Breaking News

ສາວໆວ່າແນວໃດ? ມາສ່ອງໜຸ່ມໆຜູ້ເຂົ້າປະກວດ Mister National Universe 2019  ໜຶ່ງໃນນັ້ນໜຸ່ມລາວບໍ່ນ້ອຍໜ້າ…ງານດີເວີ້!!!

ແບ່ງປັນ

Hello…ວັນສຸກຫັນສາແບບນີ້ຢ່າໄປຊີຣຽດ ມາພັກກາຍພັກໃຈໄປກັບຂ່າວສານບັນເທີງທີ່ທາງ ຊະນີIndy ນຳມາຝາກຈະດີກວ່າເນາະ ເຊື່ອວ່າແຟນໆຄົງຈະໄດ້ຕິດຕາມ ແລະ ເປັນກຳລັງໃຈໃຫ້  ໄຊຍະສິດ ສຸລິຍະເຕັນ (ບີ້) Mister National Universe Laos 2019 ທີ່ເປັນຕົວແທນຜູ້ຊາຍລາວໄປປະກວດໃນເວທີ Mister National Universe 2019 ທີ່ປະເທດໄທ

ເຊິ່ງຫຼ້າສຸດທາງກອງປະກວດກໍໄດ້ປ່ອຍພາບໜຸ່ມໆຜູ້ເຂົ້າປະກວດໃນຊຸດລອຍນໍ້າມາໃຫ້ແຟນໆໄດ້ກົດໄລ້ ກົດແຊຣ ກົດໂຫວດກັນຢ່າງເຕັມທີ່ ແຖມຜູ້ເຂົ້າປະກວດແຕ່ລະປະເທດກໍສ້າງກະແສຮືຮາໂຊ Six-pack ກັນແບບບໍ່ມີໃຜຍອມໃຜ ແຕ່ຂໍບອກກ່ອນເລີຍວ່າ ໜຸ່ມ ບີ້  ໄຊຍະສິດ ຕົວແທນຈາກລາວເຮົາກໍບໍ່ນ້ອຍໜ້າ ເປັນອີກໜື່ງໜຸ່ມທີ່ເອີ້ນສຽງຮືຮາຈາກທາງຄະນະກຳມະການ ແລະ ແຟນໆໄດ້ເປັນຢ່າງດີ…

ເອົາເປັນວ່າຝາກແຟນໆເປັນກຳລັງໃຈ ເພາະງານນີ້ໝຸ່ມຈາກລາວເຮົາກໍ່ບໍ່ນ້ອຍໜ້າຊາດອື່ນ, ເຊິ່ງປັດຈຸບັນໜຸ່ມລາວຂອງເຮົາກໍເດີນທາງໄປຮ່ວມເກັບຕົວ ແລະ ເຮັດກິດຈະກຳເປັນທີ່ຮຽບຮ້ອຍແລ້ວ ແລະ ມື້ຕັດສິນ “Mister National Universe 2019” ຈະຈັດຂຶ້ນໃນວັນທີ ວັນທີ 1 ກໍລະກົດ 2019 ນີ້ແລ້ວເດີ້ ຝາກເປັນກຳລັງໃຈ ແລະ ເຊຍລາວກັນຫຼາຍໆໂລດເດີ້ແຟນໆ.

ຮູບພາບ: Mister National Universe Laos

Story: ຊະນີIndy

(ຂ່າວທີ່ກ່ຽວຂ້ອງ)

ຮູ້ຫຼືບໍ່? ຊຸດປະຈຳຊາດລາວທີ່ໃຊ້ເຂົ້າໃນການປະກວດ Mister National Universe 2019 ມີຄວາມໝາຍແນວໃດ?

ແບ່ງປັນ