Breaking News

ຮູ້ແລ້ວຈະ…ອຶ້ງ! ມາຮູ້ຈັກ “ຜັກກະລໍ່າ” ຜັກທີ່ຫາໄດ້ຕາມທ້ອງຕະຫຼາດທົ່ວໄປ ແຕ່ຄຸນປະໂຫຍດສຸດເລີດ

ແບ່ງປັນ

ໜ້ອຍຄົນທີ່ຈະປະຕິເສດວ່າບໍ່ເຄີຍກິນ ຜັກກະລໍ່າ (Cabbage) ເຊິ່ງບາງຄົນກໍມັກກິນເປັນປະຈຳ ບາງຄົນກໍເຫັນເປັນຜັກຕາມທ້ອງຕະຫຼາດທົ່ວໄປເລີຍຮູ້ສຶກເສີຍໆ ແຕ່ດຽວກ່ອນ!!! ບອກເລີຍວ່າບົດຄວາມນີ້ຈະເປັນບົດຄວາມທີ່ຈະມາບອກເລົ່າຄຸນປະໂຫຍດຂອງ “ຜັກກະລໍ່າ”  ເຊິ່ງເຫັນເປັນຜັກທີ່ຫາໄດ້ງ່າຍ ແລະ ລາຄາບໍ່ແພງຫຼາຍ ແຕ່ມີຄຸນປະໂຫຍດສຸດເລີດສຸດໆເລີຍເດີ້ແຟນໆ ໃນຜັກດັ່ງກ່າວມີຄຸນປະໂຫຍດຫຼາຍຢ່າງ ແຕ່ລະຢ່າງເດັດໆທັງນັ້ນ…ມີຫຍັງແດ່ມາເບິ່ງ (ຢ່າລືມແຊຣບອກຕໍ່ໝູ່ເພື່ອນຄົນອື່ນນຳເດີ້)

ມີໄຂມັນຕໍ່າ ແລະ ເສັ້ນໄຍອາຫານສູງ

ເຮັດໃຫ້ຮູ້ສຶກອິ່ມດົນ ກະລໍ່າ 100 ກິໂລກຼາມ ໃຫ້ພະລັງງານພຽງ 25 ກິໂລແຄລໍຣີ່ ຈຶ່ງເປັນຜັກທີ່ເໝາະສົມແກ່ຄົນທີ່ຢາກຫຼຸດນໍ້າໜັກ

ຊ່ວຍຫຼຸດນໍ້າໜັກ ແລະ ໄຂມັນໃນຮ່າງກາຍ 

ໃນຜັກກະລໍ່າມີສານທີ່ຊ່ວຍຢຸດນໍ້າຕານ ແລະ ແປ້ງບໍ່ໃຫ້ກາຍເປັນໄຂມັນສະສົມໃນຮ່າງກາຍ ຈຶ່ງຊ່ວຍຫຼຸດໄຂມັນ ແລະ ຍັງຊ່ວຍຫຼຸດນໍ້າໜັກໄດ້ເປັນຢ່າງດີ

ຕ້ານພະຍາດມະເຮັງ

ການຮັບປະທານພືດຕະກູນກະລໍ່າ ຈະຊ່ວຍຫຼຸດຜ່ອນຄວາມສ່ຽງການເກີດພະຍາດມະເຮັງ ເພາະມີສານສຳຄັນທີ່ຊື່ວ່າ ກຣູໂຄສິໂນເລສ ເຊິ່ງສານດັ່ງກ່າວມີລິດຢຸດພະຍາດຮ້າຍຢ່າງມະເຮັງຫຼາຍຊະນິດເຊັ່ນ ມະເຮັງລຳໃສ້ ມະເຮັງເຕົ້ານົມ ມະເຮັງກະເພາະປັດສາວະ ແລະ ຍັງຊ່ວຍຂັບໄລ່ສານພິດທີ່ຕົກຄ້າງໃນຕັບ

ບັນເທົາອາການທ້ອງອືດ

ໃນຜັກກະລໍ່າມີສານໄຟເບີສູງ ຈຶ່ງເປັນໂຕຊ່ວຍໃຫ້ລຳໃສ້ເຮັດວຽກໄດ້ດີ ກະຕຸ້ນການຂັບຖ່າຍໃຫ້ດີຂຶ້ນ ແລະ ແກ້ອາການທ້ອງອືດໄດ້ດີ

ຊ່ວຍຮັກສາພະຍາດກະເພາະອາຫານ 

ເພາະໃນຜັກກະລໍ່າ ມີສານທີ່ຊື່ວ່າ ກຣູຕາມິນ ຊຶ່ງເປັນກົດອະມິໂນທີ່ຈຳເປັນຕໍ່ຮ່າງກາຍ ແລະ ຍັງຮັກສາອາການອັກເສບ ແລະ ສາມາດເປັນໂຕຊ່ວຍເຄືອບກະເພາະອາຫານໄດ້

ຊ່ວຍເສີມສ້າງພູມຄຸ້ມກັນໃຫ້ແຂງແຮງ

ຜັກກະລໍ່າເປັນພືດທີ່ມີວິຕາມິນສູງ ການທີ່ຮ່າງກາຍໄດ້ຮັບວິຕາມິນສູງເປັນປະຈຳຈະເຮັດໃຫ້ຮ່າງກາຍມີພູມຄຸ້ມກັນໃຫ້ຮ່າງກາຍແຂງແຮງ ແລະ ກຳຈັດອະນຸມູອິດສະຫຼະທີ່ເປັນອັນຕະລາຍຕໍ່ຮ່າງກາຍ ອີກທັງຍັງຊ່ວຍຕ້ານການອັບເສບເມື່ອຮ່າງກາຍມີບາດແຜອີກດ້ວຍ

ແຫຼ່ງລວມວິຕາມິນເຄ 

ໃນຜັກກະລໍ່າເອີ້ນໄດ້ວ່າເປັນສູນລວມຂອງວິຕາມິນເຄ ເຊິ່ງເປັນຕົວຊ່ວຍໃຫ້ເລືອດແຂງຕົວໄດ້ດີ ເລືອດລຳລຽງອ໋ອກຊີເຈນໄປຍັງອະໄວຍະວະຕ່າງໆໃນຮ່າງກາຍ ຊ່ວຍໃຫ້ຮ່າງກາຍດູດຊຶມແຄລຊຽມໄດ້ດີ ແລະຍັງຊ່ວຍຫຼຸດຄວາມສ່ຽງໃນການເກີດໂຣກຄວາມຈຳເສື່ອມ ຫຼື ອັລໄຊເມີ້ນັ້ນເອງ

ວ້າວວວ!!! ເຫັນຄຸນປະໂຫຍດຂອງຜັກກະລໍ່າແລ້ວ ບໍ່ໜ້າເຊື່ອເລີຍແມ່ນບໍ່ແຟນໆ ເອົາເປັນວ່ານີ້ຄວາມຈິງທີ່ມີໃນຜັກກະລໍ່າ ເຊິ່ງເປັນພືດທີ່ເຮົາກິນປະຈຳວັນ ເກືອບທຸກເມນູອາຫານແທບຈະຂາດບໍ່ໄດ້ ແຖມລາຄາກໍບໍ່ແພງທຸກໆຄົນສາມາດຊື້ກິນໄດ້ ແຕ່ຖ້າຈະໃຫ້ດີຄວນເລືອກກິນພືດຜັກທີ່ສະອາດປອດໄພ ກ່ອນກິນຄວນລ້າງໃຫ້ສະອາດ ເພື່ອເຮົາຈະໄດ້ຮັບຄຸນປະໂຫຍດດັ່ງທີ່ກ່າວມາຂ້າງເທິງໄດ້ຢ່າງເຕັມທີ່ເດີ້ແຟນໆ.

ທີ່ມາ: health.mthai.com

ຮຽບຮຽງ: ຊະນີIndy 

ແບ່ງປັນ