Breaking News

ວົງການຜົມສັ້ນເຂົ້າແລ້ວອອກຍາກ ສາເຫດທີ່ເຮັດໃຫ້ສາວໆມັກຕັດຜົມສັ້ນແມ່ນ…?

ແບ່ງປັນ

ຕ້ອງຍອມຮັບເລີຍວ່າຊົງຜົມທີ່ກຳລັງມາແຮງວິນາທີນີ້ກໍຄື “ຊົງຜົມສັ້ນ” ບໍ່ວ່າຈະເປັນດາລາ ເຊເລັບ ຫຼື ສາວໆທັງຫຼາຍກໍພາກັນຕັດຜົມໃຫ້ເຂົ້າກັບແຟຊັ່ນຕາມຍຸກສະໄໝ ແຖມປັດຈຸບັນຍິ່ງມີຄຳເວົ້າຄົມໆມາກວນກັນຫຼິ້ນໆອີກວ່າ “ວົງການຜົມສັ້ນເຂົ້າແລ້ວອອກຍາກ” (555) ຖືກເລີຍແມ່ນບໍ່? ແຕ່ເບິ່ງອີກມຸມໜຶ່ງກໍຍັງມີຄົນທີ່ບໍ່ເຂົ້າໃຈສາວຜົມສັ້ນແບບເຮົາໆ ດັ່ງນັ້ນ!!! ເພື່ອໃຜທີ່ບໍ່ເຂົ້າໃຈວ່າສາວໆສະໄໝນີ້ເປັນຫຍັງຈຶ່ງມັກຕັດຜົມສັ້ນ ລອງມາເບິ່ງ 5 ສາເຫດດັ່ງຕໍ່ໄປນີ້ເບິ່ງເດີ້ ແລ້ວຈະເຂົ້າໃຈທັນທີ…

  • ອາກາດຮ້ອນ

ບໍ່ເຊື່ອກໍ່ຕ້ອງເຊື່ອວ່າການຕັດຜົມສັ້ນຊ່ວຍໃຫ້ເຢັນໄດ້ແທ້ ກໍ່ເທົ່າທີ່ຮູ້ໆກັນຢູ່ອາກາດບ້ານເຮົາເນາະ ຈະໃຫ້ມາຈົ່ງຜົມຍາວກໍຄົງຈະບໍ່ໄຫວ

  • ຜົມແຫ້ງໄວ

ສັງເກດບໍ່ວ່າເວລາຕັດຜົມສັ້ນ ມັນຊ່ວຍໃຫ້ເຮົາເຢັນຂຶ້ນໄດ້ແທ້ໆ ແຖມບໍ່ຕ້ອງມານັ່ງເສຍເວລາເປົ່າດົນໆໃຫ້ເສຍສຸຂະພາບຜົມ ແລະ ໜັງຫົວອີກ

  • ເຊັດຜົມງ່າຍ

ແມ່ນແລ້ວ!!! ຜົມສັ້ນເທົ່າໃດຍິ່ງເຊັດງ່າຍ ຕໍ່ໃຫ້ຕື່ນສວາຍຕ້ອງສະຜົມໃນເຊົ້າມື້ນັ້ນ ກໍສະບາຍຫາຍຫ່ວງ

  • ໜ້າເດັກລົງ

ບໍ່ມີສາວໆຄົນໃດຍາກເບິ່ງແກ່ກວ່າອາຍຸດອກເດີ້ ເພາະສະນັ້ນນອກຈາກການແຕ່ງໜ້າແລ້ວ ສິ່ງທີ່ສາມາດຊ່ວຍສາວໆໃຫ້ໜ້າເດັກລົງໄດ້ກໍຄືການຕັດຜົມ ຊອຍຜົມໃຫ້ເຂົ້າກັບບຸກຂະລິກໃຜມັນນັ້ນເອງ

  • ຜົມບໍ່ຫຼົ່ນ

ສາວໆຜົມສັ້ນເວົ້າເປັນສຽງດຽວກັນເລີຍວ່າ ຄົນທີ່ຜົມສັ້ນເທົ່ານັ້ນຈະຮູ້ວ່າເມື່ອຕັດມາແລ້ວຜົມບໍ່ຫຼົ່ນຄືຕອນຜົມຍາວ ບໍ່ຕ້ອງມາເສຍເວລາປັດກວດພື້ນເຮືອນເມື່ອເວລາເປົ່າຜົມອີກຕໍ່ໄປ

ເຫັນໄດ້ຢ່າງຈະແຈ້ງເລີຍວ່າຜົມສັ້ນກໍບໍ່ໄດ້ເສຍຫາຍ ອອກຈະສະບາຍໆ ແຕ່ກໍຂຶ້ນກັບຄວາມມັກຂອງແຕ່ລະຄົນ ແຕ່ຖ້າຢາກລຸກຂຶ້ນມາປັບບຸກຂະລິກໃໝ່ ເປັນສາວໂມເດິນ ແບບທັນສະໄໝ ແນະນຳເລີຍການຕັດຜົມໃຫ້ສັ້ນລົງກໍສາມາດຊ່ວຍສາວໆໄດ້.

ທີ່ມາ: women.mthai.com

ຮູບພາບ: sistacafe.com

ແບ່ງປັນ