Breaking News

ໄວໜຸ່ມລາວຍຸກໃໝ່ຄວນຮູ້ກ່ຽວກັບປະຫວັດຄວາມເປັນມາຂອງ “ປະເພນີບຸນເຂົ້າພັນສາ”

ແບ່ງປັນ

“ບຸນປະເພນີບຸນເຂົ້າພັນສາ” ໄວໜຸ່ມລາວຍຸກໃໝ່ກໍມັກຈະໄດ້ຍິນ ໄດ້ເຄີຍໄປໃສ່ບາດໃນວັນດັ່ງກ່າວ ແຕ່ບໍ່ເຄີຍຮູ້ເຖິງຄວາມໝາຍເລິກ ທັງປະຫວັດ-ຄວາມເປັນມາຂອງວັນປະເພນີບຸນເຂົ້າພັນສານັ້ນມີທີ່ມາທີ່ໄປແນວໃດ, ດັ່ງນັ້ນ!!! ໃນມື້ນີ້ຈະພາແຟນໆ ພາໄວໜຸ່ມລາວຍຸກໃໝ່ໄປເຮັດຄວາມຮູ້ຈັກກັບວັນ “ບຸນປະເພນີບຸນເຂົ້າພັນສາ” ທີ່ມີມາຕັ້ງແຕ່ລຸ້ນບູຮານນະການ ສີບເນື່ອງຈົນເຖິງປັດຈຸບັນ

ຄວາມໝາຍ:

ຄໍາວ່າ “ພັນສາ” ໝາຍເຖິງລະດູຝົນ, ປີ ຫຼື ເອີ້ນອີກຢ່າງໜຶ່ງວ່າ ບຸນເຂົ້າວັດສາ ຄໍາວ່າ “ວັດສາ” ກໍຄື ພັນສາ ນັ້ນເອງ ເພາະ “ວັດສາ” ເປັນພາສາບາລີ “ພັນສາ” ເປັນພາສາສັນສະກິດ ໃນວັນດຽວກັນກໍມີເຫດການສໍາຄັນອີກເຊັ່ນ: ວັນອາສາລະຫະ (ວັນທີ່ພຣະພຸດທະເຈົ້າສະແດງປະຖົມມະເທດສະໜາ ໂປຣດພຣະປັນຈະວັກຄີ ທັງ 45 ອົງ ທັມມະເທດສະໜາທີ່ຊົງສະແດງນັ້ນຮຽກວ່າ: “ທັມມະຈັກກັບປະວັຕຕະນະສູດ”)

ມູນເຫດ ແລະ ຄວາມເປັນມາ:

ເມື່ອພຣະບໍຣົມສາສະດາ ຍັງບໍ່ທັນໄດ້ຊົງອະນຸຍາດໃຫ້ພຣະພິກຂຸເຂົ້າ “ວັດສາ” ເຖິງລະດູແລ້ວພຣະພິຂຸກໍຍັງສັນຈອນຢູ່ ຜູ້ຄົນທັງຫຼາຍກໍພາກັນຕິຕຽນວ່າ: ໃນລະດູຝົນນີ້ປະຊາຊົນທັງຫຼາຍ ພາກັນຢຸດເຊົາບໍ່ໄດ້ທຽວໄປມາຄ້າຂາຍໃນຕ່າງເມືອງ ຢ່າວ່າແຕ່ຄົນເລີຍແມ່ນແຕ່ຝູງນົກບາງຈໍາພວກ ຄືນົກເຈົ່າ, ນົກຍາງ ແລະ ນົກແຈນແວນ ກໍຍັງຮູ້ຈັກລີ້ຊ່ອນ ແປງຮວງຮັງ ເປັນຫຍັງພວກສໍາມະເນນທັງຫຼາຍຈຶ່ງພາກັນອອກທ່ອງທ່ຽວໄປມາ ບໍ່ຮູ້ຈັກໂອກາດເລາະຢຽບເຂົ້ານາ ຫຍ້າ ພັນພືດ ແລະ ສັດເລັກສັດນ້ອຍຢູ່ສັນນີ້ິ້.

ດ້ວຍເຫດຜົນດັ່ງກ່າວນີ້ພຣະພຸດທະອົງຈຶ່ງໄດ້ອະນຸຍາດໃຫ້ພຣະພິຂຸ- ສໍາມະເນນຈໍາວັດ ຄື: ໃຫ້ພຣະພິຂຸອາໄສຢູ່ບ່ອນດຽວບໍ່ໃຫ້ສັນຈອນໄປນອນແຮມຄືນໃນບ່ອນອື່ນຈົນຕະຫຼອດຄົບ 3 ເດືອນໃນລະດູຝົນ ເພື່ອຈໍາສິນພະວັນນາເຂົ້າວັດສາ, ອາສາຫະບູຊາ, ປະຖົມມະເທດສະໜາ.

(ຢ່າລືມ Share ຂໍ້ມູນໃຫ້ໝູ່ເພື່ອນຄົນອື່ນຮູ້ນຳແດ່ເດີ້ແຟນໆ)

ທີ່ມາ: https://www.targetlaos.com/article/18111

ຮຽບຮຽງ: ຊະນີIndy

ຮູບພາບປະກອບ: NayNey Sitthiphone

ແບ່ງປັນ