Breaking News

Street style! ສ່ອງ ເຈນນີ້ ມິສເວີລາວ ກັບແຟຊັ່ນແນວ Street ບວກກັບທ່າໂພສ…ສຸດເຜັດ!!!

ແບ່ງປັນ

Hello…ແຟນໆ!!! ເຜີແປັບດຽວຮອດເດືອນ ກໍລະກົດ 2019 ແລ້ວເດີ້ ເລີ່ມຕົ້ນອາທິດທີ່ສອງຂອງເດືອນກັບອາກາດຮ້ອນໆທີ່ ນະຄອນຫຼວງວຽງຈັນ ແຂວງອື່ນເດອາກາດເປັນແນວໃດແດ່ຄອມເມັ້ນບອກກັນລົວໆແດ່ເດີ້, ຂຶ້ນຕົ້ນມາກັບອາກາດຮ້ອນໆ ຖ້າຈະຮ້ອນຂະໜາດນີ້ຂໍຮ້ອນໃຫ້ມັນສຸດໆກໍແລ້ວກັນເນາະ ເພາະຈະພາໄປສ່ອງ ໄປອັບເດດສາວງາມ ຂາຍາວ ຂາວສູງ ຫັ້ນແນ່!!! ເວົ້າແບບນີ້ເລີ່ມຢາກຮູ້ແລ້ວແມ່ນບໍ່ວ່າສາວຄົນນີ້ແມ່ນໃຜ ແອນ ແອ່ນ ແອ່ນນນ…ສາວຄົນນີ້ກໍຄື ຕົ້ນຄຳ ພົນຈັນເຮືອງ (ເຈນນີ້) Miss World Laos 2017 ນັ້ນເອງ…

ເຊື່ອວ່າແຟນໆຫຼາຍໆຄົນກໍຄົງຈະຄຸ້ນໜ້າຄຸ້ນຕາເຈນນີ້ ຕົ້ນຄຳ ເປັນຢ່າງດີໃນຖານະ ນາງງາມ/ນາງແບບ/ພິທິກອນ ທີ່ນາງສາມາດເຮັດໜ້າທີ່ທີ່ກ່າວມາໄດ້ເປັນຢ່າງດີ , ແຕ່ຍັງບໍ່ໝົດພຽງເທົ່ານັ້ນ ເພາະສະດຸດຫູສະດູດຕາກັບການແຕ່ງກາຍໃນມື້ສະບາຍໆ ອອກແນວ Street style ບວກກັບທ່າໂພສສຸດເຜັດ ສຸດແຊບ ບອກເລີຍບໍ່ທຳມະດາ…ໄປເບິ່ງກັນ!!!

ໄດ້ເຫັນຂາຍາວໆ ຮູບຮ່າງດີໆ ຂອງ ເຈນນີ້ ຕົ້ນຄຳ Miss World Laos 2017  ມາໃນແນວ Street style ບວກກັບທ່າໂພສເຜັດໆແຊບໆຂອງນາງແລ້ວ ຂໍໃຫ້ຄະແນນນາງເຕັມ 10 ຄະແນນເລີຍໂລດເດີ້.

ສ່ວນໃຜທີ່ມັກແນວ ມັກ Style ມັກທ່າໂພສແບບສາວງາມຄົນນີ້ກໍຈັດໂລດເດີ້ ເພາະນາງບໍ່ຫວງສູດແນ່ນອນ.

ຂໍຂອບໃຈຮູບພາບຈາກ: FB/Tonkham Phonchanheuang.

Story: ຊະນີIndy

ແບ່ງປັນ