Breaking News

ມີຄວາມຫວັງ! ປະເທດລາວສົ່ງ “ຊຸດປັກດິ້ງຫຼວງພຣະບາງ” ຫວັງຊິງລາງວັນຊຸດປະຈຳຊາດດີເດັ່ນໃນເວທີ Miss Friendship International 2019 ທີ່ຈີນ (ແຊຣໄປໃຫ້ໂລກຮູ້)

ແບ່ງປັນ

ດັ່ງທີ່ແຟນໆໄດ້ຮູ້ໄປແລ້ວວ່າ ໄຜ່ທິດາ ໂພທິສານ (ຕຸຕູ່) Miss Friendship Laos 2019 ທີ່ຫຼ້າສຸດກໍໄດ້ໄປເປັນຕົວແທນສາວງາມຈາກປະເທດລາວໃນເວທີ Miss Friendship International 2019 ຈັດຂຶ້ນໃນ ສປ.ຈີນ ເຊິ່ງຈະມີຕົວແທນສາວງາມຈາກທົ່ວໂລກເຂົ້າຮ່ວມປະກວດ.

ສິ່ງທີ່ແຟນໆຊາວລາວເຮົາລໍຖ້າ ແລະ ກຽມລຸ້ນ ກຽມເຊຍ ແລະ ມັກເວົ້າເຖິງກັນຫຼາຍທີ່ສຸດກໍຄືຊຸດປະຈຳຊາດ ເຊິ່ງກໍໄດ້ມີການເປີດເຜີຍໃຫ້ໄດ້ເຫັນກັນແລ້ວວ່າຊຸດປະຈຳຊາດລາວທີ່ ຕຸຕູ່ ໄຜ່ທິດາ ຈະສວມໃສ່ເພື່ອສົ່ງເອກະລັກລາວກ້າວສູ່ສາຍຕາຊາວໂລກໃນເວທີ Miss Friendship International 2019 ກໍຄື “ຊຸດລາວປັກດິ້ງຫຼວງພຣະບາງ” ເອີ້ນໄດ້ວ່າເປັນຊຸດທີ່ງົດງາມ ຄົງຄວາມເອກະລັກ ບົ່ງບອກເຖີງຮີດຄອງປະເພນີລາວໄດ້ເປັນຢ່າງດີ

ຊຸດປະຈຳຊາດລາວໃນເວທີການປະກວດ Miss Friendship International 2019 ຈະມາໃນ “ຊຸດປັກດິ້ງສີແດງຫຼວງພຣະບາງ” ທີ່ເປັນເອກະລັກ ສວມໃສ່ໃນແບບບູຮານ ຊັບໂຕ່ງສິ້ນ ເຄື່ອງປະດັບຄຳ ແລະ ຄຳເກົ້າງ່ຽງຂວາ ຫົ່ມສະໄບຊ້າຍ ເພື່ອໃຫ້ໄດ້ກິ່ນອາຍແມ່ຍິງລາວລ້ານຊ້າງໃນສະໄໝກ່ອນ ແຕ່ຈະນຳສະເໜີໃຫ້ເຂົ້າກັບແມ່ຍິງລາວໃນຍຸກປັດຈຸບັນ  (ແຊຣໄປໃຫ້ໂລກຮູ້??)

ເອົາເປັນວ່າຢ່າງໃດແຟນໆກໍຢ່າລືມເປັນກຳລັງໃຈໃຫ້ສາວງາມຕົວແທນປະເທດລາວເຮົາຄົນນີ້ກັນຫຼາຍໆເດີ້

ສຳລັບການປະກວດ Miss Friendship International 2019 ຈັດຂຶ້ນທີ່ປະເທດຈີນ ຈະມີມື້ຕັດສິນໃນວັນທີ 27 ກໍລະກົດ 2019 ນີ້ຝາກສົ່ງກຳລັງລັງໃຈໃຫ້ນາງງາມຈາກປະເທດລາວເຮົາຫຼາຍໆເດີ້ແຟນໆ.

#ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ #ຮັກລາວເຊຍລາວ ?? ?? ??

ຮູບພາບ: Tutou Phaithida Phothisane – Miss Friendship Laos 2019

Storyteller: ຊະນີIndy 

(ຂ່າວທີ່ກ່ຽວຂ້ອງກ່ອນໜ້າ)

ມີລຸ້ນລາງວັນແນ່ນອນ! ງາມ-ຄວາມສາມາດແໜ້ນ Miss Friendship Laos 2019 ດີກຼີບໍ່ທຳມະດາ ກຽມປະກວດໃນເວທີໂລກໄວໆນີ້ (ຄົນລາວກຽມເຊຍ) 

ແບ່ງປັນ