Breaking News

ສູ່ກ້າວໃໝ່ອີກຂັ້ນກັບ! Ford EcoSport 1.0L EcoBoost ປະຢັດນໍ້າມັນສຸດໆ ກະທັດຮັດ ຕອບໂຈດການນໍາໃຊ້ໃນຊີວິດປະຈຳວັນ

ແບ່ງປັນ

ເຫັນແຟນໆຫຼາຍທ່ານອິນບ໋ອກມາບອກເລົ່າວ່າຢາກໄດ້ລົດໃໝ່ ຄັນງາມໆ ລາຄາສົມເຫດສົມຜົນ ປະຢັດນໍ້າມັນ ເໝາະສົມກັບການໃຊ້ງານຕົວຈິງໃນຊີວິດປະຈຳວັນ ແຕ່ຍັງຕັດສິນໃຈບໍ່ໄດ້ວ່າຈະຊື້ລົດຍີ່ຫໍ້ຫຍັງດີ, ດັ່ງນັ້ນໃນມື້ນີ້ເຮົາຈຶ່ງມີອີກໜຶ່ງທາງມາໃຫ້ແຟນໆໄດ້ເກັບໄວ້ເປັນຂໍ້ມູນກ່ອນຕັດສິນໃຈຊື້  ເພາະຫຼ້າສຸດທາງ ທີມງານ ຂວັນໃຈ ເຮົາໄດ້ມີໂອກາດໄປງານເປີດໂຕລົດ ຟອດເອັກໂຄ ສະປອດໃໝ່ 2019 (Ford Eco Sport Eco boost) ແລະ ຮູ້ສຶກປະທັບໃຈ ເລີຍຢາກນຳມາບອກເລົ່າຕໍ່ແຟນໆ…

ໃນຕອນຄໍ່າ ວັນທີ 11 ກໍລະກົດ 2019 ທີ່ຜ່ານມາ, ບໍລິສັດ ລາວຟອດຊີຕີ້ ໄດ້ຈັດງານເປີດຕົວລົດລຸ້ນໃຫມ່ ຟອດເອັກໂຄ ສະປອດໃໝ່ 2019 (Ford Eco Sport Eco boost)  ຢູ່ທີ່ຫ້ອງຂາຍ ລາວຟອດຊີຕີ້, ສາຂາ ນະຄອນຫຼວງວຽງຈັນ. ໂດຍການກ່າວເປີດງານຂອງທ່ານ ຈັກກະພົນ ມາລາບັນດິດ ຜູ້ຈັດການຝ່າຍບໍລິຫານ ແລະ ຝ່າຍຂາຍ , ພ້ອມກັບການນຳສະເໜີລົດໃຫມ່ ໂດຍທ່ານນາງ ສີວິໄລ ສຸດທຳມະວົງ ຕາງໜ້າທີ່ປຶກສາທາງດ້ານການຂາຍ, ມີບັນດາຄະນະຜູ້ບໍລິຫານລາວຟອດຊີຕີ້ ແລະ ລູກຄ້າເຂົ້າຮ່ວມງານເບິກບານມ່ວນຊື່ນ ພ້ອມກັບແຈກຂອງຂວັນລາງວັນຫຼາກຫຼາຍຢ່າງໃຫ້ກັບຜູ້ເຂົ້າຮ່ວມງານ.

ຟອດເອັກໂຄ ສະປອດ ໃໝ່ ທີ່ເປັນລົດ SUV ຂະໜາດນ້ອຍທີ່ດີທີ່ສຸດສຳລັບຄົນໃຊ້ຊີວິດໃນເມືອງ ແລະ ມາພ້ອມກັບເຄື່ອງຈັກໃຫມ່ 1.oL Eco Boost ທີ່ໃຫ້ພະລັງ ແລະ ຄວາມປະຢັດນໍ້າມັນສຸດໆ 23 ກິໂລແມັດ ຕໍ່ລິດ ແຕ່ຈະມີຄວາມແຮງກວ່າລຸ້ນເກົ່າ ເຮັດໃຫ້ຂັບໄດ້ໃຈກວ່າເກົ່າ ສົມກັບໄດ້ຮັບລາງວັນເຄື່ອງຈັກດີເດັ່ນ 6 ປີຊ້ອນ (2012-2017) ເຊິ່ງເຮັດໃຫ້ມີການຍອມຮັບກັນທົ່ວໂລກ.

ເອັກໂຄ ສະປອດ ຍັງມາພ້ອມກັບການອອກແບບຂອງຮູບຊົງທີ່ມີລັກສະນະສວຍງານ, ​ກະທັດຮັດ ແລະ ຕັດລົມໄດ້ດີ, ສ່ວນຮູບຊົງທາງດ້ານໃນແມ່ນຖືກພັດທະນາໃຫ້ມີຄວາມສວຍງາມຂຶ້ນກວ່າເກົ່າ ແລະ ມາພ້ອມກັບຫຼາຍໆການໃຊ້ງານ ຈະຕອບໂຈດການຂັບຂີ່ທີ່ຫຼູຫຼາ ແລະ ສະດວກສະບາຍ.

ຍັງບໍ່ພໍເທົ່ານັ້ນ,  ທາງດ້ານໜ້າ Eco Sport ລຸ້ນໃຫມ່ນີ້ ຍັງໄດ້ຖືກອອກແບບໃຫມ່ມີຮູບຊົງທີ່ງາມ ແລະ ບໍ່ເຮັດໃຫ້ຕ້ານລົມໃນເວລາຂັບຂີ່ໄຟໜ້າ HID ໃໝ່ທີ່ເພີ່ມຄວາມໂດດເດັ່ນໃຫ້ແກ່ລົດໄຟຕັດໝອກ ທີ່ມີ Style ເຮັດໃຫ້ເບິ່ງກົມກືນ ແລະ ລົງຕົວກັບຮູບຊົງຂອງຕົວລົດໄດ້ດີ ພ້ອມກັບມີຄວາມປອດໄພລະດັບ 5 ດາວ.

ລາຍລະອຽດໂປຣໂມຊັນ,​ລາຄາລົດ ສາມາດເຂົ້າເບິ່ງໄດ້ທີ່ ເພສເຟສບຸກ Lao Ford Cit ຫຼື ໂທ 021 241 108, 021 244 408 

ແບ່ງປັນ