Breaking News

ໃຜວ່າຖືພາຕ້ອງໝົດງາມ? ສ່ອງ…ແອັບເປີ້ນ ສີສະຫງຽນ ກັບການແຕ່ງໂຕໃນຊ່ວງຖືພາ (ບອກເລີຍແມ່ສາຍແຟສຸດໆ)

ແບ່ງປັນ

ນີ້ຍຸກໃດແລ້ວ…ໝົດຄຳທີ່ຕ້ອງເວົ້າວ່າເປັນແມ່ຖືພາແລ້ວຕ້ອງຕຸ້ຍ ຕ້ອງໝົດງາມ ຕ້ອງໝົດຄວາມໝັ້ນໃຈ (No no no) ບໍ່ໄດ້ເດີ້ ແມ່ຍິງເຮົາຕ້ອງຖືຄະຕິຢູ່ຕະຫຼອດວ່າເປັນແມ່ຍິງຢ່າຢຸດງາມ, ບໍ່ເຊື່ອລອງມາສ່ອງ ແອັບເປີ້ນ ສີສະຫງຽນ ທີ່ປັດຈຸບັນນາງກຳລັງຖືພາໄດ້ປະມານເກືອບ 5 ເດືອນ ແຕ່ເບິ່ງແລ້ວນາງກໍຍັງໜ້າຮັກສົດໃສ ງາມຂຶ້ນເລື້ອຍໆ ແລະ ແຕ່ລະຊຸດຂອງນາງກໍຍັງບໍ່ຊໍ້າ ນຳສະໄໝ ສາຍແຟຊັ່ນສຸດໆ.

(ລອງມາເບິ່ງ Looks ຂອງ ແອັບເປີ້ນ ສີສະຫງຽນ)

ເປັນແນວໃດໄດ້ເຫັນຄວາມງາມ ໜ້າຮັກສົດໃສໃນແບບຂອງ ແອັບເປີ້ນ ສີສະຫງຽນ ເປັນຄືກັບໄດ້ເອີ່ຍມາແຕ່ຕົ້ນເລີຍແມ່ນບໍ່? ສ່ວນແມ່ໆຄົນໃດທີ່ກຳລັງຈະມີລູກ ຫຼຶ ມີລູກແລ້ວ ຮູບຮ່າງກໍອາດຈະບໍ່ຄືເກົ່າ  ໃຫ້ລຸກຂຶ້ນມາເບິ່ງແຍງຕົວເອງໃຫ້ງາມ ແລະ ດູດີແບບເກົ່າກໍຍັງບໍ່ສາຍ ຂໍເປັນກຳລັງໃຈໃຫ້ທຸກໆຄົນກໍແລ້ວກັນເນາະ.

ຂໍຂອບໃຈຮູບພາບຈາກ: Appleminiberry

Story: ຊະນີIndy

ແບ່ງປັນ