Breaking News

ອີກໜຶ່ງທາງເລືອກໃໝ່ໆ “Take It Easy Cafe” ສາຍຖ່າຍຮູບ ສາຍຄາເຟ່ທັງຫຼາຍຫ້າມພາດ (ບອກເລີຍ…ຕ້ອງໄປ!!)

ແບ່ງປັນ

ວຸ້ນວາຍກັບການເຮັດວຽກ ການຮຽນມາໝົດມື້ ຮູ້ສຶກເມື່ອຍ ຮູ້ສຶກຢາກ Relax ສຸດໆແມ່ນບໍ່ແຟນໆ? ບາງຄົນກໍຢາກນັດໝູ່ສະໜິດ ນັດຄົນຮູ້ໃຈ ຫຼື ບາງຄົນກໍອິນດີ້ແດ່…ຢາກໄປນັ່ງຊຶ້ງໆຄົນດຽວຊິນ່າ (ຮະຮ່າ) ແຕ່ຄິດສະຖານທີ່ບໍ່ອອກ ບໍ່ຮູ້ຈະໄປໃສ ບ່ອນໃດກໍໄປມາໝົດແລ້ວ…

ບໍ່ຍາກເດີ້!!! ປີນີ້ 2019 ແລ້ວບໍ່ຕ້ອງຄິດໃຫ້ເມື່ອຍ ພຽງແຕ່ຕິດຕາມ Kuanjai Magazine  ນັ່ງຢູ່ລ້າໆກໍຈະມີຂໍ້ມູນຂ່າວສານໃໝ່ມາອັບເດດໃຫ້ແຟນໆໄດ້ຮູ້ກັນເລື້ອຍໆ ເພາະຫຼ້າສຸດໄດ້ຍິນຂ່າວວ່າມີຮ້ານ Cafe ເປີດໃໝ່ ຊະນີIndy ກໍບໍ່ລໍຖ້າຊ້າ ໄດ້ໄປຍາມຮ້ານ “Take It Easy Cafe” ເພື່ອເກັບເອົາບັນຍາກາດດີໆພາຍໃນຮ້ານ ແລະ ມາບອກຕໍ່ເຖິງລົດຊາດເຄື່ອງດື່ມ ແລະ ອາຫານທີ່ໜ້າລິ້ມລອງມາຝາກແຟນໆແລ້ວ…

ເຊິ່ງຮ້ານ “Take It Easy Cafe” ແມ່ນຕັ້ງຢູ່ຊັ້ນ 4 ຂອງຫ້າງຊັບພະສິນຄ້າ World Trade Center, Bloke B ເຊິ່ງທາງທີມງານເຮົາກໍໄດ້ມີການໄປຖາມໄຖ່ເຖິງທີ່ມາທີ່ໄປຂອງຮ້ານແລ້ວວ່າ “Take It Easy Cafe” ແມ່ນເລີ່ມມາຈາກວົງດົນຕີທີ່ມີຊື່ວ່າ Two Tones Style Rock&Roll  ແລະ ເຈົ້າຂອງຮ້ານກໍມີແຮງບັນດານໃຈມາຈາກວົງດົນຕີຍຸກເກົ່າກໍຄື The Eagles and 70’s Rock&Roll  ເລີຍຄິດຢາກແຊຣຄວາມມັກ ຄວາມຮັກສ່ວນຕົວໃຫ້ທຸກໆຄົນໄດ້ມີສ່ວນຮ່ວມ ໃຫ້ທຸກຄົນໄດ້ຄົ້ນພົບຄວາມມັກ ຄົ້ນພົບພອນສະຫວັນໃນຕົວເອງໃຫ້ກາຍເປັນຈິງເຊັ່ນດຽວກັນ.

“Take It Easy Cafe” ເປັນຮ້ານຄາເຟ່ແນວງ່າຍໆ ສະບາຍໆ ເປັນບ່ອນທີ່ສາມາດໄປນັ່ງກິນກາເຟ ຫຼື ກິນອາຫານ ຟັງເພງແບບມ່ວນໆ ແລະ ຖ່າຍຮູບງາມໆໄວ້ໂຊໝູ່ໃນໂລກໂຊຊ່ຽວ ບອກໄວ້ເລີຍວ່າສາຍຖ່າຍຮູບ ສາຍນັ່ງຊິວ ສາຍຄາເຟ່ທັງຫຼາຍຕ້ອງໄປ ຢໍ້າ! ວ່າຕ້ອງໄປ…ຫ້າມພາດເດີ້!!!

Story: ຊະນີIndy

ສາມາດເຂົ້າໄປເບິ່ງລາຍລະອຽດທີ່ FB/ Take it Easy Cafe & Grill

ແບ່ງປັນ