Breaking News

ການເງິນແຕ່ລະຄົນເປັນແນວໃດ! ລອງມາ Check ເບິ່ງວ່າການເງິນມີຄວາມໝັ້ນແລ້ວຫຼືບໍ່???

ແບ່ງປັນ

ການເງິນທີ່ມີຄວາມໝັ້ນຄົງ ບໍ່ໄດ້ຈຳເປັນສະເໝີໄປວ່າຈະຕ້ອງມີລາຍໄດ້ຫຼາຍໃນແຕ່ລະເດືອນ ແຕ່ຖ້າບໍ່ມີວິໄນໃນການໃຊ້ຈ່າຍເງິນ ກໍຈະປະສົບບັນຫາທາງການເງິນໄດ້ ກົງກັນຂ້າມເຖິງແມ່ນວ່າເຮົາຈະມີລາຍໄດ້ໜ້ອຍ ຫຼື ປານກາງ ແຕ່ຫາກມີວິໄນການໃຊ້ຈ່າຍເງິນທີ່ດີ ມີເປົ້າໝາຍ ຮູ້ຈັກວາງແຜນ ແລະ ບໍ່ໃຊ້ເງິນຟຸມເຟືອຍ ກໍສາມາດມີຖານການເງິນທີ່ໝັ້ນຄົງ ດັ່ງນັ້ນລອງມາ Check ຄວາມໝັ້ນຄົງຂອງຕົນເອງງ່າຍໆ ດ້ວຍການຕອບຄໍາຖາມເຫຼົ່ານີ້ເບິ່ງວ່າເຮົາມີການເງິນທີ່ແຂງແຮງໝັ້ນຄົງພຽງໃດ?

  1. ປັດຈຸບັນນີ້ມີເງິນໃຊ້ຢ່າງສະບາຍໆ ແບບທີ່ບໍ່ມີໜີ້ສິນ ແມ່ນ ຫຼື ບໍ່ແມ່ນ?

ຖ້າຫາກຄຳຕອບວ່າ ແມ່ນ ຖືວ່າເປັນຈຸດເລີ່ມຕົ້ນທີ່ດີ ສະແດງວ່າເຮົາມີເງິນໃຊ້ຢ່າງບໍ່ຂັດສົນ ບໍ່ມີພາລະໜີ້ສິນຫຼາຍທີ່ຈະຕ້ອງໄດ້ຈ່າຍໃນແຕ່ລະເດືອນ ບໍ່ຕ້ອງມານັ່ງຄິດໜັກໃນເລື່ອງການເງິນ ແລະ ສາມາດໃຊ້ຊີວິດໄດ້ຢ່າງມີຄວາມສຸກ

ແຕ່ຖ້າຫາກຄຳຕອບວ່າ ບໍ່ແມ່ນ ສະແດງວ່າເຮົາມີບັນຫາຄວາມໝັ້ນຄົງທາງການເງິນ ແນ່ນອນເຊັ່ນ: ມີໜີ້ສິນທີ່ຕ້ອງຜ່ອນຈ່າຍໃນແຕ່ລະເດືອນຈຳນວນຫຼວງຫຼາຍ ຈົນບໍ່ມີເງິນເຫຼືອໃຊ້ ຫຼື ບໍ່ເຫຼືອເງິນທ້ອນເລີຍໃນແຕ່ລະເດືອນ, ດັ່ງນັ້ນ ຄຳແນະນຳເບື້ອງຕົ້ນກໍຄື ຄວນຊອກຫາວຽກທີ່ເຮັດໃຫ້ມີລາຍໄດ້ເພີ່ມ ເພື່ອຊ່ວຍຫຼຸດພາລະການໃຊ້ຈ່າຍໃນແຕ່ລະເດືອນລົງ  ແລະ ຍັງຊ່ວຍໃຫ້ພາລະໜີ້ສິນຂອງເຮົາໝົດໄປໄວຂຶ້ນອີກ.

ສຳລັບທ່ານໃດທີ່ຜ່ານຄຳຖາມຂໍ້ທີ່ໜຶ່ງມາໄດ້ສະບາຍ ແຕ່ຢ່າຟ້າວດີໃຈເດີ້ ລອງມາເບິ່ງຄຳຖາມຂໍ້ຕໍ່ໄປເບິ່ງກ່ອນເດີ້…

  1. ເມື່ອເກີດເຫດການສຸກເສີນຕ້ອງການໃຊ້ເງິນດ່ວນໆ ເຮົາມີເງິນສຳຮອງພຽງພໍໄວ້ໃຊ້ຈ່າຍ ແມ່ນ ຫຼື ບໍ່ແມ່ນ?

ຫາກ ແມ່ນ…ຂໍສະແດງຄວາມຍິນດີເດີ້ ແປວ່າທ່ານໄດ້ກ້າວມາອີກໜຶ່ງຂັ້ນແລ້ວ ໝາຍຄວາມວ່າ ເມື່ອເກີດເຫດການທີ່ບໍ່ຄາດຝັນຂຶ້ນເຊັ່ນ: ມີຄົນໃນຄອບຄົວເຈັບປ່ວຍ ຫຼື ໄດ້ຮັບອຸບັດຕິເຫດ ຈຳເປັນຕ້ອງໃດ້ໃຊ້ເງິນຢ່າງເລັ່ງດ່ວນ ເຮົາກໍມີເງິນສຳຮອງໄວ້ໃຊ້ຈ່າຍ ໂດຍບໍ່ຕ້ອງແລ່ນໄປຢືມເງິນ ຫຼື ກູ້ເງິນຄົນອື່ນມາໃຊ້

ແຕ່ຖ້າຫາກຂໍ້ນີ້ຕອບວ່າ ບໍ່ແມ່ນ ບໍ່ກົງກັບເຮົາເລີຍ ສະແດງວ່າຖານການເງິນຂອງເຮົາຍັງບໍ່ແຂງແຮງໝັ້ນຄົົງພໍ ຊີວິດເຮົາຍັງມີຄວາມສ່ຽງຢູ່ ເພາະບໍ່ມີໃຜຮູ້ວ່າຈະເກີດຫຍັງຂຶ້ນໃນອະນາຄົດ ດັ່ງນັ້ນຂໍແນະນຳທຸກຄົົນວ່າ ເຮົາຄວນມີເງິນສຳຮອງ 6 ເທົ່າ ຂອງລາຍຈ່າຍໃນແຕ່ລະເດືອນເຊັ່ນ: ຖ້າວ່າເຮົາມີລາຍຈ່າຍຢູ່ທີ່ 1 ລ້ານກີບ/ເດືອນ ກໍຄວນມີເງິນສຳຮອງປະມານ 6-10 ລ້ານກີບ ເພື່ອຄວາມອຸ່ນໃຈຖ້າຫາກວ່າເກີດເຫດສຸກເສີນຂຶ້ນ ຈະໄດ້ນຳເງິນໃນງົບປະມານສ່ວນນີ້ມາໃຊ້ທັນເວລາ.

  1. ມີເປົ້າໝາຍການເງິນ ແມ່ນ ຫຼື ບໍ່ແມ່ນ?

ຖ້າຄຳຕອບອອກມາວ່າ ແມ່ນ ສະແດງວ່າເຈົ້າໄດ້ໄປຕໍ່ …ເພາະຖືວ່າດີຫຼາຍ ເງິນໃນປັດຈຸບັນບໍ່ແມ່ນແນວທີ່ຈະຫາໄດ້ງ່າຍໆ ຍິ່ງບາງຄົນມີລາຍໄດ້ທີ່ໜ້ອຍ ແຕ່ກໍຍັງສາມາດວາງເປົ້າໝາຍການເງິນໄດ້ດີ ມີເງິນທ້ອນ ສາມາດນຳເອົາເງິນກ້ອນນັ້ນມາໝູນໃຊ້ ເຮັດທຸລະກິດ ເຮັດໃຫ້ເກີດຜົນກຳໄລງາມ ເຖິງຂັ້ນເປັນເສດຖີກໍມີມາແລ້ວ ຂໍຊົມເຊີຍ!

ຖ້າວ່າ ບໍ່ແມ່ນ ກໍຖືວ່າເຮົາຍັງໃຊ້ຈ່າຍຢ່າງຟຸມເຟືອຍຢູ່ ເຖິງຈະໄດ້ຍິນມາເລື້ອຍໆວ່າເງິນເປັນພຽງວັດຖຸນອກກາຍ ແຕ່ເຮົາກໍຄວນຕ້ອງມີການວາງເປົ້າໝາຍການເງິນຂອງເຮົາໃຫ້ຈະແຈ້ງເຊັ່ນ: ຢາກໄດ້ລົດຄັນງາມໆມາຂີ່ ແຕ່ຕົວຈິງແລ້ວເພື່ອນໆຍັງໃຊ້ຈ່າຍຢ່າງຟຸມເຟືອຍຢູ່ ມີເງິນເທົ່າໃດກໍໃຊ້ຈ່າຍຈົນກ້ຽງ..ແບບນີ້ບອກເລີຍວ່າບໍ່ມີລົດຂີ່ຄືກັບໝູ່ຄົນອື່ນແນ່ນອນ, ວິທີແກ້ໄຂຂໍແນະນຳເລີຍວ່າ ເຮົາຕ້ອງວາງແຜນການເງິນ ແລະ ຄວນຕັ້ງເປົ້າໝາຍຂອງເຮົາເພື່ອໄວ້ ເພື່ອອະນາຄົດຂອງເຮົາເອງ ແລະ ເຊື່ອວ່າບໍ່ມີສິ່ງໃດຍາກເກີນທີ່ເຮົາຈະຕັ້ງໃຈ

ພໍຈະຮູ້ກັນແດ່ແລ້ວບໍ່ວ່າ ການເງິນຂອງເຮົາເປັນແນວໃດ? ຖ້າວ່າຢູ່ໃນເກນດີກໍຖືວ່າໂຊກດີໄປ ແລະ ພະຍາຍາມຮັກສາມາດຕະຖານນີ້ໃຫ້ດີ ລວມເຖິງຄວນທີ່ຈະເຮັດໃຫ້ສຸຂະພາບການເງິນຂອງເຮົາແຂງແຮງ ມີຄວາມໝັ້ນຄົງຍິ່ງໆຂຶ້ນໄປ ແຕ່ຖ້າຫາກວ່າເມື່ອ Check ແລ້ວພົບວ່າສຸຂະພາບການເງິນຂອງເຮົາຍັງບໍ່ດີເທົ່າທີ່ຄວນ ກໍໃຫ້ຮີບຫາຫົນທາງແກ້ໄຂຕາມຄໍາແນະນຳທີ່ທາງ ຂວັນໃຈ ເຮົາໄດ້ແນະນຳໄປ ກ່ອນທີ່ຈະເປັນບັນຫາໃຫ່ຍໃນອະນາຄົດ ແລະ ທາງທີມງານເຮົາກໍເຊື່ອເດີ້ວ່າແຟນໆ  ເຮົາທຸກຄົນສາມາດມີການເງິນທີ່ດີ ແຂງແຮງ ແລະ ໝັ້ນຄົງໄດ້ ຂໍພຽງແຕ່ມີຄຸນສົມບັດທີ່ດີ ບໍ່ໃຊ້ຈ່າຍຟຸມເຟືອຍຈົນເກີນໂຕ.

ທີ່ມາ: ວາລະສານ ຂວັນໃຈ 

ແບ່ງປັນ