Breaking News

10/10 ບໍ່? ແຟນໆວ່າແນວໃດກັບ Style ນີ້ຂອງ ລູກນ້ຳ ທິດາລັດ ໃນງານເປີດໂຕຮູບເງົາລາວທີ່ກຳລັງມາແຮງທີ່ສຸດ “ໄຂ່ຂວັນ ມື້ຮັກຫມົດໃຈ” 

ແບ່ງປັນ

ເປີດໂຕໃນຮອບສື່ມວນຊົນກັນໄປຮຽບຮ້ອຍກັນແລ້ວ ສຳລັບຮູບເງົາລາວທີ່ກຳລັງມາແຮງທີ່ສຸດໃນເວລານີ້ນັ້ນກໍຄື ຮູບເງົາເລື່ອງ ໄຂ່ຂວັນ ມື້ຮັກຫມົດໃຈ (Expiration Date) ເຊິ່ງຮູບເງົາເລື່ອງດັ່ງກ່າວກໍກຳລັງເຮັດຄົນທົ່ວປະເທດລາວປະທັບໃຈໃນເວລານີ້ ເພາະເລີ່ມເປີດສາຍກັນແລ້ວທົ່ວປະເທດ ເວົ້າໄປຫຼາຍດຽວຫາວ່າ ຊະນີIndy ມາສະປອຍຮູບເງົາເລື່ອງນີ້ຫວ໋າ (No no no) ເດີ້ ແຕ່ຈະຂໍເອີ່ຍເລັກນ້ອຍເລີຍວ່າ ເປັນຮູບເງົາລາວທີ່ດີຫຼາຍ ຂໍຊົມເຊີຍທີມງານ ພໍໄດ້ເບິ່ງແລ້ວປະທັບໃຈ ຕ້ອງໄປເບິ່ງ (ຂໍຢໍ້າວ່າຕ້ອງໄປເບິ່ງ) ພາດບໍ່ໄດ້ເລີຍເດີ້!!!

ເອົາລະເຂົ້າເລື່ອງກັນຕໍ່ ໃນຮູບເງົາເລື່ອງ ໄຂ່ຂວັນ ມື້ຮັກຫມົດໃຈ (Expiration Date) ແນ່ນອນເລີຍວ່ານາງເອກຂອງເລື່ອງຈະເປັນໃຜບໍ່ໄດ້ເລີຍ ນັ້ນກໍຄື ນັກສະແດງສາວຂວັນໃຈແຟນໆ ລູກນໍ້າ ທິດາລັດ ວົງສິລິ ໃນຮອບປະຖົມມະເລີກນາງກໍຈັດເຕັມ ມາໃນລຸກຫວານໆ ໃສໃສ ແຕ່ງກາຍດ້ວຍຊຸດເດສຍາວລູກໄມ້ສີຂາວ ເບິ່ງແລ້ວສະດຸດຫູສະດຸດຕາ ໜ້າຮັກຫຼາຍໆ…

ນອກຈາກຈະປະທັບໃຈຮູບເງົາເລື່ອງ ໄຂ່ຂວັນ ມື້ຮັກຫມົດໃຈ (Expiration Date)  ແລ້ວກໍຂໍໃຫ້ຄະແນນ ລູກນໍ້າ ທິດາລັດ ເອົາໄປ 10 ເຕັມ 10 ເລີຍກໍແລ້ວກັນເນາະ, ແຟນໆເດວ່າແນວໃດໃຫ້ນາງຈັກຄະແນນກັບ Look ນີ້ Style ນີ້? (ຄອມເມັ້ນບອກກັນແດ່ແຟນໆ)

ສຳລັບຮູບເງົາ ໄຂ່ຂວັນ ມື້ຮັກຫມົດໃຈ (Expiration Date) ຝາກໃຫ້ແຟນໆຮ່ວມກັນສະໜັບສະໜູນຮູບເງົາລາວກັນຫຼາຍໆແດ່ເດີ້ ເພາະເທົ່າທີ່ຮູ້ມາທີມງານມີຄວາມຕັ້ງໃຈຫຼາຍ ແລະ ພວກເຂົາກໍເຮັດອອກມາໄດ້ດີທີ່ສຸດ ສາມາດເປັນໜ້າຕາໃຫ້ແກ່ປະເທດເພື່ອໄປສາຍໃນເທສະການຮູບເງົາໃນຕ່າງປະເທດໄດ້

ໄຂ່ຂວັນ ມື້ຮັກຫມົດໃຈ (Expiration Date) ເຂົ້າສາຍແລ້ວທຸກໂຮງຮູບເງົາທົ່ວປະເທດລາວ ເຮົາຄົນລາວຮ່ວມສະໜັບສະໜູນສີມືຄົນລາວເດີ້ແຟນໆ.

#ຮ່ວມສະໜັບສະໜູນຮູບເງົາລາວ ?? ?? ?? 

Storyteller: ຊະນີIndy 

ແບ່ງປັນ