Breaking News

(ທຸກໆຢ່າງເປັນໄປໄດ້ຖ້າໃຈສູ້) ຈາກເດັກຕົ້ນທຶນຊີວິດຕໍ່າ ໃຫ່ຍມາທ່າມກາງກອງຂີ້ເຫຍື້ອ ສູ່ນັກຮຽນທຶນມະຫາວິທະຍາໄລອັນດັບໜຶ່ງໃນ Australia 

ແບ່ງປັນ

ມາເບິ່ງເລື່ອງລາວສ້າງແຮງບັນດານໃຈ ຈາກສາວນັກສູ້ຜູ້ບໍ່ຍອມແພ້ຕໍ່ຕົ້ນທຶນຊີວິດຂອງຕົວເອງ Sophie Ron  ເປັນແມ່ຍິງສັນຊາດ ກຳປູເຈຍ ທີ່ບໍ່ໄດ້ມີຕົ້ນທຶນຊີວິດດີຄືກັບຄົນອື່ນໆ ເກີດມາໃນຊົນຊັ້ນທຸກຍາກ ອາໄສໃນສະຖານທິີ່ກອງຂີ້ເຫຍື້ອ ໃນເມືອງ ພະນົມເປັນ ປະເທດ ກຳປູເຈຍ ຕັ້ງແຕ່ເກີດມານາງບໍ່ເຄີຍໄດ້ກິນອາຫານແຊບ ຫຼື ອີ່ມຄົບ 3 ຄາບ ຄືກັບຄົນອື່ນ ອົດໆຢາກໆມາຕະຫຼອດ, ແຕ່ສິ່ງໜຶ່ງທີ່ນາງຄິດ ແລະ ມີເປົ້າໝາຍມາຕະຫຼອດວ່າ ນາງຈະບໍ່ຍອມໃຫ້ຄວາມທຸກມາຂວາງທາງຄວາມຝັນ ແລະ ສິ່ງທີ່ຈະເປັນເຂັມທິດນຳພາໄປສູ່ຄວາມຝັນນັ້ນກໍຄື ຄວາມອົດທົນ ຕັ້ງໃຈ ແລະ ມຸ່ງໝັ້ນທີ່ມີໃນໂຕຂອງລາວນັ້ນເອງ

ເສັ້ນທາງຊີວິດຂອງ Sophie Ron ໃນຕອນນັ້ນນາງມີອາຍຸ 11 ປີ ເຖິງແມ່ນວ່າຈະມີຈຸດເລີ່ມຕົ້ນມາຈາກເປັນເດັກນ້ອຍທີ່ໃຫ່ຍມາຈາກກອງຂີ້ເຫຍື້ອ ແຕ່ນາງກໍບໍ່ເຄີຍຍອມແພ້ເລີຍ ເຖິງວ່າຈະບໍ່ໄດ້ເຂົ້າໂຮງຮຽນຄືກັບເດັກນ້ອຍຄົນອື່ນ ແຕ່ Sophie ກໍບໍ່ຍອມແພ້ຕໍ່ຊີວິດ ນາງໄດ້ສຶກສາຫາຄວາມຮູ້ດ້ວຍຕົວເອງຈາກໜັງສືເກົ່າໆ ທີ່ຄົນນຳມາຖິ້ມໄວ້ ໃນໄລຍະບໍ່ພຽງເທົ່າໃດ ຍ້ອນຄວາມໄຝ່ຮູ້ ເລີຍເຮັດໃຫ້ສາມາດອ່ານອອກຂຽນໄດ້ ແລະ ນັ້ນກໍຖືເປັນຈຸດເລີ່ມຕົ້ນຂອງການໄຝ່ຮູ້ທີ່ຈະຮຽນຂອງແມ່ຍິງຄົນນີ້…

ຕໍ່ຈາກນັ້ນ Sophie Ron ກໍໄດ້ຮັບໂອກາດຈາກກອງທືນສົ່ງເສີມເດັກນ້ອຍໃນກຳປູເຈຍ (CCE) ໃຫ້ໄດ້ຮັບການສຶກສາທີ່ ປະເທດ ອົດສະຕາລີ, Sophie ກໍຕັ້ງໃຈຮຽນຢ່າງເຕັມທີ່ ຈົນສຳເລັດການສຶກສາຈາກ Trinity College ຊຶ່ງເປັນມະຫາວິທະຍາໄລທີ່ເກົ່າແກ່ທີ່ສຸດໃນເມວເບິນ ປະເທດ ອົດສະຕາລີ ແລະ ຍັງເປັນສະຖາບັນການສຶກສາອັນດັບໜຶ່ງໃນປະເທດ ອົດສະຕາລີ

ຊິ່ງໃນມື້ຈົບການສຶກສານາງຍັງໄດ້ຮັບກຽດໃຫ້ເປັນຕົວແທນເຫຼົ່າບັນດິດໃນການກ່າວເທິງເວທີ ແລະ ຍັງໄດ້ຮັບທຶນແບບເຕັມຈຳນວນຈາກ ມະຫາວິທະຍາໄລ ໃນປະເທດ ອົດສະຕາລີ ອີກດ້ວຍ

Sophie Ron ກ່າວວ່າ: “ຄົງບໍ່ມີໃຜທີ່ຈະຄາດຄິດ ວ່າຈາກເດັກຍິງໂຕນ້ອຍໆ ທີ່ເຄີຍນອນໃນກອງຂີ້ເຫຍື້ອມາກ່ອນ ຈະມາຍືນຢູ່ໃນຈຸດນີ້ໄດ້ ແລະ ເປົ້າໝາຍຂອງຂ່້ອຍໃນຕອນນີ້ຄືເດີນທາງກັບກຳປູເຈຍ ເພື່ອຂ້ອຍຈະໄດ້ກັບໄປຊ່ວຍເຫຼືອ ໃຫ້ກຳລັງໃຈເດັກຄົນອື່ນທີ່ອາດຈະບໍ່ໂຊກດີຄືກັບຂ້ອຍແບບນີ້”

ໄດ້ເຫັນເລື່ອງລາວນີ້ແລ້ວເຊື່ອວ່າເລື່ອງລາວຄວາມຕັ້ງໃຈ ຄວາມພະຍາຍາມເພື່ອບັນລຸເປົ້າໝາຍທີ່ຕັ້ງໄວ້ຂອງ Sophie Ron ສາມາດເປັນແບບຢ່າງໃຫ້ແກ່ນ້ອງໆ ແລະ ໝູ່ເພື່ອນທຸກຄົນໄດ້ເປັນຢ່າງດີ, ບໍ່ວ່າເຮົາຈະເກີດມາໃນຕົ້ນທຶນຊີວິດແບບໃດ ແຕ່ເຮົາສາມາດເລືອກຍ່າງໃນສາຍທາງຊີວິດຂອງຕົວເອງໄດ້ ພຽງແຕ່ມີໃຈສູ້ ທໍ້ໄດ້ແຕ່ຫ້າມຖອຍ ເຊື່ອວ່າມື້ໜຶ່ງໂອກາດດີໆກໍຈະມາໃຫ້ເຮົາໄດ້ຄວ້າໄປແນ່ນອນ.

#ສະໜັບສະໜູນໃຫ້ທຸກຄົນອອກມາໃຊ້ຊີວິດ

ທີ່ມາ : noonecares.me

ຮຽບຮຽງ: ຊະນີIndy

ແບ່ງປັນ