Breaking News

ຮູ້ຫຼືບໍ່? ໃຜທີ່ເຮັດໃຫ້ເຮົາເສື່ອມເສຍກຽດສັກສີດ້ວຍການເວົ້າ, ການຂຽນ ຫຼືດ້ວຍໃນຮູບການອື່ນໆ ສາມາດເອົາຜິດຕາມກົດໝາຍໄດ້!!!

ແບ່ງປັນ

ເມື່ອເວົ້າເຖິງການເວົ້າຂວັນ ນິນທາ ໃສ່ຮ້າຍ ຖືໄດ້ວ່າເປັນພະຍາດຕິດແປດຮ້າຍແຮງຂອງຜູ້ຄົນໃນສັງຄົມ ໂດຍສະເພາະແມ່ນແມ່ຍິງເຮົາບາງກຸ່ມ ທີ່ພໍແຕ່ມີເວລາວ່າງປຸ໊ບ ກໍມັກຈະຈັບກຸ່ມເມົ້າມອຍ ອັບເດດສະຖານະການຊາວບ້ານ ທັງເລື່ອງວົງນອກ ວົງໃນ ກ້ອງຕຽງ ເທິງຕຽງບໍ່ວ່າຂອງໃຜ ແມ່ນຮູ້ໝົດ ບາງຄົນຮູ້ດີກວ່າເລື່ອງຂອງຕົນເອງອີກເດີ້!!!

ຕາມຫຼັກການທາງຈິດຕະວິທະຍາແລ້ວ ຜູ້ທີ່ມັກນິນທາ ໃສ່ຮ້າຍຄົນອື່ນ ຍຸແຍ່ໃຫ້ຄົນຊັງກັນ ແມ່ນຄົນທີ່ອ່ອນແອ ຂາດຄວາມພາກພູມໃຈໃນຕົນເອງ ພາຍໃນໃຈມີປົມດ້ອຍບາງຢ່າງແຝງຢູ່ ຫຼືເວົ້າອີກຢ່າງໜຶ່ງກໍແມ່ນພຶດຕິກຳຂອງຄົນຂີ້ອິດສານນັ້ນເອງ ສະນັ້ນ ການໄດ້ນິນທາຄົນອື່ນ ເວົ້າທັບຖົມຄົນອື່ນ ຈຶ່ງເຮັດໃຫ້ຜູ້ເວົ້າຮູ້ສຶກວ່າຕົນເອງມີຄຸນຄ່າຂຶ້ນ ເໜືອກວ່າ ເກັ່ງກວ່າ ເດັ່ນກວ່າ ຜູ້ທີ່ເຂົາກຳລັງກ່າວເຖິງນັ້ນ

ຜູ້ທີ່ມັກເວົ້າຂວັນ ນິນທາ ໃສ່ຮ້າຍຜູ້ອື່ນ ອາດຈະຮູ້ສຶກດີ ມ່ວນປາກຕອນເວົ້າ ຫຼືຕອນຂຽນດ່າ ດ້ວຍອາລົມ ຫຼືຄວາມສະໃຈບາງຢ່າງ ແຕ່ຜົນກະທົບທີ່ເກີດຂຶ້ນແມ່ນຮ້າຍແຮງ ເພາະມັນເຮັດໃຫ້ເສຍພາບພົດທີ່ດີຂອງຕົນເອງ ທຳລາຍຄວາມສາມັກຄີ ສ້າງຄວາມແຕກແຍກໃຫ້ບຸກຄົນອື່ນ ສ້າງຄວາມເຂົ້າໃຈຜິດໆ ອັນກໍ່ໃຫ້ເກີດຄວາມເສຍຫາຍຕໍ່ກຽດສັກສີຂອງບຸກຄົນອື່ນ ເຊິ່ງຖືໄດ້ວ່າລະເມີດສິດທິສ່ວນບຸກຄົນຂອງເຂົາເຈົ້ານຳອີກໃດ

ພຶດຕິກຳເຫຼົ່ານີ້ຈຶ່ງເປັນສິ່ງທີ່ບໍ່ດີທັງຕໍ່ຕົນເອງ ແລະຄົນອ້ອມຂ້າງ ສະນັ້ນ ຫາກສາວໆຄົນໃດມີພຶດຕິກຳແບບນີ້ ກໍຂໍໃຫ້ພະຍາຍາມຫຼຸດຜ່ອນ ແລະເອົາຕົນເອງຫຼີກເວັ້ນ ອອກຈາກສະຖານະການ ບຸກຄົນ ຫຼືກຸ່ມຄົນທີ່ມັກເວົ້າຂວັນ ນິນທາ ໃສ່ຮ້າຍຜູ້ອື່ນ ເພາະການເຂົ້າໄປຮ່ວມວົງສົນທະນາແບບນັ້ນ ມັນເຮັດໃຫ້ຊີວິດຂອງສາວໆຕົກຕ່ຳລົງ ແລະຍັງດຶງດູດຕົວເຮົາໄປພົບກັບສະຖານະການຮ້າຍໆ ຊວຍໆ ອື່ນໆຕາມມາອີກເຊັ່ນ: ການຜິດຖຽງກັນ, ຊັງກັນ, ເຈົ້າເວົ້າໃຫ້ຂ້ອຍ ຂ້ອຍເວົ້າໃຫ້ເຈົ້າ ບໍ່ສິ້ນສຸດຈັກເທື່ອ ຫຼືບາງທີອາດເຖິງຂັ້ນຖືກແຈ້ງຄວາມ ຮ້ອງຟ້ອງ ດຳເນີນຄະດີ ຫາກການກະທຳດັ່ງກ່າວ ໄດ້ສ້າງຄວາມເສຍຫາຍຮ້າຍແຮງແກ່ບຸກຄົນອື່ນ ເນື່ອງຈາກບັນດາພຶດຕິກຳເຫຼົ່ານີ້ໄດ້ຖືກລະບຸໂທດໄວ້ໃນກົດໝາຍອາຍາ ຜູ້ກະທຳຜິດຕ້ອງໄດ້ຖືກລົງໂທດ ທັງປັບໃໝ ແລະຈຳຄຸກ ດັ່ງລາຍລະອຽດຕໍ່ໄປນີ້:

ອີງຕາມກົດໝາຍວ່າດ້ວຍອາຍາ (2005) ມາດຕາ 94. ການນິນທາ ແລະການໃສ່ຮ້າຍ: “ບຸກຄົນຜູ້ໃດ ຫາກໄດ້ເຮັດໃຫ້ຜູ້ອື່ນເສື່ອມເສຍກຽດສັກສີຢ່າງຮ້າຍແຮງ ດ້ວຍການຂຽນ, ການເວົ້າ ຫຼືດ້ວຍຮູບການອື່ນໆ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສາມເດືອນ ຫາໜຶ່ງປີ ຫຼືດັດສ້າງໂດຍບໍ່ຕັດອິດສະລະພາບ ແລະ ຈະຖືກປັບໃໝແຕ່ 50.000 ກີບ ຫາ 300.000 ກີບ.​

ບຸກຄົນຜູ້ໃດ ຫາກໄດ້ໃສ່ຮ້າຍປ້າຍສີຜູ້ອື່ນ ໂດຍບໍ່ມີຄວາມຈິງ ດ້ວຍການຂຽນ, ການເວົ້າ ຫຼື ດ້ວຍຮູບການອື່ນໆ ຊຶ່ງເຮັດໃຫ້ເສື່ອມເສຍກຽດສັກສີຢ່າງຮ້າຍແຮງ ຈະຖືກລົງໂທດຕັດອິດສະລະພາບແຕ່ ສາມເດືອນ ຫາ ໜຶ່ງປີ ຫຼື ດັດສ້າງໂດຍບໍ່ຕັດອິດສະລະພາບ ແລະຈະຖືກປັບໃໝ ແຕ່ 50.000 ຫາ 300.000 ກີບ”

ແລະ ມາດຕາ 95. ການປ້ອຍດ່າ: ບຸກຄົນຜູ້ໃດ ຫາກໄດ້ໃຊ້ວາຈາ, ຂຽນ ຫຼືກະທຳແນວຫຍາບຊ້າໃສ່ຜູ້ອື່ນ ເພື່ອໃຫ້ເສື່ອມເສຍກຽດສັກສີ ຢ່າງຮ້າຍແຮງ ຈະຖືກລົງໂທດ ຕັດອິດສະລະພາບ ແຕ່ 3 ເດືອນ ຫາ 1 ປີ ຫຼືດັດສ້າງ ໂດຍບໍ່ຕັດອິດສະລະພາບ ແລະຈະຖືກປັບໃໝ ແຕ່ 50.000 ກີບ ຫາ 300.000ກີບ.
ສ່ວນສາວໆຜູ້ໃດທີ່ກຳລັງໄດ້ຮັບຄວາມເດືອດຮ້ອນ ຫຼືຕົກເປັນເຫຍື່ອຂອງການຖືກນິນທາ ແລະໃສ່ຮ້າຍປ້າຍສີ ກໍສາມາດເອົາຜິດຜູ້ກະທຳໄດ້ ໂດຍການຮວບຮວມຫຼັກຖານ ພ້ອມດ້ວຍພະຍານຮູ້ເຫັນ ເຂົ້າແຈ້ງຕໍ່ນາຍບ້ານ ຫຼືເຈົ້າໜ້າທີ່ຕຳຫຼວດກຸ່ມໃກ້ບ້ານທ່ານ.

ທີ່ມາ: ວາລະສານ ຂວັນໃຈ

ແບ່ງປັນ