Breaking News

(ແມ່ຍິງລາວເກັ່ງຫຼາຍ) ຊົມເຊີຍ! ນັກທຸລະກິດແມ່ຍິງລາວໄດ້ຮັບລາງວັນດີເດັ່ນລະດັບອາຊຽນ #ແຊຣໄປໃຫ້ໂລກຮູ້

ແບ່ງປັນ

ນັບວ່າເປັນຂ່າວດີສົ່ງທ້າຍເດືອນ ມິຖຸນາ 2019 ຫຼ້າສຸດສະມາຄົມນັກທຸກລະກິດແມ່ຍິງລາວໄດ້ຮັບລາງວັນຜູ້ປະກອບການ “ແມ່ຍິງອາຊຽນດີເດັ່ນ ປະຈຳປີ 2019” (ASEAN Woman Entrepreneures of the year Award 2019)  ຈຳນວນ 10 ທ່ານ ໃນວັນທີ 21 ມິຖຸນາ 2019 ທີ່ ບາງກອກ ປະເທດໄທ,  ໂດຍການນຳພາຂອງທ່ານ ນາງ ຈັນທະຈອນ ວົງໄຊ ປະທານສະມາຄົມນັກທຸລະກິດແມ່ຍິງລາວ ໃນນີ້ມີຜູ້ຮັບລາງວັນໝົດ 87 ທ່ານ ຈາກ 10 ປະເທດອາຊຽນ.

ສຳລັບທຸລະກິດທີ່ຈະໄດ້ຮັບລາງວັນນີ້ ຕ້ອງທຸລະກິດຂະໜາດນ້ອຍ ແລະ ກາງ ຂຶ້ນໄປ, ເປັນບໍລິສັດດຳເນີນກຳຈະການຢ່າງໜ້ອຍ 5 ປີ ຂຶ້ນ, ເປັນທຸລະກິດທີ່ໂດດເດັ່ນ ແລະ ມີການພັດທະນາຢ່າງເນື່ອງເລື້ອຍໆ.

ນັກທຸລະກິດແມ່ຍິງລາວ ຈຳນວນ 10 ທ່ານ ທີ່ໄດ້ຮັບລາງວັນ ASEN Award 2019ໄດ້ແກ່:

  1. ທ່ານ ນາງ ອໍລະໄທ ສັນຕິຄົງຄາ, ຄະນະບໍລິຫານງານ ສະມາຄົມນັກທຸລະກິດແມ່ຍິງລາວ (ສທຍລ), ອຳນວຍການ ແລະ ເຈົ້າຂອງບໍລິສັດ ກຣິດຕະພົງ ຈຳກັດ
  2. ທ່ານ ນາງ ສົງບັນດິດ ຍົດໝັ້ນຄົງ, ປະທານ ສທຍລ ແຂວງສະຫວັນນະເຂດ, ຜູ້ອຳນວຍການ ບໍລິສັດ ທົ່ງລະຫາສິນ ຈຳກັດ
  3. ທ່ານ ນາງ ອຸນລາພອນ ບຸນນະສິນ ປະທານ ສທຍລ ແຂວງ ຫົວພັນ, ຜູ້ອຳນວຍການບໍລິສັດ ວຽງພອນໄຊ ກໍ່ສ້າງເຄຫາສະຖານ ຂົວທາງ ແລະ ຊົນລະປະທານ.
  4. ທ່ານ ນາງ ເພັດສະໝອນ ພົມມະໄຊສີ ປະທານ ສທຍລ ແຂວງຄຳມ່ວນ ເຈົ້າຂອງໂຮງງານແກັສອຸດສາຫະກຳຄຳມ່ວນ ຈຳກັດ
  5. ທ່ານ ນາງ ບົວວັນ ໄຊພະຈັນ, ຮອງປະທ່ານ ສທຍລ ແຂວງຫຼວງນໍ້າທາ, ຮອງປະທານບໍລິສັດ ໄຊພະຈັນຂົວທາງ ຈຳກັດ.
  6. ທ່ານ ນາງຈັນທອນ ກົມໄຊ, ອຳນວຍການ ແລະ ເຈົ້າຂອງຮ້ານຄຳພູວົງ
  7. ທ່ານ ນາງ ເຂັມພອນ ພະຈັນທະວົງ ຮອງປະທານ ໂຮງພິມມັນທາຕຸຣາດ
  8. ທ່ານ ນາງ ແສງນິດມິດ ຈຸນບະມະນີ ເຈົ້າຂອງຮ້ານຊີ້ນດາດໂປ້ຍຊຽນ
  9. ທ່ານ ນາງ ສິຣິພອນ ພັນທະວົງສ໌ ອຳນວຍການ ບໍລິສັດ ວິຊາການໄຟຟ້າໂຍທາ ແລະ ກົນຈັກລາວຈຳກັດ ຜູ້ດຽວ
  10. ທ່ານ ນາງ ນັດທະລີ ມົງຄົນວິໄລ ເຈົ້າຂອງຮ້ານ Mazy Comestic

ຢ່າງໃດກໍຂໍສະແດງຄວາມຍິນດີກັບ ນັກທຸລະກິດແມ່ຍິງລາວ ຈຳນວນ 10 ທ່ານ ທີ່ໄດ້ຮັບລາງວັນລະດັບອາຊຽນໃນຄັ້ງນິ້.  #ແຊຣໄປໃຫ້ໂລກຮູ້ເຖິງຄວາມສາມາດຂອງແມ່ຍິງລາວ

ທີ່ມາ: https://www.targetlaos.com/article/40630?fbclid=IwAR3iFzvfPAl1w0NkFBHK-9jUeuMUlF8sTb912bid42ci1xMpPzi_LF0Ns-s

ແບ່ງປັນ