າເປັນສັນຍານທີ່ບໍ່ດີຕໍ່ສຸຂະພາບ

ແບ່ງປັນ

ຄວາມສຸກບໍ່ແມ່ນພຽງມີສະພາບທາງດ້ານຈິດໃຈ ຫຼື ທັດສະນະຄະຕິທີ່ດີ ແຕ່ມັນກ່ຽວຂ້ອງກັບຂະບວນການທາງດ້ານເຄມີບາງຢ່າງໃນຮ່າງກາຍ ໂດຍສະເພາະຮໍໂມນທີ່ຈະຊ່ວຍໃຫ້ເຮົາມີຄວາມສຸກ ການຂາດຮໍໂມນເຫຼົ່ານີ້ຈະນຳໃຫ້ໄປສູ່ພາວຊຶມເສົ້າ, ດັ່ນນັ້ນລອງມາເບິ່ງສັນຍານຈາກຮ່າງກາຍທີ່ບົ່ງບອກວ່າເຈົ້າກຳລັງບໍ່ມີຄວາມສຸກໃນຊີວິດ.

ไม่มีความสุข

ມັກກິນຂອງຫວານ ແລະ ຂອງທອດ

ຫາກຮ່າງກາຍຕ້ອງການນໍ້າຕານ ແລະ ແປ້ງ ອາດເປັນຍ້ອນຮ່າງກາຍມີສານເຊໂທໂລນິນຕໍ່າ ສານນີ້ຈະຊ່ວຍໃຫ້ອາລົມດີ ຮູ້ສຶກຜ່ອນຄາຍ ເມື່ອກິນອາຫານເຫຼົ່ານີ້ເຂົ້າໄປກໍຈະໄປຊ່ວຍເພີ່ມຮໍໂມນ ແລະ ເຮັດໃຫ້ອາລົມດີຂຶ້ນ ແຕ່ຄວາມຮູ້ສຶກຈະເກີດຂຶ້ນພຽງຊ່ວງເວລາສັ້ນໆເທົ່ານັ້ນ ຫຼັງຈາກນັ້ນລະດັບຮໍໂມນນີ້ຈະຫຼຸດລົງ ແລ້ວຈະຮູ້ສຶກວ່າຍັງຕ້ອງການກິນຂອງຫວານຕະຫຼອດເວລາ

ຕຸ້ຍຂຶ້ນ

ເມື່ອຮ່າງກາຍຂາດຮໍໂມນໂດປາມິນ ສານແຫ່ງຄວາມສຸກຈຶ່ງສົ່ງຜົນໃຫ້ນໍ້າໜັກເພີ່ມຂຶ້ນ ນອກຈາກຄວາມຈິງທີ່ວ່າມັກກິນຂອງຫວານ ແລະ ອາຫານທີ່ບໍ່ດີຕໍ່ສຸຂະພາບ ສິ່ງນີ້ເກີດຂຶ້ນເປັນຍ້ອນກຳລັງກິນອາຫານທີ່ພະຍາຍາມຊົດເຊຍຮໍໂມນນີ້ດ້ວຍການກິນ, ດັ່ງນັ້ນຜົນຄືຈະເຮັດໃຫ້ກີນອາຫານຫຼາຍຂຶ້ນເລື້ອຍໆຈົນຕຸ້ຍຂຶ້ນນັ້ນເອງ

ເຈັບເຕົ້ານົມ

ເກີດຈາກການຂາດໂມນອື່ນໆ ທີ່ມີອິດທິພົນຕໍ່ອາລົມ ແລະ ຍັງສົ່ງຜົນຕໍ່ສຸຂະພາບຂອງເຮົາອີກດ້ວຍ ເມື່ອແມ່ຍິງມີລະດັບຮໍໂມນເອສໂຕເຈນຕໍ່າລົງຈະສົ່ງຜົນໃຫ້ເກີດອາການເຈັບໜ້າເອິກ ເຊິ່ງມັນສາມາດເກີດຂຶ້ນໄດ້ໃນຊ່ວງທີ່ກຳລັງຈະມີປະຈຳເດືອນ

ບໍ່ຢາກສົນໃຈໃຜ

ໄດ້ມີການສຶກສາພົບວ່າມີຄວາມເສື່ອມລະຫວ່າງການເອົາໃຈໃສ່ຕໍ່ຜູ້ອື່ນກັບໂຮໂມນອ໋ອກຊິໂທຊິນ ໂດຍມີຊື່ເອີ້ນວ່າ “ຮໍໂມນແຫ່ງຄວາມຮັກ” ຮໍໂມນຊະນິດນີ້ມີຜົນຕໍ່ອາລົມຂອງເຮົາ ແລະ ຖ້າຮູ້ສຶກວ່າເປັນເລື່ອງຍາກທີ່ຈະເອົາໃຈໃສ່ຜູ້ອື່ນ ຫຼື ມີບັນຫາໃນການສະແດງອອກສີໜ້າ ນັ໊ນອາດສະແດງວ່າເຮົາກຳລັງຂາດຮໍໂມນອອກຊິໂທຊິນແລ້ວເດີ້

ອາການເຈັບຫົວ

ອາການເຈັບຫົວອາດເກີດໄດ້ຈາກການຂາດຮໍໂມນໂປເຈັກຕໍໂລນ ອາການເຈັບນີ້ສົ່ງຜົນໃຫ້ເກີດອາການເຈັບໄມແກນ ຊຶ່ງຮໍໂມນນີ້ມີຄວາມສຳຄັນຫຼາຍໆໃນລະຫວ່າງຖືພາ

ນອນບໍ່ຫຼັບ

ອາການນອນບໍ່ຫຼັບເປັນອີກໜື່ງສັນຍານໃນຮ່າງກາຍວ່າສານເຊໂຣໂທນິນຢູ່ໃນລະດັບຕໍ່າ ຊຶ່ງສານຊະນິດນີ້ມີໜ້າທີ່ຄວບຄຸມອາການນອນຫຼັບ ເມື່ອສານເຊໂລໂທນິນຫຼຸດລົງຈຶ່ງສົ່ງຜົນໃຫ້ມີບັນຫາກ່ຽວກັບການນອນ ອາເປັນສາເຫດໃຫ້ເກີດຄວາມຄຽດ ແລະ ອາການຊຶມເສົ້າ

ຮ່າງກາຍສັ່ນ

ອາການສັ່ນສາມາດເກີດຂຶ້ນໄດ້ເນື່ອງຈາກການຂາດຮໍໂມນປາມີນ ຊຶ່ງເປັນສານທີ່ຊ່ວຍສ້າງຄວາມຮູ້ສຶກທີ່ດີ ເມື່ອຮໍໂມນໂດປາມີນຫຼຸດລົງຕໍ່າຈະເຮັດໃຫ້ຮູ້ສຶກເມື່ອຍ ທໍ້ ຊຶມເສົ້າ ແລະອາດເປັນສາເຫດຂອງໂຣກພາກິນສັນ ອາການນີ້ເກີດຈາກການເຄັ່ງຂອງກ້າມຊີ້ນ ເຊິ່ງສ່ວນໃຫ່ຍມັກເກີດຂຶ້ນທີ່ມື ນິ້ວມື, ນອກຈາກນີ້ຍັງກ່ຽວກັບໂຣກລະບົບທາງປະສາດອີກດ້ວຍ.

ທີ່ມາ: https://health.mthai.com/howto/health-care/27290.html?fbclid=IwAR1mB_GFwKgc_2Eo-kV3On50FFAKTiFgRiaag3I9NcjfWyVYldzoiVAx9dE

ແບ່ງປັນ