Breaking News

ຜົນຮ້າຍຈາກການກິນອາຫານທີ່ບໍ່ມີປະໂຫຍດ  ຫຼາຍລ້ານຄົນທົ່ວໂລກເສຍຊີວິດ (ລະວັງແດ່!!!)

ແບ່ງປັນ

ການສຶກສາວິໄຈໄດ້ຖືກຕີພິມໃນວາລະສານ The Lancet ຈາກການສຳຫຼວດໃນ 195 ປະເທດ ຈາກການສຶກສາທົ່ວໂລກພົບວ່າມີຜູ້ເສຍຊີວິດກວ່າ 11 ລ້ານຄົນທົ່ວໂລກ ໃນປີ 2017 ທີ່ຜ່ານມາ ເຊິ່ງສາເຫດເກີດຈາກການກິນອາຫານທີ່ບໍ່ມີປະໂຫຍດເຊັ່ນ ນໍ້າຕານ, ເກືອ ແລະ ຊີ້ນແປຮູບ ອາຫານທີ່ບໍ່ດີເຫຼົ່ານີ້ເປັນສາເຫດທີ່ເຮັດໃຫ້ມີຜູ້ເສຍຊີວິດ 1 ໃນ 5 ຂອງຄົນທົ່ວໂລກຫຼາຍກວ່າປັດໄຈສ່ຽງອື່ນໆ

ຈາກການສຶກສາພົບວ່າຄົນເຮົາບໍລິໂພກອາຫານເພື່ອສຸຂະພາບໜ້ອຍເກີນໄປເຊັ່ນ ອາຫານປະເພດຖົ່ວ, ນົມ ແລະ ທັນຍະພືດ ແຕ່ກັບກິນອາຫານທີ່ບໍ່ມີປະໂຫຍດຕໍ່ຮ່າງກາຍເກີນຄວາມຈຳເປັນໃນແຕ່ລະມື້ເຊັ່ນ: ນໍ້າຕານ, ເກືອ ແລະ ໄຂມັນບໍ່ດີ ເຊິ່ງເປັນປັດໄຈສ່ຽງທີ່ເຮັດໃຫ້ເກີດພະຍາດຕ່າງໆ ຕາມມາຢ່າງຫຼວງຫຼາຍເຊັ່ນ ພະຍາດຫົວໃຈ, ພະຍາດຫຼອດເລືອດໃນສະໝອງ, ພະຍາດເບົາຫວານ ແລະ ພະຍາດມະເຮັງຫຼາຍຊະນິດ

ການສຶກສາທີ່ຕີພິມໃນວາລະສານໄດ້ລະບຸວ່າ ຄວນຮັບປະທານອາຫານທີ່ມີປະໂຫຍດຕໍ່ສຸຂະພາບໃຫ້ຫຼາຍຂຶ້ນ ຄວນກິນປະເພດຖົ່ວຕ່າງໆ ຜັກ ໝາກໄມ້ ຄວນຮັບປະທານເພີ່ມຂຶ້ນເປັນ 2 ເທົ່າເພື່ອປ້ອງກັນພະຍາດຕ່າງໆ

ການເສຍຊີວິດຈາກການກິນອາຫານທີ່ບໍ່ມີປະໂຫຍດຈາກການສຶກສາພົບວ່າຈາກ 11 ລ້ານຄົນໃນປີ 2017 ເກືອບ 10 ລ້ານຄົນໄດ້ເສຍຊີວິດຈາກພະຍາດຫົວໃຈ ແລະ ພະບາດຫຼອດເລືອດ, ພະຍາດມະເຮັງ 913,000 ຄົນ ແລະ ພະຍາດເບົາຫວານ 339,000 ຄົນ, ດັ່ງນັ້ນຈຳເປັນທີ່ສຸດທີ່ທຸກໆຄົນຄວນຫັນມາເບິ່ງແຍງສຸຂະພາບ ໂດຍເອົາໃຈໃສ່ຕໍ່ອາຫານການກິນ ບໍລິໂພກອາຫານທີ່ມີປະໂຫຍດ ແລະ ອອກກຳລັງກາຍຢ່າງສະໝໍ່າສະເໝີເພື່ອສຸຂະພາບທີ່ດີ.

ທີ່ມາ https://www.reuters.com/

ຮູບພາບປະກອບ https://health.campus-star.com/general/10974.html

ແບ່ງປັນ