ມາອັບເດດຂ່າວສານສັງຄົມ… ໃນວັນທີ 26 ມິຖຸນາ 2019 ທີ່ຜ່ານມາໄດ້ມີ ພິທີເຊັນສັນຍາຮ່ວມລະຫວ່າງ ສູນບໍລິການຈັດຫາງານ ກັບ ບໍລິສັດຮ້ອຍແປດພັນກຣູບຈຳກັດ ການສະໜອງຂໍ້ມູນຂ່າວສານຕະຫຼາດແຮງງານ ລະຫວ່າງສູນບໍລິການຈັດຫາງານ ແລະ ບໍລິສັດ ຮ້ອຍແປດພັນກຣູບ ຈຳກັດ (108Job) ໂດຍການເປັນປະທານໂດຍ ທ່ານ ຄຳແສນ ໄຊຍະວົງ ຫົວໜ້າສູນບໍລິການຈັດຫາງານ ແລະ ທ່ານ ແກ້ວວິສຸກ ດາລາແສງ ພ້ອມດ້ວຍສັກຂີພະຍານທັງພາກລັດ-ເອກະຊົນ ແລະ ບັນດາສື່ມວນຊົນຈຳນວນໜຶ່ງ
ການເຊັນບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ ມີຈຸດປະສົງເພື່ອຈັດຕັ້ງປະຕິບັດກົນໄກການສະໜອງຂໍ້ມູນຄວາມຕ້ອງການນໍາໃຊ້ແຮງງານ ຂອງຫົວໜ່ວຍແຮງງານ, ຜູ້ປະກອບການເຂົ້າໃນລະບົບຂໍ້ມູນຂ່າວສານຕະຫຼາດແຮງງານ ໂດຍທີ່ຝ່າຍ ສູນບໍລິການຈັດຫາງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ.
ເພື່ອເປັນການຕອບສະໜອງຕາມສະພາບຄວາມຮຽກຮ້ອງຕ້ອງການຂອງຕະຫຼາດແຮງງານໃນປັດຈຸບັນ ແລະອະນາຄົດກ່ຽວກັບການດັດສົມຄວາມຕ້ອງການ ແລະການສະໜອງກຳລັງແຮງງານໃຫ້ໄດ້ 143.230 ຄົນ/ປີ; ໂຄງປະກອບກຳລັງແຮງງານຄາດວ່າຂົງເຂດກະສິກຳຫຼຸດລົງເປັນ 64,5%, ອຸດສາຫະກຳເພີ່ມຂຶ້ນເປັນ 11,8% ແລະ ບໍລິການເພີ່ມຂຶ້ນເປັນ 23,7% ອັດຕາວ່າງງານຢູ່ໃນລະດັບ 2%, ຈາກການພະຍາຍາມໃນການປະສານສົມທົບຂອງທັງພາກລັດ ແລະ ເອກະຊົນໃນການສະໜອງແຮງງານເຂົ້າໃນຫົວໜ່ວຍແຮງງານ ແລະໂຄງການຕ່າງໆ ຖ້າທຽບໃສ່ຄວາມຮຽກຮ້ອງຕ້ອງການຂອງຕະຫຼາດແຮງງານແລ້ວເຫັນວ່າການສະໜອງແຮງງານໃນໄລຍະຜ່ານມາຍັງບໍ່ທັນຄ່ອງຕົວເທົ່າທີ່ຄວນ ຊິ່ງຍັງເກີດບັນຫາຂາດແຄນແຮງງານໃນຂົງເຂດກະສິກຳ ແລະ ຂົງເຂດກະສິກຳໃນໂຄງການກໍ່ສ້າງໃຫ່ຍ.
ສຳລັບຕຳແໜ່ງທີ່ຈະປະກາດເພີ່ມຂຶ້ນກໍປະກົດໃຫ້ເຫັນໃນຕົວເລກຈຳນວນຕຳແໜ່ງທີ່ປະກາດໃນແຕ່ລະປີເຊັ່ນ ໃນປີ 2018 ໄດ້ເຫັນຈຳນວນການປະກາດໃນແຕ່ລະປີເຊັ່ນ ປີ 2018 ໄດ້ເຫັນຈຳນວນການປະກາດ 1,250 ປະກາດ ມີຕຳແໜ່ງຫວ່າງ 3,500 ຕຳແໜ່ງ ແລະ ຈຳນວນແຮງງານທີ່ຕ້ອງການ 5,850 ຄົນ ສ່ວນໃນປີ 2019 ສະເພາະເດືອນ ມິຖຸນາ ກໍເຫັນວ່າມີປະກົດການທີ່ສູງຂຶ້ນມາປະມານ 10% ເມື່ອທຽບກັບຕົ້ນປີທີ່ຜ່ານມາ, ນອກຈາກການປະກາດວຽກແລ້ວ ທາງບໍລິສັດຍັງໄດ້ຈັດກິດຈະກຳສົ່ງເສີມໃຫ້ຄວາມຮູ້ດ້ານບໍລິຫານດ້ານບຸກຂະລາກອນໃຫ້ແກ່ບັນດາຫົວໜ່ວຍແຮງງານ ແລະ ໃຫ້ຄວາມຮູ້ໃນການກະກຽມການເຂົ້າສູ່ຕະຫຼາດແຮງງານແກ່ບັນດາຜູ້ອອກແຮງງານ ຕັ້ງແຕ່ຜູ້ມີວຽກແລ້ວ ຈົນໄປຮອດຜູ້ກະກຽມຊອກວຽກເຊັ່ນ ນັກຮຽນ, ນັກສຶກສາ ແລະ ບຸກຄົນທົ່ວໄປ.
ແຕ່ແນວໃກກໍຕາມບັນຫາຂໍ້ມູນລະຫວ່າງຄວາມຕ້ອງການ ແລະ ການຕອບສະໜອງກໍຍັງເປັນສິ່ງທີ່ທ້າທາຍ ແລະ ບໍ່ມີໂຕເລກທີ່ຊັດເຈນ, ການເຜີຍແຜ່ຂໍ້ມູນຂ່າວສານດ້ານແຮງງານຍັງບໍ່ທັນເຂົ້າເຖິງກຸ່ມເປົ້າໝາຍເທົ່າທີ່ຄວນ. ດັ່ງນັ້ນ! ການຮ່ວມມືຂອງສູນບໍລິການຈັດຫາງານ ແລະ ບໍລິສັດຮ້ອຍແປດພັນເກົ້າກຣູບຈຳກັດ ຈຶ່ງຖືເປັນມິດໝາຍໃໝ່ໃນການຮ່ວມມືຂອງທາງພາກລັດ ແລະ ເອກະຊົນ ເປັນການຂະຫຍາຍຕາໜ່າງການບໍລິການຈັດຫາງານທາງອອນລາຍ ແລະຫຼາຍປະເທດທີ່ກຳລັງພັດທະນາ ແລະ ປະເທດທີ່ພັດທະນາແລ້ວກໍໃຊ້ຊ່ອງທາງນີ້ເພື່ອຄວາມວ່ອງໄວ ແລະ ປະຫຍັດເວລາ ໃນການເຂົ້າເຖິງຂໍ້ມູນຂ່າວສານຕະຫຼາດແຮງງານ.