Breaking News

ໝູ່ເພື່ອນລອງເຮັດ 5 ຂໍ້ຕໍ່ໄປນີ້ເລີຍ ແລ້ວເຈົ້່າຈະມີຄວາມສຸກໃນຊີວິດ ໂດຍທີ່ບໍ່ຕ້ອງເພິ່ງຄົນອື່ນ

ແບ່ງປັນ

ຖ້າຕອນນີ້ໝູ່ເພື່ອນຄົນໃດທີ່ກຳລັງທຸກ ເສົ້າ ບໍ່ມີຄວາມສຸກກັບຊີວິດ ຫຼື ບາງຄົນກໍມີຄວາມສຸກແລ້ວ ແຕ່ຍັງຮູ້ສຶກຂາດໆຫຍັງຈັກຢ່າງ, ດັ່ງນັ້ນໃນມື້ນີ້ເຮົາມີເຄັດບໍ່ລັບມາບອກເລົ່າ ເປັນວິທີເພີ່ມຄວາມສຸກ ສ້າງຄວາມສຸກໃຫ້ກັບຕົວເອງງ່າຍໆ ເຊິ່ງຮັບຮອງເລີຍວ່າຖ້າໝູ່ເພື່ອນຄົນໃດເຮັດໄດ້ຊີວິດກໍຈະມີຄວາມສຸກ ມີຊີວິດຊີວາຂຶ້ນເປັນກອງຮ້ອຍເລີຍເດີ້

  1. ຢ່າລືມເຮັດສິ່ງດີໆ ໃຫ້ກັບຕົວເອງໃນທຸກໆມື້

ເຄີຍສັງເກດຫຼືບໍ່ວ່າເວລາມີຄົນມາເຮັດດີກັັບເຮົາ ໝູ່ເພື່ອນກໍຈະມີຄວາມຮູ້ສຶກທີ່ດີ ມີຄວາມສຸກກັບສິ່ງເຫຼົ່ານັ້ນທີ່ພວກເຂົາເຮັດໃຫ້ ແຕ່!! ຈະລໍຖ້າໃຫ້ແຕ່ຄົນອື່ນມາເຮັດໃຫ້ເຮົາເລື້ອຍໆກໍຄົງຈະເປັນໄປບໍ່ໄດ້ ທາງທີ່ດີເຮົາເອງຕ້ອງມີຄວາມສຸກໃນແບບຂອງເຮົາ ຮູ້ຈັກເຮັດສິ່ງດີໆໃຫ້ຕົວເອງໃນທຸກໆມື້ ບໍ່ວ່າຈະເປັນການຊື້ຂອງຂວັນ ດອກໄມ້ ຫຼືໄປກິນຂອງກິນແຊບໆ ເປັນການໃຫ້ລາງວັນຕົວເອງ ຫຼືແມ້ແຕ່ການຍິ້ມໃຫ້ຕົວເອງໃນແວ່ນທຸກໆເຊົ້າ ຫຼືເວົ້າຊົມເຊີຍ ແລະ ໃຫ້ກຳລັງໃຈຕົວເອງໃຈທຸກໆເລື່ອງ ກໍຖືເປັນການສ້າງຄວາມສຸກໃຫ້ຕົວເອງແບບງ່າຍໆບໍ່ຕ້ອງໄປເພິ່ງໃຜ ເພາະຢ່າລືມວ່າບໍ່ມີໃຜຢູ່ກັບເຮົາໄປຕະຫຼອດໄປ ນອກຈາກຕົວເຮົາເອງເດີ້ທຸກໆຄົນ

2. ຮູ້ຈັກດ້ານດີທີ່ຕົວເອງມີ 

ເຄີຍເອົາຕົວເອງໄປປຽບທຽບກັບຄົນອື່ນແມ່ນບໍ່? ຍັງເຫັນໝູ່ເພື່ອນຫຼາຍຄົນມາປຶກສາ ແລະ ມັກເວົ້າປຽບທຽບຕົວເອງ ແລະ ຄົນອື່ນ ຍ້ອງຍໍວ່າຄົນອື່ນເກັ່ງກວ່າ ດີກວ່າ ໂດຍທີ່ບໍ່ໄດ້ເບິ່ງເຫັນຄຸນຄ່າໃນຕົວເອງເລີຍ (ໂນ ໂນ ໂນ) ແບບນີ້ບໍ່ໄດ້ເດີ້ເພື່ອນໆ ເຖິງແມ່ນວ່າເຮົາອາດຈະບໍ່ໄດ້ດີ ຫຼື ໂດດເດັ່ນຄືຄົນອື່ນ ແຕ່ນັ້ນບໍ່ໄດ້ໝາຍຄວາມວ່າເຮົາເອງບໍ່ດີ ບໍ່ມີຄ່າ ຫຼືດ້ອຍໜ້າຄົນອື່ນ ທາງທີ່ດີຄວນຮູ້ຈັກຕົວເອງ ເບິ່ງຫາສິ່ງທີ່ມັກ ຖະໜັດ ແລະປ່ຽນໄປໃນທາງທີ່ດີຂຶ້ນ ອາດຈະເອົາຄົນທີ່ເຮົາເຫັນວ່າເຂົາເກັ່ງມາເປັນກຳລັງໃຈທີ່ຈະສູ້ຕໍ່ຈະດີກວ່າ

3. ຄົ້ນຫາສິ່ງທີ່ຢາກເຮັດ ແລະ ຕາມລ່າຄວາມຝັນໃຫ້ສຳເລັດ

ທຸກມື້ນີ້ໄດ້ເຮັດສິ່ງທີ່ຕົວເອງມັກ ແລະ ຮັກທີ່ຈະເຮັດແລ້ວບໍ່? ບາງເທື່ອໝູ່ເພື່ອນບໍ່ຮູ້ສຶກມີຄວາມສຸກເທົ່າທີ່ຄວນ ຮູ້ສຶກບາງຢ່າງຂາດຫາຍ ນັ້ນ!! ອາດເປັນຍ້ອນເຈົ້າກຳລັງໃຊີວິດຢ່າງຂາດເປົ້າໝາຍ ຫຼື passion ກໍເປັນໄດ້, ດັ່ງນັ້ນລອງຄົ້ນຫາສິ່ງທີ່ຢາກເຮັດ ຕາມຄວາມຝັນຂອງຕົວເອງ ໂດຍອາດຈະເລືອກເຮັດໃນສິ່ງທີ່ເຮັດແລ້ວມີຄວາມສຸກ ຮູ້ສຶກມ່ວນໃນເວລາທີ່ໄດ້ເຮັດສິ່ງນັ້ນໆ ສາມາດເຮັດມັນໄດ້ແບບໄລຍະຍາວ ເຮັດແລ້ວມ່ວນຈົນລືມເວລາ ແລ້ວທີ່ສຳຄັນກໍຢ່າລຶມເຮັດສິ່ງຕ່າງໆນັ້ນໃຫ້ເປັນຈິງ

4. ໃຊ້ຊີວິດແບບ Healthy ຢ່າງມີ Life style

ຮູ້ຫຼືບໍ່ວ່າການມີ  Life style ທີ່ດີຈະຊ່ວຍໃຫ້ໝູ່ເພື່ອນມີຄວາມສຸກຂຶ້ນໄດ້ ແນະນຳເລີຍວ່າໃຫ້ໝູ່ເພື່ອນລຸກຂຶ້ນມາປ່ຽນແປງຕົວເອງໃໝ່ ຫັນມາໃຊ້ຊີວິດແບບ Healthy ຂຶ້ນ ຈາກທີ່ເຄີຍກິນແບບຕາມໃຈປາກ ມື້ພັກຈາກວຽກ-ຈາກຮຽນກໍນອນຢູ່ເທິງຕຽງໝົດມື້ ບໍ່ໄດ້ເບິ່ງແຍງຕົວເອງເທົ່າທີ່ຄວນ ກໍໃຫ້ຫັນປ່ຽນມາກິນອາຫານດີໆ ມີປະໂຫຍດ ພ້ອມອອກກຳລັງກາຍຢ່າງສະໝໍ່າສະເໝີ ເຮັດແບບນີ້ເຮົາກໍຈະເປັນຄົນທີ່ມີສຸຂະພາບດີ ແຖມເບິ່ງດູດີຂຶ້ນຈາກແຕ່ກ່ອນ ແລະ ເຮົາເອງກໍຈະມີກຳລັງໃຈ ສົ່ງຜົນໃຫ້ຮູ້ສຶກຮັກຕົວເອງ ແຖມມີຄວາມສຸກສຸດໆ

5. ຄິດບວກ ເບິ່ງໂລກໃນແງ່ດີສະເໝີ

ຂໍບອກເລີຍວ່າການປ່ຽນແນວຄວາມຄິດ ເພື່ອເພີ່ມລະດັບຄວາມສຸກໃຫ້ຕົວເອງແມ່ນໄດ້ຜົນຢ່າງແທ້ຈິງ ເຄີຍລອງສັງເກດບໍ່ວ່າຄົນໃດທີ່ຄິດລົບ ເບິ່ງທຸກຢ່າງໃນແງ່ຮ້າຍ ມັກຈົ່ມ ມັກຮ້າຍ ຄົນໆນັ້ນກໍມັກຈະເຮັດໜ້າບູດບຶ້ງ ແຖມຍັງເບິ່ງເປັນຄົນອົມທຸກ ບໍ່ມີຄວາມສຸກໃນຊີວິດ ຄົນແບບນີ້ໃຜໄດ້ຢູ່ໃກ້ກໍຈະເຮັດໃຫ້ຄົນອ້ອມຂ້າງຄຽດ ແລະ ບໍ່ມີຄວາມສຸກໄປນຳ, ດັ່ງນັ້ນ!! ຖ້າໝູ່ເພື່ອນບໍ່ຢາກເປັນຄົນທີ່ກ່າວມາດັ່ງຂ້າງເທິງ ພຽງແຕ່ປ່ຽນມຸມມອງ ຄິດໃນແງ່ດີໄວ້ກ່ອນ ເວລາໃດທີ່ພົບພໍ້ບັນຫາ ເຮັດໃຫ້ຮູ້ສຶກທໍ້ ເມື່ອຍ ກໍໃຫ້ຄິດວ່າເປັນບົດຮຽນທີ່ຈະເຮັດໃຫ້ເຮົາເຂັ້ມແຂງຂຶ້ນໃນອະນາຄົດ ພຽງເທົ່ານີ້ເຮົາກໍຈະສາມາດຜ່ານເລື່ອງຮ້າຍໆໄປໄດ້ດ້ວຍດີ ແລະ ພົບພໍ້ແຕ່ຄວາມສຸກນັ້ນເອງ

ເປັນແນວໃດກັນແດ່? ກັບວິທີຄົ້ນພົບຄວາມສຸກດ້ວຍຕົວເອງແບບງ່າຍໆ ແຕ່ລະວິທີໝູ່ເພື່ອນສາມາດລົງມືເຮັດຕາມນີ້ໄດ້ແບບບໍ່ຍາກເລີຍ ເພາະການທີ່ເຮົາຢາກພໍ້ຄວາມສຸກທີ່ແທ້ຈິງ ທຳອິດກໍຕ້ອງເລີ່ມຈາກການປ່ຽນແປງວິທີຄິດ ຮູ້ຈັກພໍໃຈໃນສິ່ງທີ່ຕົວເອງມີ ເຮັດແຕ່ສິ່ງທີ່ດີໃຫ້ກັບຕົວເອງ, ຖ້າເຮັດໄດ້ດັ່ງທີ່ກ່າວຮັບຮອງເລີຍວ່າຊີວິດຈະດີຂຶ້ນ ພົບພໍ້ແຕ່ສິ່ງດີໆ ໜ້າຕາສົດໃສດັ່ງຄົນພົບເຈິຄວາມສຸກທີ່ແທ້ຈິງ.

ທີ່ມາ: sistacafe.com

ຮຽບຮຽງ: ຊະນີIndy

ແບ່ງປັນ