Breaking News

ມາຟັງ! ລູກນໍ້າ ທິດາລັດ ອອກມາໃຫ້ສຳພາດກັບສື່ໄທ ພ້ອມອອກມາຂໍໂທດໃນເລື່ອງທີ່ຜ່ານມາ ແລະ ວອນຂໍໂອກາດຈາກສັງຄົມ

ແບ່ງປັນ

ເປັນກະແສກັນເລື້ອຍໆ ສຳລັບ ລູກນໍ້າ ທິດາລັດ ວົງສິຣິ ທີ່ຫຼ້າສຸດອອກມາໃຫ້ສຳພາດກັບສື່ປະເທດໄທ ກ່ຽວກັບເລື່ອງທີ່ມີຂ່າວວ່າເປັນມືທີສາມລະຫວ່າງ ຕູມຕາມ ຍຸດທະນາ (ນັກສະແດງໄທ) ແລະ ຫຍິງຫຍິງ ສະຣຸຊາ (ນັກສະແດງໄທ) ຈົນເປັນສາເຫດໃຫ້ທັງສອງເລີກລາກັນໄປ.


ເຊິ່ງ ລູກນໍ້າ ທິດາລັດ ວົງສິຣິ ກໍໄດ້ອອກມາເປີດໃຈ ພ້ອມທັງບອກວ່າຕົນເອງອ່ອນແອ ແລະ ຮ້ອງໄຫ້ກັບເລື່ອງທີ່ເກີດຂຶ້ນ ແຕ່ຕອນນີ້ກໍເຂັ້ມແຂງຂຶ້ນຫຼາຍ ພ້ອມທັງບອກເລົ່າເຖິງຄວາມສຳພັນຂອງຕົນກັບ ຕູມຕາມ ຍຸດທະນາ ວ່າເປັນພຽງອ້າຍນ້ອງກັນເທົ່ານັ້ນ ພ້ອມທັງຢາກຂໍໂທດຫຍິງຫຍິງເພາະເຫັນໃຈໃນຖານະເປັນແມ່ຍິງນຳກັນ ແລະ ຝາກຂໍໂທດແຟນໆ ພ້ອມວອນຂໍໂອກາດອີກຄັ້ງ

(ມີຄລິບສຳພາດ ສາວ ລູກນໍ້າ ມາຝາກ…)

-หนูกับพี่ตูมตามเราก็แบบมีความสัมพันธ์ที่มันเกินเลยนิดหน่อย แต่มันเป็นแค่ช่วงระยะเวลาสั้นๆ แค่นั้นเองค่ะ แต่ว่าตอนนี้เราก็เป็นพี่น้องกันปกติ ไม่ได้มีอะไรเลย-หนูมีแฟนอยู่แล้วค่ะ แต่ว่าหนูมีปัญหากับแฟนในช่วงนั้นพอดีซึ่ส่วนพี่ตูมตามเขาเองก็อ่อนแอ อย่างที่บอกมันเหมือนคนอ่อนแอสองคนมาอยู่ด้วยกันมากกว่าค่ะตอนนี้สถานะของเรากับแฟนเป็นยังไง ?“เราเลิกกันแล้วค่ะ”เกี่ยวกับเหตุการณ์นี้ด้วยไหม ?“ด้วยค่ะ…”

Posted by เจ๊มอย 108 on Tuesday, June 25, 2019

 

ໄດ້ເບິ່ງສຳພາດ ສາວ ລູກນໍ້າ ທິດາລັດ ວົງສິຣິ  ນາງກໍອອກມາຂໍໂທດກັບເລື່ອງທີ່ເກີດຂຶ້ນ ພ້ອມວອນຂໍໂອກາດອີກຄັ້ງ, ແລ້ວແຟນໆເດມີຄວາມຄິດເຫັນກັນແນວໃດ ຢ່າລືມຄອມເມັ້ນບອກກັນແດ່ເດີ້ແຟນໆ.

(ຂໍຂອບໃຈສຳລັບຮູບພາບ ແລະ ຄລິບ)

ແບ່ງປັນ