Breaking News

ຮູ້ຫຼືບໍ່? ຊຸດປະຈຳຊາດລາວທີ່ໃຊ້ເຂົ້າໃນການປະກວດ Mister National Universe 2019 ມີຄວາມໝາຍແນວໃດ?

ແບ່ງປັນ

ອັບເດດໃຫ້ແຟນໆໄດ້ຮູ້ກັນແບບຕິດໆ ຫຼ້າສຸດກໍເປີດເຜຍມາແລ້ວສຳລັບ ຊຸດປະຈຳຊາດຂອງ  ໄຊຍະສິດ ສຸລິຍະເຕັນ (ບີ້) Mister National Universe Laos 2019 ທີ່ເປັນຕົວແທນຜູ້ຊາຍລາວໄປປະກວດໃນເວທີ Mister National Universe 2019 ທີ່ປະເທດໄທ

ແລະ ກໍເປັນທີ່ຮືຮາ ແລະ ໃຫ້ຄວາມສົນໃນຂອງແຟນໆເຊັ່ນເຄີຍສຳລັບຊຸດປະຈຳຊາດລາວທີ່ຈະໃຊ້ເຂົ້າໃນການປະກວດ ເຊິ່ງໃນປີນີ້ຊຸດທີ່ໃຊ້ເຂົ້າໃນການປະກວດກໍຄື “ຊຸດສຽງແຄນ ສີພັນດອນ” 

ເຊິ່ງ “ຊຸດສຽງແຄນ ສີພັນດອນ” ແຟນໆຮູ້ຫຼືບໍ່ວ່າເປັນອີກໜຶ່ງຊຸດທີ່ມີຄວາມໝາຍບົ່ງບອກເຖິງວັດທະນະທຳ ແລະ ຮີດຄອງປະເພນີລາວ ມີແຮງບັນດານໃຈມາຈາກການດຳລົງຊີວິດຂອງປະຊາຊົນບັນດາເຜົ່າ ຕະຫຼອດເໜືອຮອດໃຕ້ ທີ່ມີຄວາມອຸດົມຮັ່ງມີທາງດ້ານຊັບໃນດີນສິນໃນນ້ຳ ກໍລ້ວນແຕ່ມີແມ່ນ້ຳໃຫ່ຍໄຫລຜ່ານປະເທດລາວ ແລະ ປະຊາຊົນສ່ວນໃຫ່ຍໄດ້ອາໄສແມ່ນ້ຳເພື່ອທຳມາຫາກິນ ແລະ ເພື່ອຢາກໃຫ້ຊາວໂລກໄດ້ເຫັນເຖີງວິຖີການດຳລົງຊີວິດຂອງປະຊາຊົນລາວ, 

ດັ່ງນັ້ນ! ນັກອອກແບບເລີຍສື່ສານຜ່ານຊຸດດັ່ງກ່າວໃຫ້ໄດ້ເຫັນເຖິງວັດທະນະທຳ-ຮີດຄອງປະເພນີລາວ ເພື່ອຕ້ອງການໄປໂຊໃຫ້ຊາວໂລກໄດ້ເຫັນໂດຍຜ່ານການແຕ່ງກາຍຂອງ Mister National Universe Laos 2019 ນັ້ນເອງ.

ໄດ້ເຫັນ“ຊຸດສຽງແຄນ ສີພັນດອນ”  ທີ່ ບີ້ ໄຊຍະສິດ Mister National Universe 2019 Laos 2019 ຈະນຸ່ງໃນເທື່ອນີ້ແລ້ວ, ເອົາເປັນວ່າຝາກແຟນໆເປັນກຳລັງໃຈ ເຊິ່ງປັດຈຸບັນໜຸ່ມລາວຂອງເຮົາກໍເດີນທາງໄປຮ່ວມເກັບຕົວ ແລະ ເຮັດກິດຈະກຳເປັນທີ່ຮຽບຮ້ອຍແລ້ວ ແລະ ມື້ຕັດສິນ “Mister National Universe 2019” ຈະຈັດຂຶ້ນໃນວັນທີ ວັນທີ 1 ກໍລະກົດ 2019 ນີ້ແລ້ວເດີ້ ຝາກເປັນກຳລັງໃຈ ແລະ ເຊຍລາວກັນຫຼາຍໆໂລດເດີ້ແຟນໆ.

ຮູບພາບ: Mister National Universe Laos

Story: ຊະນີIndy

(ຂ່າວທີ່ກ່ຽວຂ້ອງ)

ມີລຸ້ນລາງວັນແນ່ນອນ! ຮ່ວມເປັນກຳລັງໃຈໃຫ້ໜຸ່ມລາວໃນເວທີ MISTER NATIONAL UNIVERSE 2019 ທີ່ປະເທດໄທ

ແບ່ງປັນ