Breaking News

ປະໝາດບໍ່ໄດ້ເລີຍ! ແຟນໆນາງງາມເຊຍມ່ວນແນ່ນອນ ຫວຽດນາມ ກຽມສົ່ງສາວຄົນນີ້…ລົງປະກວດໃນເວທີ Miss Universe 2019 

ແບ່ງປັນ

ຫຼາຍປະເທດທົ່ວໂລກກໍເລີ່ມປະກວດ ແລະ ປະກາດເປັນທາງການກັນໄປຫຼາຍປະເທດ ຫຼ້າສຸດ ປະເທດ ຫວຽດນາມ ກໍສ້າງຄວາມຮຶຮາໃຫ້ແຟນໆນາງງາມທົ່ວໂລກ ເພາະໄດ້ປະກາດຢ່າງເປັນທາງການແລ້ວວ່າໃນປີນີ້ທາງກອງປະກວດຈະແຕ່ງຕັ້ງ  Hoàng Thùy  ເປັນ Miss Universe Vietnam 2019 ແລະ ຈະໄດ້ເປັນຕົວແທນສາວງາມຫວຽດນາມ ເພື່ອໄປປະຊັນຄວາມງາມ  ປະຊັນທັກສະຄວາມຮູ້ຄວາມສາມາດໃນເວທີ Miss Universe 2019 ທີ່ຈະຈັດຂຶ້ນທ້າຍປີນີ້

ສຳລັບ Hoàng Thùy Miss Universe Vietnam 2019 ແຟນໆຢາກຮູ້ແລ້ວແມ່ນບໍ່ວ່ານາງແມ່ນໃຜ ກ່ອນໜ້ານີ້ນາງເປັນຮອງອັນດັບ 1 ຂອງ Miss Universe Vietnam 2017 ເຊິ່ງສາເຫດທີ່ທາງກອງປະກວດມິສຍູນິເວີດໃນປະເທດຫວຽດນາມແຕ່ງຕັ້ງນາງນັ້ນຍ້ອນວ່າ ປະເທດ ຫວຽດນາມ ຈະມີການຈັດການປະກວດ Miss Universe Vietnam 2ປີ/1ຄັ້ງ ໂດຍຈະໃຫ້ຜູ້ທີ່ໄດ້ຮັບຕຳແໜ່ງເປັນຕົວແທນຂອງປະເທດໄປປະກວດກ່ອນ ແລະ ປີຕໍ່ໆໄປກໍຈະເປັນໜ້າທີ່ຂອງຮອງອັນດັບ ຈົນເຮັດໃຫ້   Hoàng Thùy ມີໂອກາດໄດ້ເປັນຕົວແທນ Miss Universe Vietnam 2019 ນັ້ນເອງ

Hoàng Thùy ອາຍຸ 27 ປີ ລວງສູງ 179 ຊັງຕີແມັດ ເກີດທີ່ເມືອງ Thanh Hóa ຈົບການສຶກສາດ້ານອຸດສະຫະກຳການອອກແບບ, Hoàng Thùy ເກີດໃນຄອບຄົວຊົນຊັ້ນທຸກຍາກ ຕັ້ງແຕ່ນ້ອຍນາງຕ້ອງຊ່ວຍພໍ່ແມ່ຫາເງິນດ້ວຍການຂາຍເຂົ້າໜົມເທິງລົດເມ ແຕ່ໂຊກຊະຕາພິກຜັນເພາະສາວຄົນນີ້ມີໂອກາດໄດ້ປະກວດ Top Model of the World 2012 ທີ່ປະເທດ ເຢຍລະມັນ ສາມາດຕິດ Top20 ຄົນສຸດທ້າຍ

ແລະ ຕໍ່ມາ Hoàng Thùy ກໍໄດ້ລົງປະກວດ Vietnam’s Next top Model ຊີຊັ່ນ 2 ຈົນໄດ້ຮັບລາງວັນຊະນະເລີດ ນາງເລີຍເລີ່ມເດີນສາຍເພື່ອໂກອິນເຕີແຕ່ຖືກປະຕິເສດສາຍອາຊີບນາງແບບທີ່ຕ່າງປະເທດ ແຕ່ເຖິງຢ່າງໃກກໍຕາມນາງກໍ່ບໍ່ທໍ້ຖອຍ ໃນປີ 2014 ນາງເລີ່ມເດີນສາຍແຄສງານທີ່ຕ່າງປະເທດ ຈົນມີດີໄຊເນີໃນກຣຸງລອນດອນ ປະເທດ ອັງກິດ ເຫັນເຮັດໃຫ້ນາງມີໂອກາດໄດ້ເດີນແບບໃນລອນດອນແຟຊັ່ນວີກ, ນິວຢອກ ແຟຊັ່ນວີກ ລວມເຖິງຖ່າຍວາລະສານ Elle Grazia ເຊິ່ງເປັນຈຸດປ່ຽນໃຫ້ Hoàng Thùy  ກ້າວໄປເຮັດວຽກທີ່ມັກ ແລະ ຮັກ ໃນລະດັບອິນເຕີ

ສາວຄົນນີ້ເຮັດວຽກໄປໆມາໆລະວ່າງວົງການບັນເທີງຫວຽດນາມ ແລະ ລະດັບອິນເຕີ ຈົນມາຮອດປີ 2017 Hoàng Thùy  ໄດ້ຮັບໜ້າທີ່ໃຫ້ເປັນໂຄສໃນລາຍການ The Face Vietnam ຊີຊັ່ນ 2 ພໍຈົບລາຍການນາງກໍໄດ້ກ້າວເຂົ້າສູ່ການປະກວດ Miss Universe Vietnam ໄດ້ຮັບຕຳແໜ່ງຮອງອັນດັບ 1 ແລະ ອີກໜຶ່ງລາງວັນພິເສດຄື People.s Chioce Award, ພໍມາຮອດປີ 2019 ເອີ້ນໄດ້ວ່າເປັນປີເຮັງຂອງນາງ ເພາະທາງກອງປະກວດໄດ້ຕົກລົງແຕ່ງຕັ້ງໃຫ້ Hoàng Thùy  ເປັນ Miss Universe Vietnam 2019 ເອີ້ນໄດ້ວ່າສາວຄົນນີ້ກໍເປັນອີກໜຶ່ງສາວທີ່ມີໂປຟາຍບໍ່ທຳມະດາ ນາງມີປະສົບການ ທັກສະອັດແໜ້ນທັງພາຍໃນ ແລະ ລະດັບອິນເຕີ ປະໝາດບໍ່ໄດ້ແທ້ໆ (ແຟນໆນາງງາມເຊຍມ່ວນແນ່ນອນປີນີ້)

ສ່ວນແຟນໆນາງງາມ Miss Universe Laos 2019 ຫຼາຍທ່ານຢາກຮູ້ແລ້ວແມ່ນບໍ່ວ່າໃຜຈະໄດ້ເປັນສາວງາມຕົວແທນ ປະເທດລາວ ໄປປະທະຄວາມງາມກັບຕົວແທນນາງງາມຈັກກະວານຈາກທົ່ວໂລກ, ເອົາເປັນວ່າລໍຖ້າໄປກ່ອນ ຖ້າມີຄວາມຄືບໜ້າສັນຍາຈະມາອັບເດດໃຫ້ແຟນໆຮູ້ກ່ອນໃຜແນ່ນອນ.

ຂໍຂອບໃຈຮູບພາບຈາກ: IG/hoangthuy_official

ແບ່ງປັນ