Breaking News

ຊົມເຊີຍ! ແມ່ຍິງເກັ່ງທີ່ຂໍເລືອກເສັ້ນທາງຊີວິດດ້ວຍໂຕເອງ ຈົນປະສົບຜົນສຳເລັດໄດ້ເປັນເຈົ້າໜ້າທີ່ໃຫ່ຍໃນ NASA (ສ້າງແຮງບັນດານໃຈໃຫ້ຄົນທົ່ວໂລກ)

ແບ່ງປັນ

ເລື່ອງລາວສ້າງແຮງບັນດານໃຈຍັງມີມາເລື້ອຍໆ ໃນມື້ນີ້ເຮົາຈະນຳສະເໜີເລື່ອງລາວຂອງ Josephine Santiago-Bond ເປັນແມ່ຍິງສັນຊາດຟິລິປິນ ຄືໜຶ່ງຄົນທີ່ເຄີຍຊັງການຮຽນເລກ ບໍ່ມັກທີ່ຈະຮຽນວິຊາຄະນິດສາດ ແຕ່ໃນມື້ນີ້ລາວສາມາດເອົາຊະນະຕົວເອງ ຈົນສາມາດເປັນເຖິງຫົວໜ້າພະແນກພັດທະນາວິສະວະກຳຂັ້ນສູງທີ່ Kennedy Space Center ຂອງ NASA ອີກດ້ວຍ

Josephine Santiago-Bond NASA วิศวกรนาซ่า ์วิศวกร NASA

ແມ່ນແລ້ວ!!! ເຈົ້າຟັງບໍ່ຜິດ ຫຼາຍຄົນອາດຈະງົງໆ ແລະ ຍັງບໍ່ເຊື່ອວ່າຈະເປັນເລື່ອງຈິງໄດ້ ແຕ່ຂໍບອກເລີຍວ່າສາວຟິລິປິນຄົນນີ້ສາມາດເຮັດໄດ້ແທ້ໆ ໂດຍ Josephine ໄດ້ເລົ່າວ່າ ຂ້ອຍຕ້ອງຕໍ່ສູ້ກັບວິຊາຄະນິດສາດມາເຄິ່ງຊີວິດ ທັງໃນໂຮງຮຽນ ແລະ ມະຫາວິທະຍາໄລ

ຕອນຍັງນ້ອຍ ຂ້ອຍຮູ້ໂຕສະເໝີວ່າຕ້ອງໄປຮຽນໃນມະຫາວິທະຍາໄລ ຈົບແລ້ວຊອກເຮັດວຽກ ຫາເງິນເພື່ອຊື້ສິ່ງຂອງທີ່ຂ້ອຍຕ້ອງການ ແຕ່ຂ້ອຍບໍ່ໄດ້ເບິ່ງຫາເສັ້ນທາງຂອງອາຊີບພຽງແຕ່ອາຊີບດຽວ ຊຶ່ງນັ້ນຂ້ອນຂ້າງແຕກຕ່າງຈາກຄົນອື່ນ

“ພໍ່ແມ່ ແລະ ເອື້ອຍສອງຄົນຂອງຂ້ອຍເປັນໝໍ ການເຕີບໃຫ່ຍມາໃນຄອບຄົວແພດ ເຮັດໃຫ້ເກີດແຮງກົດດັນວ່າ ຂ້ອຍຈະຕ້ອງເປັນໝໍຕາມຮອຍພໍ່ແມ່່ ແລະເອື້ອຍແມ່ນບໍ່ ແຕ່ຂ້ອຍຂໍເລືອກເຮັດສິ່ງທີ່ຕ້ອງການດີກວ່າ ຊຶ່ງຂ້ອຍກໍພູມໃຈ ແລະເຄົາລົບໃນສາຍອາຊີບຂອງທຸກຄົນໃນຄອບຄົວ ແຕ່ຂ້ອຍບໍ່ຢາກເຮັດແບບດຽວກັບພວກເຂົາເທົ່ານັ້ນເອງ”

ໂດຍເສັ້ນທາງສູ່ຄວາມສຳເລັດຂອງ Josephine ເລີ່ມຕົ້ນຕັ້ງແຕ່ເຂົ້າຮຽນທີ່ ຄະນະວິສະວະກຳສາດ ໃນມະຫາວິທະຍາໄລຟິລິປິນ ແລະໄດ້ລົງຮຽນຫຼັກສູດວິສະວະກຳອີເລັກໂທນິກ ແລະ ການສື່ສານ ແນ່ນອນວ່າມັນເປັນຊ່ວງທີ່ລາວຕ້ອງຮຽນໃນວິຊາທີ່ນາງບໍ່ມັກມາແຕ່ນ້ອຍກໍຄືຄະນິດສາດ ແລະ ຕ້ອງພະຍາຍາມກັບມັນຫຼາຍທີ່ສຸດ

ຫຼັງຈາກຈົບການສຶກສາຈາກ University of the Philippines ນາງກໍໄດ້ໄປທີ່ ອາເມຣິກາ ເພື່ອເຮັດວຽກວິສະວະກຳໄຟຟ້າທີ່ South Dakota State University ແລະ ໃນສູນອະວະກາດ John F. Kennedy  ກ່ອນຈະກ້າວຂຶ້ນເປັນຫົວໜ້າພະແນກພັດທະນາວິສະວະກຳຂັ້ນສູງ ໃນປີ 2017, ເຊິ່ງມັນບໍ່ແມ່ນເລື່ອງງ່າຍທີ່ຈະເຮັດວຽກໃນແຕ່ລະມື້ ແຕ່ດ້ວຍຄວາມພະຍາຍາມ ມີເປົ້າໝາຍ ແມ່ຍິງສັນຊາດຟິລິປິນຄົນນີ້ກໍສາມາດກ້າວໄປສູ່ຈຸດທີ່ມຸ່ງຫວັງໄດ້ສຳເລັດ

“ນາຊ່າໃຫ້ໂອກາດຂ້ອຍຢ່າງຫຼວງຫຼາຍໃນການເຕີບໃຫ່ຍໃນຖານະວິສະວະກອນ ແລະ ໃນຖານະຜູ້ນໍາ ຂ້ອຍຮູ້ສຶກເປັນກຽດຫຼາຍທີ່ໄດ້ເຮັດວຽກນີ້”

ເລື່ອງລາວຂອງ Josephine ໄດ້ກາຍເປັນແຮງບັນດານໃຈໃຫ້ແກ່ຜູ້ຄົນທົ່ວໂລກ ລວມເຖິງເດັກນ້ອຍທີ່ມີຄວາມຄິດຈຳກັດ ຄວາມທີ່ຄິດວ່າບໍ່ມັກສິ່ງນັ້ນໆ ແລະ ອາດຈະຄິດວ່າເຮັດສິ່ງນັ້ນບໍ່ໄດ້ ພຽງແຕ່ຍັງບໍ່ໄດ້ລອງ

Josephine  ສອນໃຫ້ເຮົາຮູ້ວ່າໃນຄວາມທຸກຍາກຫາກເຮົາໃຫ້ເວລາຮຽນຮູ້ ແລະ ເຝິກຝົນກັບມັນດ້ວຍຄວາມຕັ້ງໃຈ ສິ່ງນັ້ນກໍຈະມີຄວາມສຳເລັດເປັນລາງວັນຖ້າຢູ່ທາງໜ້າແນ່ນອນ ທີ່ສຳຄັນເຮົາຕ້ອງເຊື່ອໃນຄວາມສາມາດຂອງຕົວເອງ.

ຢ່າລືມແຊຣໄວ້ເປັນກຳລັງໃຈຕົວເອງ #ຂໍສະໜັບສະໜູນໃຫ້ທຸກຄົນອອກມາໃຊ້ຊີວິດ

ທີ່ມາ: www.goodnewspilipinas.com

ຮຽບຮຽງ: ຊະນີIndy

ແບ່ງປັນ