Breaking News

ງາມຫຼາຍ! ປະເທດໄທ ກຽມສົ່ງ Miss Tiffany’s Universe 2019 ໄປປະກວດໃນເວທີສາວງາມຂ້າມເພດລະດັບໂລກ (ຂໍສະແດງຄວາມຍິນດີ)

ແບ່ງປັນ

ອັບເດດຂ່າວສານຈາກປະເທດເພື່ອນບ້ານກັນແດ່ ເຊື່ອວ່າແຟນໆຫຼາຍທ່ານຄົງໄດ້ຕິດຕາມ ແລະ ເປັນກຳລັງໃຈໃຫ້ອີກໜຶ່ງເວທີນາງງາມຈາກ ປະເທດໄທ ເພາະກຳລັງເປັນກະແສຮືຮາໃນໂລກອອນລາຍ ມີຄົນກົດໄລ້ ກົດແຊຣກັນແບບລົວໆ ເຊິ່ງຫຼ້າສຸດກໍໄດ້ມີການປະກາດຜົນກັນໄປແລ້ວວ່າ ສາວງາມຂ້າມເພດ (Transgender) ທີ່ສາມາດຄວ້າຕຳແໜ່ງ Miss Tiffany’s Universe 2019 ກໍຄື ທະໄທປຣິຍາ ເນື່ອງລີ (ເດຍ) 

ສຳລັບ ເດຍ ທະໄທປຣິຍາ Miss Tiffany’s Universe 2019 ອາຍຸ 22 ປີ ລວງສູງ 180 ຊັງຕີແມັດ ກຳລັງສຶກສາທີ່ ຄະນະສິລະປະສາດ ມະຫາວິທິຍາໄລ ສຸໂຂໄທທຳມະທິຣາດ (ປະເທດໄທ), ເດຍ ທະໄທປຣິຍາ ເປັນໜຶ່ງສາວງາມທີ່ເປັນດາວເດັ່ນໃນເວທີປະກວດ Miss Tiffany’s Universe 2019 ເລີຍກໍວ່າໄດ້,ນາງໂຊຄວາມສາມາດໄດ້ຖືກໃຈກຳມະການແລະ ບັນດາກອງເຊຍ ຈົນສາມາດຄວ້າລາງວັນມົງກຸດອັນຊົງກຽດໃນເວທີ Miss Tiffany’s Universe 2019 ໄປໄດ້ຢ່າງງົດງາມ ແລະ ຈະໄດ້ເປັນຕົວແທນຈາກປະເທດໄທ ໄປປະກວດໃນເວທີສາວງາມຂ້າມເພດລະດັບໂລກ Miss International Queen 2020 ອີກດ້ວຍ (ຂໍສະແດງຄວາມຍິນດີ)

(ສ່ວນຮອງອັນດັບກໍງົດງາມບໍ່ແພ້ກັນ ລອງມາເບິ່ງ)

ຮອງອັນດັບ 1 (1st Runner Up) ໄດ້ແກ່ໝາຍເລກ 25 ທັນຍາພາ ກັນໄພເພື່ອນ (ເນມ)

ຮອງອັນດັບ 2 (2nd Runner Up) ໄດ້ກ່ໝາຍເລກ 14 ພັດຊະຣາ ສີພັດທະນະກຸນ (ເຟີດ)

ງົດງາມຫຼາຍໆ ຢ່າງໃດກໍຂໍສະແດງຄວາມຍິນດີກັບສາວງາມທີ່ໄດ້ຕຳແໜ່ງທຸກໆຄົນ.

ຮູບພາບ: Miss Tiffany’s Universe

Storyteller: ຊະນີIndy 

ແບ່ງປັນ