Breaking News

ຜົນວິໄຈອອກມາແລ້ວ! ແມ່ຍິງທີ່ເລີກດື່ມ Alcohol ໄດ້ຈະເຮັດໃຫ້ມີຊີວິດທີ່ດີຂຶ້ນ

ແບ່ງປັນ

ກ້າວເຂົ້າສູ່ຍຸກ Digital ສາວໆຢ່າງເຮົາຕ້ອງອັບເດດຂໍ້ມູນຂ່າວສານກັນເລື້ອຍໆເດີ້  ໃນມື້ນີ້ມີຂໍ້ມູນຂ່າວສານດີໆມາຝາກແຟນໆເຊັ່ນເຄີຍ ແຖວນີ້ມີໃຜເປັນນັກດື່ມກັນແດ່? ຫຼ້າສຸດມີການວິໄຈອອກມາແລ້ວເດີ້ ເຖິງຜົນຮ້າຍຂອງແອວກໍຮໍທີ່ເກີດຂຶ້ນກັບແມ່ຍິງແບບເຮົາໆ, ບໍ່ວ່າຈະໃນອະດີດ ຫຼື ປັດຈຸບັນ ມັກຈະພົບໄດ້ເລື້ອຍໆວ່າ ແມ່ຍິງທີ່ດື່ມເຄື່ອງດື່ມທີ່ມີທາດແອວກໍຮໍ ບໍ່ວ່າຈະເປັນເຫຼົ້າຫຼື ເບຍ ມີແນວໂນ້ມໃຫ້ເຫັນເລີຍວ່າຈະເລີ່ມດື່ມແອວກໍຮໍໃນຊ່ວງອາຍຸຍັງນ້ອຍລົງເລື້ອຍໆ ຫຼືເລີ່ມຕົ້ນຕັ້ງແຕ່ໄວຮຽນ ຊຶ່ງການດື່ມແອວກໍຮໍກໍສົ່ງຜົນຕໍ່ແມ່ຍິງໃນແບບທີ່ຕ່າງກັນ ຂຶ້ນຢູ່ກັບລະຍະເວລາໃນການດື່ມ ປະລິມານການດື່ມ ການຕອນສະໜອງຂອງຮ່າງກາຍທີ່ມີຕໍ່ແອວກໍຮໍ ແຕ່ທັງນີ້ກໍສົ່ງຜົນທີ່ຄ້າຍຄືກັນ ເພາະແນ່ນອນເລີຍວ່າມັນສົ່ງຜົນຕໍ່ຮ່າງກາຍ ຈິດໃຈ ແລະ ສະໝອງ

ໄດ້ມີການວິໄຈທີ່ ມະຫາວິທະຍາໄລໃນຮ່ອງກົງ ມີການສຳຫຼວດ ແລະເຮັດການວິໄຈກ່ຽວກັບຜົນເສຍທີ່ເກີດຈາກການດື່ມແອວກໍຮໍໃນແມ່ຍິງ ໂດຍມີການຕີພິມການສຳຫຼວດດັ່ງກ່າວລົງໃນ CMAJ  ເຊິ່ງເປັນວາລະສານທາງການແພດຂອງປະເທດການາດາ

ໂດຍການວິໄຈດັ່ງກ່າວເປັນການເກັບຂໍ້ມູນຜູ້ຮ່ວມທົດລອງທີ່ມີອາຍຸສະເລ່ຍ 49ປີ ແບ່ງເປັນກຸ່ມຕົວຢ່າງແມ່ຍິງ 56% ແລະຜູ້ຊາຍ64% ເປັນຄົນໃນຮ່ອງກົງ 10,386 ຄົນ, ໄລຍະເວລາທົດລອງ 2ປີ (2009 ແລະ 2013) ແລະຍັງໄດ້ມີການທົດລອງໃນອາເມລິກາອີກ 31,079  ຄົນ ໄລຍະເວລາທົດລອງ 3ປີ

ຊຶ່ງການວິໄຈພົບວ່າ ໃນແມ່ຍິງທີ່ບໍ່ເຄີຍດື່ມແອວກໍໍຮໍແມ່ນມີສະພາບຈິດໃຈທີ່ດີເຖິງດີທີ່ສຸດ ສ່ວນໃນແມ່ຍິງທີ່ເລີກດື່ມແອວກໍໍຮໍ ແລະ ເລີກສູບຢາແມ່ນມີສະພາບຈິດໃຈປ່ຽນແປງໄປໃນທາງທີ່ດີຂຶ້ນຈົນເຖິງລະດັບສູງສຸດໃນທັງສອງປະເທດ, ການເລີກດື່ມແອວກໍໍຮໍນັ້ນ ເຊື່ອມໂຍງກັບການປ່ຽນແປງສານເຄມີໃນສະໝອງ ຊ່ວຍຫຼຸດຄວາມຄຽດທີ່ພົບພໍ້ໃນຊີວິດ

ຢ່າງໃດກໍຕາມ ດຣ. ໄມເຄິນ ນິ ໜຶ່ງໃນຜູ້ຮ່ວມຂຽນງານວິໄຈ ແຫ່ງມະຫາວິທະຍາໄລໃນຮ່ອງກົງ ເປີດເຜີຍອີກວ່າ “ການດື່ມໃນລະດັບປານກາງກໍຊ່ວຍໃຫ້ສະພາບຈິດໃຈດີຂຶ້ນເຊັ່ນດຽວກັນ ແຕ່ການເລີກດື່ມເປັນວິທີທີ່ດີທີ່ສຸດ ແລະ ຈະເຮັດໃຫ້ມີຊີວິດທີ່ດີຂຶ້ນ”

ທີ່ມາ www.sciencedaily.com

ຮຽບຮຽງ: ຊະນີIndy

ຮູບພາບປະກອບ: NayNey Sitthiphone

ແບ່ງປັນ