Breaking News

ແມ່ຍິງລາວເກັ່ງຫຼາຍ! ຊົມເຊີຍນາງງາມລາວຄວ້າລາງວັນຈາກເວທີ “Miss Friendship International 2019” ທີ່ປະເທດຈີນ (ຂໍສະແດງຄວາມຍິນດີ)

ແບ່ງປັນ

ກຽມສົ່ງທ້າຍເດືອນ ກໍລະກົດ ຕ້ອນຮັບເດືອນ ສິງຫາ 2019 ກໍມີຂ່າວສານມາຝາກພໍ່ແມ່ພີ່ນ້ອງຊາວລາວ ຫຼ້າສຸດມີເລື່ອງລາວມາເຮັດໃຫ້ຫົວໃຈຕື່ນເຕັ້ນ ແລະຍິ້ມກັບເລື່ອງລາວດີໆທີ່ກໍາລັງຈະບອກຕໍ່ໃຫ້ແຟນໆໄດ້ຮູ້ວ່າ  ໄຜ່ທິດາ ໂພທິສານ (ຕຸຕູ່) Miss Friendship Laos 2019  ສາມາດຄວ້າລາງວັນ ນາງສາວ ຮູບຮ່າງດີ (The Best Figure) ຈາກເວທີ Miss Friendship International 2019 ຈັດຂຶ້ນໃນ ສປ.ຈີນ ມາໄດ້ຢ່າງໜ້າຍິນດີ…

ເຊິ່ງກ່ອນໜ້ານີ້ກໍໄດ້ມີການລາຍງານໄປແລ້ວວ່າ ປະເທດລາວເຮົາໄດ້ສົ່ງ ຕຸຕູ່ ໄຜ່ທິດາ Miss Friendship Laos 2019 ໄປເປັນຕົວແທນສາວງາມຈາກປະເທດລາວໃນເວທີ Miss Friendship International 2019 ທີ່ ສປ. ຈີນ ແລະ ເນື່ອງຈາກສາວງາມຄົນນີ້ຂ້ອນຂ້າງມີຄວາມພ້ອມ 100% ແລະ ດັ່ງທີ່ຄາດການໄວ້ ບອກເລີຍວ່າບໍ່ເຮັດໃຫ້ຄົນລາວຜິດຫວັງ ເພາະນາງສາມາດຄວ້າລາງວັນມາຝາກຄົນລາວໄດ້ຢ່າງໜ້າຍິນດີິ  ຖືວ່າບໍ່ເຮັດໃຫ້ຄົນລາວເຮົາຜິດຫວັງ (ຊົມເຊີຍ! ເກັ່ງຫຼາຍໆ)

ຢ່າງໃດກໍຂໍສະແດງຄວາມຍິນດີກັບ ໄຜ່ທິດາ ໂພທິສານ (ຕຸຕູ່) Miss Friendship Laos 2019 ທີ່ສາມາດຄວ້າລາງວັນ ນາງສາວ ຮູບຮ່າງດີ (The Best Figure) ຈາກເວທີ Miss Friendship International 2019 ທີ່ຈັດຂຶ້ນໃນ ສປ.ຈີນ

#ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ  ??

Storyteller: ຊະນີIndy 

(ຂ່າວທີ່ກ່ຽວຂ້ອງກ່ອນໜ້າ)

ມີຄວາມຫວັງ! ປະເທດລາວສົ່ງ “ຊຸດປັກດິ້ງຫຼວງພຣະບາງ” ຫວັງຊິງລາງວັນຊຸດປະຈຳຊາດດີເດັ່ນໃນເວທີ Miss Friendship International 2019 ທີ່ຈີນ (ແຊຣໄປໃຫ້ໂລກຮູ້)

ແບ່ງປັນ