Breaking News

ແຟນໆວ່າແນວໃດ? ໜຸ່ມລາວອອກມາໂພສແບບນີ້… ຫຼັງຈົບການປະກວດ Mister National Universe 2019 ທີ່ປະເທດໄທ

ແບ່ງປັນ

ຕັດສິນກັນໄປແລ້ວ… ສຳລັບເວທີ Mister National Universe 2019 ທີ່ຈັດຂຶ້ນທີ່ ປະເທດໄທ, ເຊິ່ງການປະກວດດັ່ງກ່າວກໍມີ  ໄຊຍະສິດ ສຸລິຍະເຕັນ (ບີ້) Mister National Universe Laos 2019 ທີ່ໄປເປັນຕົວແທນຜູ້ຊາຍລາວໄປປະກວດໃນເວທີດັ່ງກ່າວ…

ແຕ່ກໍເປັນປະເດັນຂຶ້ນມາໃຫ້ແຟນໆໄດ້ສົ່ງກຳລັງໃຈກັນເລື້ອຍໆ ເຊິ່ງເຖິງແມ່ນວ່າຕົວແທນຈາກລາວເຮົາຈະບໍ່ສາມາດຄວ້າລາງວັນໃດໆມາຝາກພໍ່ແມ່ພີ່ນ້ອງຊາວລາວເລີຍ ແຕ່ກໍຖືວ່າ ໜຸ່ມ ບີ້ ໄດ້ເຮັດດີທີ່ສຸດແລ້ວ ແລະ ຍັງໄດ້ໂພສຂໍ້ຄວາມຜ່ານເຟສບຸກສ່ວນຕົວວ່າ: “ຂອບໃຈທຸກກຳລັງໃຈພີ່ນ້ອງຊາວລາວທີ່ມອບໃຫ້ ນີ້ຄືລາງວັນທີ່ຄຸ້ມຄ່າ ແລະ ດີທີ່ສຸດສຳລັບຂ້າພະເຈົ້າ”

ພໍແຕ່ໂພສນີ້ຖືກເຜີຍແຜ່ກໍເຮັດໃຫ້ມີແຟນໆເຂົ້າໄປໃຫ້ກຳລັງໃຈ ບີ້ ໄຊຍະສິດ Mister National Universe Laos 2019 ກັນຢ່າງຫຼວງຫຼາຍ.

ເຖິງແມ່ນວ່າຈະບໍ່ໄດ້ລາງວັນໃດໆ ແຕ່ເອົາເປັນວ່າໜຸ່ມຕົວແທນຈາກລາວເຮົາກໍເຮັດດີທີ່ສຸດແລ້ວ ຝາກເປັນກຳລັງໃຈໃຫ້ໜຸ່ມຄົນນີ້ກັນຫຼາຍໆເລີຍໂລດເນາະແຟນໆ

ສຳລັບຜູ້ຊະນະເລີດໄດ້ຮັບຕຳແໜ່ງ  Mister National Universe 2019 ໄປຄອງໃນປີນີ້ໄດ້ແກ່ Vikash Usham ຈາກເມືອງ Manipur ປະເທດ India (ຂໍສະແດງຄວາມຍິນດີນຳຫຼາຍໆ)

(ຂໍຂອບໃຈຮູບພາບ)

Story: ຊະນີIndy

ແບ່ງປັນ