ແວະວຽນໄປສ່ອງກອງປະກວດເວທີນາງງາມປະເທດເພື່ອນບ້ານ ຫຼ້າສຸດກໍກຳລັງມີການປະກວດ Miss Grand Thailand 2019 ແລະສິ່ງທີ່ແຟນໆນາງງາມໃຫ້ຄວາມສົນໃຈ ຕິດຕາມຫຼາຍຄື ຮອບຊຸດປະຈຳຊາດ ເຊິ່ງການປະກວດມິສແກຣນໃນປະເທດໄທກໍຈະອະລັງການງານສ້າງ ເພາະຈະມີການໃຫັຕົວແທນແຕ່ລະແຂວງໄດ້ໂຊຄວາມງາມຜ່ານເອກະລັກທ້ອງຖິ່ນຂອງໃຜລາວ ບອກເລີຍວ່າແຕ່ລະສາວງາມທີ່ເຂົ້າປະກວດກໍໄດ້ງັດເອົາຊຸດທີ່ສ້າງດ້ວຍຄວາມຄິດສ້າງສັນ ມີແຮງບັນດານໃຈມາຈາກເອກະລັກປະຈຳທ້ອງຖິ່ນຂອງໃຜລາວມາປະຊັນກັນຢ່າງດຸເດືອດ
ລອງມາເບິ່ງວ່າແຕ່ລະຊຸດຈະມີຄວາມຄິດສ້າງສັນ ອະລັງການງານສ້າງຊໍ່າໃດ…
ວ້າວ ວ້າວ ວ້າວວວ! ໄດ້ເຫັນແລ້ວຕ້ອງບອກເລີຍວ່າອະລັງການງານສ້າງສຸດໆເລີຍວ່າບໍ່ແຟນໆ ຂໍຊົມເຊີຍໃນໄອເດຍຄວາມຄິດສ້າງສັນເລີດສຸດໆ ແລະ ໜຶ່ງໃນ 77 ຊຸດນີ້ກໍຈະຖືກຄັດເລືອກໃຫ້ເປັນ “Best National Costume Award” ໃນເວທີດັ່ງກ່າວອີກດ້ວຍ.
ຮູບພາບ: Miss Grand Thailand
Storyteller: ຊະນີIndy