Breaking News

ກະແສຕອບຮັບດີ! ຫຼັງປ່ອຍຕົວຢ່າງ “ໄຂ່ຂວັນ” ຮູບເງົາທີ່ສ້າງຈາກທີມຜູ້ກຳກັບລາວ

ແບ່ງປັນ

ມາອັບເດດຄວາມເຄື່ອນໄຫວຂອງວົງການຮູບເງົາລາວເຮົາ ຫຼ້າສຸດປ່ອຍຕົວຢ່າງມາໃຫ້ແຟນໆໄດ້ເບິ່ງກັນແລ້ວ ສຳລັບ ຮູບເງົາເລື່ອງ “ໄຂ່ຂວັນ” / “ Expiration Date” ທີ່ໄດ້ທີມຜູ້ສ້າງ, ນັກສະແດງ ແລະ ສະຖານທີ່ຖ່າຍທຳໃນປະເທດລາວ.

ແລະ ແນ່ນອນວ່າຄົນລາວກໍຕ້ອງສະໜັບສະໜູນຮູບເງົາລາວ ເພາະຫຼັງຈາກທີ່ປ່ອຍ ຕົວຢ່າງ ຮູບເງົາເລື່ອງ “ໄຂ່ຂວັນ” ໄປບໍ່ພໍເທົ່າໃດ ກໍເຮັດໃຫ້ເກີດກະແສ ມີບັນດາແຟນໆເຂົ້າໄປກົດໄລ້ ກົດແຊຣ ສະແດງຄວາມຄິດເຫັນ ແລະ ລໍຖ້າເບິ່ງຮູບເງົາກັນຢ່າງຫຼວງຫຼາຍ…

(ສຳລັບແຟນໆທີ່ຍັງບໍ່ໄດ້ເບິ່ງ ຕົວຢ່າງ ຮູບເງົາເລື່ອງ “ໄຂ່ຂວັນ” ກໍມີມາຝາກນຳເດີ້)

Trailer: “ໄຂ່ຂວັນ” / “ Expiration Date”

ຄວາມຮັກຂອງທ່ານມີມື້ໝົດອາຍຸບໍ່? ມາພິສູດກັນ. ຕົວຢ່າງ ຮູບເງົາລາວເລື່ອງໃໝ່ “ໄຂ່ຂວັນ” / “ Expiration Date” ພົບກັນມື້ສາຍ ວັນທີ່ 11 ກໍລະກົດ 2019 ນີ້ທຸກໂຮງຮູບເງົາ!! ??ຊ່ວຍກັນເປັນກຳລັງໃຈ ໃຫ້ຄົນໃນວົງການຮູບເງົາລາວເເດ່ເດີ.ກົດ like ກົດshare ເເລະ ຝາກຕິດຕາມ ເຟດບຸກ&ໄອຈີສຳລັບຂໍ້ມູນການເຄື່ອນໄຫວ“ Expiration Date “ official trailer. Will premiere on 11 July 2019 in all Theatres

Posted by ຮູບເງົາ ໄຂ່ຂວັນ ໂດຍ LNWC on Friday, June 14, 2019

 

ໄດ້ເບິ່ງຕົວຢ່າງກໍຮູ້ສຶກຍິນດີ ແລະ ຊົມເຊີຍກັບຜົນງານຂອງທີມຜູ້ສ້າງຮູບເງົາຈາກລາວເຮົາ, ຮູບເງົາເລື່ອງ “ໄຂ່ຂວັນ”  ຈະເຂົ້າສາຍວັນທີ 11 ກໍລະກົດ 2019 ນີ້ແລ້ວເດີ້, ເອົາເປັນວ່າຝາກເປັນກຳລັງໃຈໃຫ້ທີມງານຜູ້ສ້າງ ແລະ ນັກສະແດງລາວເຮົາທຸກຄົນແດ່ເດີ້ແຟນໆ.

ທີ່ມາຄລິບ: ຮູບເງົາ ໄຂ່ຂວັນ ໂດຍ LNWC

Story: ຊະນີIndy

(ເຮົາຄົນລາວຮ່ວມສະໜັບສະໜູນຮູບເງົາລາວ)

ແບ່ງປັນ