Breaking News

ມີລຸ້ນລາງວັນແນ່ນອນ! ງາມ-ຄວາມສາມາດແໜ້ນ Miss Friendship Laos 2019 ດີກຼີບໍ່ທຳມະດາ ກຽມປະກວດໃນເວທີໂລກໄວໆນີ້ (ຄົນລາວກຽມເຊຍ) 

ແບ່ງປັນ

ກຽມພ້ອມຫຼືຍັງແຟນໆ ກຽມເຊຍ ແລະ ເປັນກຳລັງໃຈໃຫ້ ໄຜ່ທິດາ ໂພທິສານ (ຕຸຕູ່) Miss Friendship Laos 2019 ທີ່ຫຼ້າສຸດທາງກອງປະກວດກໍໄດ້ມີການປະກາດຢ່າງເປັນທາງການແລ້ວວ່າ ກຽມສົ່ງຕົວແທນສາວລາວຄົນນີ້ສູ່ເວທີລະດັບໂລກນັ້ນກໍຄື Miss Friendship International 2019 ທີ່ຈະຈັດຂຶ້ນໃນທ້າຍເດືອນ ກໍລະກົດ 2019 ຈັດຂຶ້ນໃນ ສປ.ຈີນ ເຊິ່ງຈະມີຕົວແທນສາວງາມຈາກທົ່ວໂລກເຂົ້າຮ່ວມປະກວດ.

ໄດ້ເຫັນຂຶ້ນຕົ້ນຂ່າວສານແລ້ວຮູ້ສຶກຕື່ນເຕັ້ນແມ່ນບໍ່ແຟນໆທີ່ຈະໄດ້ລຸ້ນ ໄດ້ເຊຍສາວງາມຈາກປະເທດລາວໃນເວທີແຫ່ງມິດຕະພາບໂລກ ເຊິ່ງຂໍບອກວ່າ ຕຸຕູ່ ໄຜ່ທິດາ Miss Friendship Laos 2019 ອາຍຸ 25 ປີ ລວງສູງ 173 ຊັງຕີແມັດ ຈົບການສຶກສາຈາກ ມະຫາວິທະຍາໄລແຫ່ງຊາດ

ໃນເວລານີ້ກສາວງາມຕົວແທນຈາກລາວກໍມີຄວາມພ້ອມ 100% ແລ້ວ ເພາະນາງມີການເຝິກຊ້ອມທັກສະຕ່າງໆບໍ່ວ່າຈະເປັນເລື່ອງໜ້າຕາຮູບຮ່າງ, ຄວາມຮູ້-ຄວາມສາມາດ, ທັກສະທາງດ້ານພາສາ, ຄວາມພ້ອມທາງດ້ານຊຸດປະຈຳຊາດທີ່ກຽມໄປເຜີຍແຜ່ສູ່ສາຍຕາຊາວໂລກ, ກຽມທັກສະການຍ່າງເທິງເວທີ, ໄຫວພິບການຕອບຄຳຖາມ, ການເຂົ້າສັງຄົມ ແລະ ອີກຫຼາຍໆຢ່າງ… ເພື່ອກຽມໄປປະຊັນຄວາມງາມ ຄວາມສາມາດໃນການປະກວດ Miss Friendship International 2019 ຄັ້ງນີ້…

ແລະ ຍັງບໍ່ໝົດແຕ່ພຽງເທົ່ານັ້ນ ຕຸຕູ່ ໄຜ່ທິດາ Miss Friendship Laos 2019 ຍັງມີຄວາມໝັ້ນໃຈ ແລະ ກຽມເອົາຄວາມສາມາດທີ່ມີ ໂດຍບອກກ່ອນເລີຍວ່າສາວຄົນນີ້ໂປຟາຍບໍ່ທຳມະດາ ມີດີກຼີເປັນເຖິງແຊ້ມຊົງກາເຟລະດັບປະເທດ ໄດ້ຮັບລາງວັນ Lao National Brewers Cup 2018 ແລະ ຍັງມີໂອກາດໄປແຂ່ງຂັນໃນລະດັບອາຊີ ພ້ອມທັງໄດ້ລາງວັນອັນດັບທີ 6 ຂອງອາຊີອີກດ້ວຍ… (ບໍ່ທຳມະດາອີ່ຫລີ)

ເຫັນໂປຟາຍສາວງາມຄົນນີ້ແລ້ວຮູ້ສຶກ Wow ບໍ່ທຳມະດາອີ່ຫລີ ງານນີ້ມີລຸ້ນລາງວັນໃດລາງວັນໜຶ່ງມາຝາກຄົນລາວແນ່ນອນ, ເອົາເປັນວ່າຝາກແຟນໆຊາວລາວທົ່ວປະເທດມາສົ່ງກຳລັງໃຈລຸ້ນ ແລະ ເຊຍ Miss Friendship Laos ກັນຫຼາຍໆເລີຍເດີ້

ສຳລັບການແຂ່ງຂັນ Miss Friendship International 2019 ຈັດຂຶ້ນທີ່ປະເທດຈີນ ຈະມີມື້ຕັດສິນໃນວັນທີ 27 ກໍລະກົດ 2019 ນີ້ຝາກສົ່ງກຳລັງລັງໃຈໃຫ້ນາງງາມຈາກປະເທດລາວເຮົາຫຼາຍໆເດີ້ແຟນໆ.

#ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ #ຮັກລາວເຊຍລາວ ?? ?? ??

ຮູບພາບ: Tutou Phaithida Phothisane – Miss Friendship Laos 2019

Storyteller: ຊະນີIndy 

ແບ່ງປັນ