Breaking News

ໄປປະຈົນໄພ ໄປເຕີມພະລັງໃຫ້ຊີວິດ ໄປໃຫ້ຮ່າງກາຍພົບພໍ້ກັບທຳມະຊາດສີຂຽວທີ່ ແຂວງຈຳປາສັກ ນຳກັນບໍ່? (ແຖມທ່ຽວໃນລາວເງິນບໍ່ຮົ່ວໄຫຼ)

ແບ່ງປັນ

ອົກຫັກ ແຟນຖິ້ມ ຜິດກັບໝູ່ ບໍ່ມີໝູ່ຄົບ ວຸ້ນວາຍໃຈເລື່ອງວຽກ-ເລື່ອງຮຽນ ມາໆ…ມາທາງນີ້ພີ້ເດີ້ຊຸມເຈົ້າ ໃນມື້ນີ້ Kuanjai Magazine ຈະພາໄປທ່ຽວພັກຜ່ອນຢ່ອນໃຈ ໄປເຕີມພະລັງໃຫ້ຊີວິດ ໄປຍ່າງເຂົ້າປ່າຈັກບຶດ 2ບຶດ ທີ່ເມືອງປາກຊ່ອງ ແຂວງຈຳປາສັກ ປະເທດລາວເຮົານີ້ເອງ, ເລີ່ມກ້າວເຂົ້າສູ່ລະດູຝົນແລ້ວເດີ້ ໄລຍະນີ້ແນມໄປທາງໃດກໍເຫັນແຕ່ຕົ້ນໄມ້ສີຂຽວເຕັມໄປໝົດ ນໍ້າຕົກຕາດຫຼາຍແຫ່ງເລີ່ມມີຊີວິດຊີວາ ແລະ ກັບມາສວຍງາມອີກເທື່ອໜຶ່ງ ເປັນໄລຍະທີ່ເໝາະແກ່ການໄປທ່ຽວ ເອົາຮ່າງກາຍໄປປະທະກັບອາຍຝົນ ອາຍໝອກ, Trip ນີ້ຈະນຳພາແຟນໆໄປພົົບພໍ້ທຳມະຊາດທີ່ສວຍສົດງົດງາມ ອາກາດດີໆ ນໍ້າຕົກຕາດງາມໆ ມີສາຍຮຸ້ງອອກມາກິນນໍ້າ ອ້ອມຮອບບໍລິເວນໄປດ້ວຍຕົ້ນໄມ້ສີຂຽວອຸ່ມທຸ່ມ ທີ່ເມືອງປາກຊ່ອງ ແຂວງຈຳປາສັກ ພາກໃຕ້ຂອງລາວເຮົາ ບອກເລີຍວ່າທຳມະຊາດບ້ານເຮົາໃຜວ່າດ້ອຍໜ້າປະເທດອື່ນ

ເປັນທີ່ຮູ້ກັນດີວ່າ ປາກຊ່ອງບໍລະເວນ ເປັນເມືອງແຫ່ງກາເຟທີ່ປູກຈາກດິນພູເຂົາໄຟ ເຊິ່ງມີຄວາມອຸດົມສົມບູນຫຼາຍໆຢ່າງ ພູເຂົາສະຫຼັບຊັບຊ້ອນ ແລະ ອຸດົມສົມບູນໄປດ້ວຍແຫຼ່ງທ່ອງທ່ຽວຫຼາຍແຫ່ງ ທີ່ໂດດເດັ່ນອີກໜຶ່ງຢ່າງນັ້ນກໍຄືນໍ້າຕົກຕາດເຊິ່ງຢັ່ງຢາຍກັນຢູ່ຫຼາຍບ່ອນ ແຕ່ມື້ນີ້ເຮົາພິເສດແດ່ ເພາະຈະພາໄປເລາະພັກຜ່ອນແຖວ ນໍ້າຕົກຕາດອີ່ຕູ້.

ແຕ່ກ່ອນອື່ນທີ່ເຮົາຈະໄປຫາປາຍທາງ ນໍ້າຕົກຕາດອີ່ຕູ້ ເຮົາກໍ່ຕ້ອງໄດ້ຜ່ານເສັ້ນທາງ ໃນລະຫວ່າງທາງກ່ອນຈະຮອດເປົ້າໝາຍ ນັ້ນກໍຄືການອອກໄປລ່ານໍ້າຕົກຕາດ ແຕ່ໃນລະຫວ່າງສອງຟາກທາງກ່ອນຈະຮອດນໍ້າຕົກນັ້ນ ເຮົາເຫັນຊາວບ້ານນຳເອົາເຄື່ອງຫັດຖະກຳຕ່າງໆມາວາງຂາຍ ແລະ ໝາກໄມ້ຕາມລະດູການຢ່າງຫຼວງຫຼາຍ ໂດຍສະເພາະໝາກຖົ່ວລຽນ ແລະ ໝາກນັດ

ແນ່ນອນວ່າຖ້າໝູ່ເພື່ອນໄດ້ໄປກໍ່ບໍ່ຄວນພາດທີ່ຈະແວະຊື້ກິນໄປນຳທາງເດີ້ ຮອງທ້ອງໄວ້ກ່ອນໄດ້ປຽບ (ເຮິໆໆ) ແລະ ຫຼັງຈາກນັ້ນກໍ່ອອກເດີນທາງຂີ່ລົດໄປເລື້ອຍໆ ໃຊ້ເວລາຂັບລົດຈາກປາກເຊປະມານ 30 ນາທີ ກວ່າໆ ກໍແມ່ນຮອດແລ້ວເດີ້ຈະບອກໃຫ້… ເຮົາຈະເຫັນເພິ່ນຂຽນໄວ້ຢ່າງຈະແຈ້ງເຕັມໆຕາເລີຍວ່າ ນໍ້າຕົກອີ່ຕູ້ ເຊິ່ງຈະມີປ້າຍໃຫຍ່ໆຢູ່ແຄມທາງເລີຍ ບໍ່ຕ້ອງຢ້ານຫຼົງ, ຂັບລົດເຂົ້າໄປຈະເຫັນສວນກາເຟຖືວ່າຮອດແລ້ວ ຢູ່ບໍລິເວນນໍ້າຕົກຕາດອີ່ຕູ້ກໍ່ມີທີ່ພັກ ແລະ ຮ້ານອາຫານບັນຍາກາດດີໆໄວ້ໃຫ້ບໍລິການອີກດ້ວຍ…

ເປັນແນວໃດແດ່ກັບ ນໍ້າຕົກຕາດ ອີ່ຕູ້ ຟັງຊື່ກະພາໃຫ້ຄິດຮອດ ແມ່ຕູ້ ແມ່ນາຍ ພຸ້ນລະ (555) ເອົ້າ…ຈັ່ງໃດກະລອງໄປເບິ່ງເດີ້ ໄປພັກຮ່າງທີ່ບອບຊໍ້າ ພັກໃຈຈາກຄົນຫຼາຍໃຈ ພັກສະໝອງແສນສັບສົນ ໄປຕັດຂາດຈາກໂລກທີ່ແສນວຸ້ນວາຍຈັກ 3 ມື້ 2 ຄືນ ກໍ່ໜ້າຈະດີເດີ້ໆຈະບອກໃຫ້ ໄປໆໆ Let’s go!!!

(Tag ຫາຄົນຮັກ ຫຼື ໝູ່ສະໜິດມາເບິ່ງບົດຄວາມນີ້ ແລ້ວອອກເດີນທາງໄປປະະຈົນໄພ ໄປເຕີມພະລັງໃຫ້ຊີວິດນຳກັນ, ສະໜັບສະໜູນໃຫ້ທຸກຄົນອອກມາໃຊ້ຊີວິດ)

ທີ່ມາ: ວາລະສານ ຂວັນໃຈ

ຮຽບຮຽງ: ຊະນີIndy

ແບ່ງປັນ