Breaking News

ບໍ່ທຳມະດາ! ປະເທດໄທກຽມສົ່ງ ຟ້າໃສ ປະວີນສຸດາ Miss Universe Thailand 2019 ດີກຣີກຽດນິຍົມອັນດັບ 1 ສູ່ເວທີນາງງາມຈັກກະວານ!!

ແບ່ງປັນ

ປະກາດຜົນກັນໄປແບບສົດໆຮ້ອນໆ ສຳລັບການປະກວດ  Miss Universe Thailand 2019 ເຊິ່ງການປະກວດປີນີ້ກໍໄດ້ມີການຄັດເລືອກກັນແບບເອີ້ນໄດ້ວ່າ ຄັດໃນຄັດແທ້ໆ ເພາະມີການຄັດເລືອກສາວງາມຢ່າງເຂັ້ມງວດຕັ້ງແຕ່ຮອບ Audition ຈົນຮອດຮອບ Final ແລະ ໃນທີ່ສຸດກໍໄດ້ມີການຕັດສິນ ແລະ ປະກາດຢ່າງເປັນທາງການແລ້ວວ່າສາວງາມທີ່ມີຄວາມເໝາະສົມຄວ້າມົງກຸດ Miss Universe Thailand 2019 ໄດ້ແກ່ ປະວີນສຸດາ ດຣູອື້ນ (ຟ້າໃສ) ແລະ ສາວງາມຄົນນີ້ກໍຈະເປັນຕົວແທນ ປະເທດໄທ ໄປປະຊັນຄວາມງາມ ຄວາມສາມາດ  ໃນເວທີນາງງາມຈັກກະວານໂລກ (Miss Universe 2019).

ຟ້າໃສ ປະວີນສຸດາ Miss Universe Thailand 2019 ອາຍຸ 25ປີ ລວງສູງ 181 ຊັງຕີແມັດ ເປັນລູກຊອດ ປະເທດ ການາດາ-ໄທ-ຈີນ ເປັນອີກໜຶ່ງສາວທີ່ມີຄວາມສາມາດຮອບດ້ານ ຈົບການສຶກສາປະລິນຍາຕີຈາກ University Of Calgary ສາຂາ ວິທະຍາສາດການເຄື່ອນໄຫວ ຫຼື Kinesiology ທີ່ ປະເທດ ການາດາ ດ້ວຍກຽດນິຍົມອັນດັບ 1 ກັນເລີຍເດີ້…ບໍ່ທຳມະດາບອກເລີຍ!!!

ໄດ້ຮູ້ປະຫວັດ ຟ້າໃສ ປະວີນສຸດາ Miss Universe Thailand 2019 ໄປຄ່າວໆ…ຍັງຮູ້ສຶກ Wow ແລ້ວແມ່ນບໍ່? ຍັງໆ…ຍັງບໍ່ໝົດແຕ່ພຽງເທົ່ານັ້ນເດີ້ ເພາະສາວຄົນນີ້ຍັງສ້າງປະກົດການຮືຮາ ມີເລື່ອງເລົ່າເຖິງຄວາມບໍ່ຍອມແພ້ຂອງນາງໃນສາຍເວທີນາງງາມ ເປັນສາວນັກສູ້ ຜູ້ມີຄວາມສັດທາຕໍ່ຄວາມຝັນ ກ່ອນໜ້ານີ້ ຟ້າໃສ ເຄີຍປະກວດມາຫຼາຍຕໍ່ຫຼາຍເວທີບໍ່ວ່າຈະເປັນ Miss Thailand Chinese Cosmos 2013 (ໄດ້ຕຳແໜ່ງຮອງອັນດັບ 2), Miss Chinese Cosmos Southeast Asia 2013  (ໄດ້ເຂົ້າຮອບ 8 ຄົນສຸດທ້າຍ), Miss Thailand 2013 (ໄດ້ຕຳແໜ່ງຮອງອັນດັບ 1), Miss Universe Thailand 2017 (ໄດ້ຕຳແໜ່ງຮອງອັນດັບ 2), Miss Earth 2017  (ໄດ້ເຂົ້າຮອບ 8 ຄົນສຸດທ້າຍ)

ເຖິງແຕ່ລະເວທີ ຟ້າໃສ ປະວີນສຸດາ ຈະໄດ້ເປັນຮອງ ແຕ່ກໍບໍ່ເຮັດໃຫ້ນາງທໍ້ ພໍຢຸດການປະກວດ  Miss Earth 2017 ນາງກໍແກ້ເກມໃໝ່ ກັບໄປເຝິກທັກສະ ກຽມຄວາມພ້ອມໃນຫຼາຍໆດ້ານໃຫ້ສົມບູນ ແລະ ກັບມາເດີນສາຍປະກວດໃໝ່ໃນປີນີ້ ແລະ ກໍເປັນດັ່ງທີ່ນາງຕັ້ງໃຈໄວ້ ເພາະນາງສາມາດຝ່າຟັນອຸປະສັກ ຜ່າດ່ານກຳມະການສຸດຫິີນໃນປີນີ້ ຄວ້າລາງວັນຊະນະເລີດ Miss Universe Thailand 2019 ໄປໄດ້ຢ່າງງົດງາມ ແລະ ຈະໄດ້ໄປເປັນຕົວແທນສາວໄທໄປປະກວດໃນເວທີ Miss Universe  2019  ປະຊັນກັບສາວງາມທົ່ວໂລກ

“ຄວາມພະຍາຍາມຢູ່ໃສ ຄວາມສຳເລັດຢູ່ທີ່ນັ້ນ” ສຸພາສິດຄຳນີ້ຍັງໃຊ້ໄດ້ສະເໝີ ເພາະເບິ່ງຈາກເສັ້ນທາງທີ່ ຟ້າໃສ ປະວີນສຸດາ Miss Universe Thailand 2019 ທີ່ນາງໄດ້ຝ່າຟັນມາແລ້ວບໍ່ງ່າຍເລີຍ ແຕ່ນາງກໍບໍ່ຍອມແພ້ ເດີນໜ້າເຮັດຕາມຄວາມຝັນຈົນສຳເລັດດັ່ງທີ່ຕັ້ງໃຈ ສາມາດເປັນແບບຢ່າງ ແລະ ກຳລັງໃຈໃຫ້ແກ່ຄົນທີ່ກຳລັງມີຄວາມຝັນໄດ້ເປັນຢ່າງດີ.

(ຂໍຊົມເຊີຍ ແລະ ສະແດງຄວາມຍິນດີ)

ແຟນໆສາມາດ Share ໄວ້ເບິ່ງເພື່ອເປັນກຳລັງໃຈໃຫ້ຕົວເອງໄດ້ເລີຍເດີ້ ສຳລັບ Case ນີ້!!!

ຮູບພາບ: Miss Universe Thailand 2019 

Story: ຊະນີIndy

ແບ່ງປັນ