Breaking News

ມີລຸ້ນລາງວັນແນ່ນອນ! ຮ່ວມເປັນກຳລັງໃຈໃຫ້ໜຸ່ມລາວໃນເວທີ MISTER NATIONAL UNIVERSE 2019 ທີ່ປະເທດໄທ

ແບ່ງປັນ

ເປັນທີ່ຮືຮາອີກແລ້ວເດີ້ແຟນໆ ຫຼັງຈາກມີການເປີດເຜີຍ Mister National Universe Laos 2019 ຕົວແທນຊາຍລາວ ທີ່ຈະໄປຮ່ວມປະກວດໃນເວທີລະດັບໂລກອີກໜຶ່ງເວທີນັ້ນກໍຄືເວທີ Mister National Universe 2019 ເຊິ່ງຈັດຂຶ້ນທີ່ ປະເທດໄທ.

ເຊິ່ງໜຸ່ມຕົວແທນຈາກປະເທດລາວຄົນນີ້ມີນາມວ່າ ໄຊຍະສິດ ສຸລິຍະເຕັນ (ບີ້) ໄດ້ຖືກແຕ່ງຕັ້ງໃຫ້ເປັນ Mister National Universe Laos 2019  ເອີ້ນໄດ້ວ່າເປັນໜຸ່ມທີ່ມີບຸກຂະລິກດີ ພ້ອມທັງໄດ້ເປັນຕົວແທນຜູ້ຊາຍລາວໄປປະກວດໃນເວທີດັ່ງກ່າວ ແລະ ໜຸ່ມຄົນນີ້ກໍມີຄວາມພ້ອມເກີນຮ້ອຍ ເບິ່ງຈາກໜ່ວຍກ້ານແລ້ວ…ງານນີ້ມີລຸ້ນລາງວັນມາຝາກຄົນລາວແນ່ນອນ

ເອົາເປັນວ່າຝາກແຟນໆເປັນກຳລັງໃຈໃຫ້ ບີ້ ໄຊຍະສິດ Mister National Universe 2019 Laos 2019, ເຊິ່ງປັດຈຸບັນໜຸ່ມລາວຂອງເຮົາກໍເດີນທາງໄປຮ່ວມເກັບຕົວ ແລະ ເຮັດກິດຈະກຳເປັນທີ່ຮຽບຮ້ອຍແລ້ວ ແລະ ມື້ຕັດສິນ “Mister National Universe 2019” ຈະຈັດຂຶ້ນໃນວັນທີ ວັນທີ 1 ກໍລະກົດ 2019 ນີ້ແລ້ວເດີ້ ຝາກເປັນກຳລັງໃຈ ແລະ ເຊຍລາວກັນຫຼາຍໆໂລດເດີ້ແຟນໆ.

#ເຊຍລາວສຸດໃຈ ??????

(ຂໍຂອບໃຈສຳລັບຮູບພາບ)

ແບ່ງປັນ