Breaking News

ແຟນໆລຸ້ນໜັກປີນີ້ສາວງາມຕົວແທນປະເທດລາວໃນເວທີ Miss Universe 2019 ຈະແມ່ນໃຜ?  

ແບ່ງປັນ

ຫຼາຍປະເທດທົ່ວໂລກເລີ່ມປະກາດສົ່ງຕົວນາງງາມສູ່ເວທີ ນາງງາມຈັກກະວານ (Miss Universe) ເຊິ່ງກໍມີກະແສຂອງແຟນໆໄດ້ຖາມໄຖ່ກັນມາເລື້ອຍໆວ່າປີນີ້ ສາວງາມຕົວແທນປະເທດລາວເຮົາຈະແມ່ນໃຜ?

ເຊິ່ງປະເທດລາວເຮົາໄດ້ເລີ່ມສົ່ງຕົວແທນນາງງາມສູ່ເວທີ ນາງງາມຈັກກະວານ (Miss Universe) ຕັ້ງແຕ່ປີ 2017 ຄົນທຳອິດທີ່ໄດ້ໄປເວທີປະກວດນາງງາມອັນດັບໜຶ່ງຂອງໂລກກໍຄື ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos 2017 ເດີນທາງໄປປະກວດທີ່ USA ເຊິ່ງໃນປີນັ້ນນາງກໍເຮັດໜ້າທີ່ໄດ້ດີຫຼາຍ ເປັນທີ່ຮັບຮູ້ຂອງຜູ້ຄົນທົ່ວໂລກ ແຖມນາງຍັງເປັນທີ່ຮັກຂອງຄົນໃນກອງປະກວດ ຂອງເຫຼົ່າເອື້ອຍລ້ຽງນາງງາມໃນປີນັ້ນ, ແຕ່ເຖິງຈະບໍ່ໄດ້ລາງວັນມາຝາກຄົນລາວ ແຕ່ກໍຖືວ່າແມ່ຍິງລາວເກັ່ງຫຼາຍແລ້ວທີ່ສາມາດໄປໂຊຄວາມສາມາດໃນເວທີລະດັບໂລກໄດ້ເປັນຢ່າງດີ. (ຊົມເຊີຍ! ເກັ່ງຫຼາຍໆ)

ຄົນທີ 2 ຈະເປັນໃຜບໍ່ໄດ້ເລີຍ ອອນອະນົງ ຫອມສົມບັດ Miss Universe Laos 2018 ເດີນທາງໄປປະກວດທີ່ ປະເທດໄທ ເຊິ່ງກ່ອນໜ້າທີ່ນາງຈະໄດ້ເປັນຕົວແທນສາວງາມຈາກ ປະເທດລາວ ກໍບໍ່ແມ່ນເລື່ອງງ່າຍ ຕ້ອງຕໍ່ສູ້ກັບກະແສວິພາກວິຈານ ແລະ ຕ້ອງເຝິກຝົນຢ່າງໜັກ, ແຕ່ປັດຈຸບັນນີ້ນາງກໍສາມາດພິສູດແລ້ວວ່ານາງມີຄວາມຕັ້ງໃຈ ມີເປົ້າໝາຍ ແລະ ລົງມືເຮັດໄດ້ແທ້ໆ ເພາະນາງສ້າງປະຫວັດສາດໜ້າໃໝ່ໃຫ້ປະເທດລາວ ໂດຍສາມາດຄວ້າ “ລາງວັນຊຸດປະຈຳຊາດດີເດັ່ນ” ໃນເວທີ Miss Universe 2018 ມາຝາກຄົນລາວໄດ້ສຳເລັດ ຈົນເປັນຂ່າວໄປທົ່ວໂລກໃນເວລານັ້ນ ແລະ ເປັນທີ່ປິຕິຍິນດີຂອງຄົນລາວທັງພາຍໃນ ແລະ ຕ່າງປະເທດອີກດ້ວຍ. (ຊົມເຊີຍ! ເກັ່ງຫຼາຍໆ)

ແລະ ທີ່ແຟນໆລຸ້ນໜັກ ແລະ ຖາມໄຖ່ກັນເຂົ້າມາເລື້ອຍໆວ່າໃຜຈະໄດ້ເປັນຕົວແທນຂອງປະເທດລາວໃນປີນີ້ (Who will be the next Miss Universe Laos 2019) ແລະ ກໍມີກະແສເຊຍນາງງາມຫຼາຍໆຄົນໃຫ້ລົງປະກວດໃນເວທີ Miss Universe Laos, ເຊິ່ງໃນເວລານີ້ທາງກອງປະກວດກໍໄດ້ເປີດໂອກາດໃຫ້ແມ່ຍິງລາວທົ່ວປະເທດ ໄດ້ມີເວທີໂຊຄວາມງາມໃນແບບສະບັບຂອງຕົວເອງ ໄດ້ໂຊທັກສະຄວາມຮູ້ ແລະ ຄວາມສາມາດ ເພື່ອຕໍ່ຍອດໄປສູ່ເວທີໂລກແລ້ວ…

ເປີດຮັບສະຫມັກຢ່າງເປັນທາງການ MISS UNIVERSE LAOS 2019

Miss Universe laos 2019 ພ້ອມເປີດຮັບສະຫມັກແລ້ວ ຕັ້ງແຕ່ມື້ນີ້ໄປຈົນເຖຶງວັນທີ 20 ກໍລະກົດ 2019ຢ່າປອ່ຍໃຫ້ໂອກາດດີໆທີ່ຈະເຮັດໃຫ້ທ່ານໄປເປັ່ງປະກາຍເທິງເວທີສາກົນເຜີຍແຜ່ຄວາມເປັນລາວໃຫ້ໂລກໄດ້ຮັບຮູ້ສາວໆທ່ານໃດທີ່ມີຄວາມພອ້ມ ຄວາມສາມາດ ກ້າທີ່ຈະສະແດງອອກ ສາມາດ ສະຫມັກໄດ້ເລີຍທີ່ ບໍລິສັດ MISS LAO COMPANY LIMITED ### ບ້ານ ສະພັງຫມ້ໍ ເມືອງ ໄຊເສດຖາ ແຂວງ ນະຄອນຫລວງວຽງຈັນ (ຟອມຮັບສະຫມັກແມ່ນເຂົ້າມາຂຽນແລະຢື່ນດ້ວຍຕົວທ່ານເອງທີ່ບໍລິສັດ MISS LAO COMPANY LIMITED) ສອບຖາມຂໍ້ມູນເພີ່ມຕື່ມທີ່ 020 5555 7798 021 841 888​​FB : MISS UNIVERSE LAOS (ມິສຢູນິເວີຣສ ລາວ)#MISSUNIERSELAOSມິສຢູນີເວີຣສລາວ#CACHANNELLAOS www.missuniverselaos.com.laMISS UNIVERSE LAOS ຄົນຕໍ່ໄປອາດແມ່ນທ່ານ

Posted by Miss Universe Laos ມີສຢູນີເວີຣສ ລາວ on Thursday, June 20, 2019

 

ເອົາເປັນວ່າຂໍໃຫ້ແຟນໆລໍຖ້າໄປອີກຈັກໜ້ອຍ ສັນຍາຈະມາອັບເດດໃຫ້ແຟນໆໄດ້ຮູ້ເປັນໄລຍະໆແນ່ນອນ.

#ແຊຣໄປໃຫ້ໂລກຮູ້ນາງງາມຈາກປະເທດລາວ

(ຂໍຂອບໃຈຮູບພາບ ແລະ ຄລິບ)

Storyteller: ຊະນີIndy

ແບ່ງປັນ