Breaking News

ສາທຸ ສາທຸ! ຄົນບັນເທີງຮ່ວມເຮັດບຸນໃສ່ບາດໃນມື້ “ບຸນເຂົ້າພັນສາ 2019” (ມີໃຜແດ່ມາເບິ່ງ!!!)

ແບ່ງປັນ

ສະບາຍດີແຟນໆ!!! ຮູ້ສຶກເວລາຜ່ານໄປໄວ ຜ່ານໄປແປັບດຽວກໍຮອດ “ບຸນເຂົ້າພັນສາ” ເຊິ່ງໃນປີນີ້ກົງກັບວັນທີ 16 ກໍລະກົດ 2019, ນອກຈາກພໍ່ແມ່ພີ່ນ້ອງຊາວລາວທຸກໆຄົນ ທີ່ໄດ້ຮ່ວມເຮັດບຸນໃນມື້ດັ່ງກ່າວ ບໍ່ພຽງແຕ່ເທົ່ານັ້ນເພາະບັນດາໜຸ່ມ-ສາວຄົນບັນເທິງບ້ານເຮົາເຊັ່ນ: ລູກນໍ້າ ທິດາລັດ ວົງສິລິ, ເຈນນີ່ ຕົ້ນຄຳ ພົນຈັນເຮືອງ, ມີ່ມີ່ ພູນຊັບ ພົນໂຍທາ, ບາບີ້ ປິຍະມາດ, ສຽວຜິງ ໄຊຍະລິນ ແລະ ອີກຫຼາຍໆທ່ານ… ກໍໄດ້ອອກໄປເຮັດບຸນໃສ່ບາດ ຮັບສິນຮັບພອນ ເພື່ອຄວາມເປັນສິຣິມົງຄຸນໃຫ້ແກ່ຊີວິດ ຕາມແບບສະບັບຊາວພຸດເຮົາເຊັ່ນດຽວກັນ.

(ລອງມາເບິ່ງວ່າມີໃຜແດ່…)

ລູກນໍ້າ ທິດາລັດ ວົງສິລິ ນັກສະແດງ/ນາງງາມ

ມີ່ມີ່ ພູນຊັບ ພົນໂຍທາ Miss International Laos 2017

ຕ໋ອດ ລີນ້າ ນັກສະແດງ/ນາງແບບ/ພິທີກອນ

ເຈນນີ່ ຕົ້ນຄຳ ພົນຈັນເຮືອງ (Miss World Laos 2017)

ບາບີ້ ປິຍະມາດ Miss International Laos 2018

ສຽວຜິງ ໄຊຍະລິນ ພິທີກອນ/ນາງແບບ

ຕານ້ອຍ ພອນສຸດາ ນາງແບບ

ນໍ້າເຜິ້ງ ຮອງນາງສາວນະຄອນຫລວງ 2018

ແອນນິຕ້າ ທິວາພັນ ນັກຮ້ອງ/ນາງແບບ

ແລະ ສັກ ວົງ Cells ພ້ອມດ້ວຍລູກສາວ ນ້ອງ ມາວີ້

ເປັນແນວໃດແດ່ ຫຼາຍຄົນຈົນນັບບໍ່ຖ້ວນເລີຍວ່າບໍ່ແຟນໆ…ເອົາເປັນວ່າບໍ່ວ່າຈະເປັນຄົນທຳມະດາ ຫຼື ເຫຼົ່າຄົນບັນເທີງກໍລ້ວນພ້ອມໃຈກັນ ອອກໄປເຮັດບຸນ ໃສ່ບາດຕາມແບບສະບັບຮີດຄອງປະເພນີຂອງລາວເຮົາ ແລະ ຍັງເປັນແບບຢ່າງທີ່ີດີໃຫ້ແກ່ນ້ອງໆເຍົາວະຊົນ ທີ່ຈະໄດ້ຮູ້ ແລະ ເບິ່ງເອື້ອຍ ອ້າຍ ຄົນດັງເປັນແບບຢ່າງອີກດ້ວຍ.

(ຂໍຂອບໃຈຮູບພາບຈາກເຫຼົ່າຄົນບັນເທີງ)

Storyteller: ຊະນີIndy 

ແບ່ງປັນ