Breaking News

ຂໍສະແດງຄວາມຍິນດີ! ນາຍົກລັດຖະມົນຕີລາວ ໄດ້ຮັບລາງວັນກຽດຕິຄຸນອັນສູງສົ່ງຂອງອາຊຽນ ພາຍຫລັງສຳເລັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 34 ທີ່ປະເທດໄທ

ແບ່ງປັນ

ໃນຕອນຄ່ຳຂອງວັນທີ 23 ມິຖຸນາ 2019 ທີ່ຜ່ານມາ, ພາຍຫລັງສຳເລັດການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 34 ທີ່ ນະຄອນຫຼວງບາງກອກ, ຣາຊະອານາຈັກໄທ, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີແຫ່ງສປປ ລາວ ໄດ້ໃຫ້ກຽດເຂົ້າຮ່ວມງານລ້ຽງທີ່ຮ່ວມກັນເປັນເຈົ້າພາບຈັດໂດຍສະຖາບັນຍຸດທະສາດ ຄິງສະລີ ແຫ່ງປະເທດມາເລເຊຍ, ສະຖາບັນສ້າງຊາດແຫ່ງປະເທດໄທ, ຫ້ອງການເສດຖະກິດ-ການຄ້າແຫ່ງນະຄອນຮົງກົງ, ປະເທດຈີນ ແລະ ພາກສ່ວນກ່ຽວຂ້ອງອີກຈຳນວນໜຶ່ງ.ໃນງານລ້ຽງດັ່ງກ່າວ, ໄດ້ມີພິທີມອບຮັບລາງວັນກຽດຕິຄຸນອັນສູງສົ່ງຂອງອາຊຽນ ຫຼື “Distinguished ASEAN Lifetime Achievement Award” ໃຫ້ແກ່ຜູ້ນຳອາຊຽນທີ່ມີຜົນງານດີເດັ່ນໃນການຊີ້ນຳ-ນຳພາພາລະກິດການພັດທະນາເສດຖະກິດ-ສັງຄົມຂອງປະເທດຕົນ ແລະ ທັງປະກອບສ່ວນອັນສຳຄັນເຂົ້າໃນການສ້າງປະຊາຄົມອາຊຽນ.

ພ້ອມກັນນີ້, ທ່ານ ນາຍົກລັດຖະມົນຕີລາວ ຍັງໄດ້ມີຄຳເຫັນວ່າ: “ສປປ ລາວ ຈະສືບຕໍ່ສຸມໃສ່ປັບປຸງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການຄ້າ ແລະ ການລົງທຶນ ດ້ວຍການປັບປຸງລະບຽບກົດໝາຍ ແລະ ກົນໄກພາຍໃນໃຫ້ມີຄວາມສອດຄອງຂຶ້ນ ແລະ ຫັນໄປສູ່ການເປັນທັນສະໄໝເທື່ອລະກ້າວ”.

ໃນຕອນທ້າຍ, ພະນະທ່ານ ທອງລຸນ ສີສຸລິດ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ຝ່າຍຈັດງານໃນຄັ້ງນີ້, ໂດຍສະເພາະຕໍ່ ທ່ານ ໄມເຄີນ ໂຢ, ປະທານສະຖາບັນຍຸດທະສາດ ຄິງສະລີ ແລະ ທັງໄດ້ສະແດງຄວາມຊົມເຊີຍຕໍ່ ທ່ານ ອານັນ ປັນຍາລາຊຸນ, ອາດີດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ໄທ ທີ່ໄດ້ຮັບລາງວັນກຽດຕິຄຸນອັນດຽວກັນນີ້ ໃນມື້ດຽວກັນ.

ທີ່ມາ: Support Prime Minister Thongloun Sisoulith

ແບ່ງປັນ