ນະຄອນຫຼວງວຽງຈັນ, ຕອນເຊົ້າຂອງ ວັນທີ 26 ກໍລະກົດ 2019 ໄດ້ມີພິທີໄຂ “ກອງປະຊຸມສ້າງແຮງຈູງໃຈ ໃນການດຳເນີນທຸລະກິດຂອງແມ່ຍິງລາວ ເພື່ອກ້າວໃຫ້ທັນຍຸກດິຈິຕອລ (Digital) ແລະ ບໍ່ຖິ້ມຜູ້ໃດໄວ້ຂ້າງຫຼັງ” ຈັດຂຶ້ນໂດຍ ສະມາຄົມນັກທຸລະກິດແມ່ຍິງລາວ ໃຫ້ກຽດເປັນປະທານໂດຍ ທ່ານ ນາງ ຈັນທະຈອນ ວົງໄຊ, ປະທານສະມາຄົມນັກທຸລະກິດແມ່ຍິງລາວ, ພ້ອມດ້ວຍແຂກກິດຕິມະສັກ, ຄະນະປະທານສະມາຄົມນັກທຸລະກິດແມ່ຍິງລາວ, ສະມາຊິກ ສທຍລ ,ບັນດາຜູ້ປະກອບການ ແລະ ສື່ມວນຊົນຫຼາຍຂະແໜງການກໍໄດ້ເຂົ້າຮ່ວມໃນງານນີ້ຢ່າງໜາແໝ້ນ.
ຈຸດປະສົງການຈັດກອງປະຊຸມ “ສ້າງແຮງຈູງໃຈໃນການດຳເນີນທຸລະກິດຂອງແມ່ຍິງລາວ ເພື່ອກ້າວໃຫ້ທັນຍຸກດິຈິຕອລ (Digital) ແລະ ບໍ່ຖິ້ມຜູ້ໃດໄວ້ຂ້າງຫຼັງ” ແມ່ນຖືເປັນກອງປະຊຸມຄັ້ງພິເສດ ແລະ ມີຄວາມໝາຍຄວາມສຳຄັນ ເພາະໄດ້ເປີດຂຶ້ນໃນທ່າມກາງທີ່ທົ່ວພັກ ທົ່ວລັດ ແລະ ສັງຄົມລາວກຳລັງພ້ອມກັນຈັດຕັ້ງປະຕິບັດແນວທາງນະໂຍບາຍເສດຖະກິດໃໝ່ ໂດຍສະເພາະການນຳໃຊ້ເຕັກໂນໂລຊີ ດີຈິຕອສ ໃນຍຸກອຸສາຫະກຳ 4.0, ດັ່ງນັ້ນ ກອງປະຊຸມໃນຄັ້ງນີ້ ຖືເປັນຄັ້ງທຳອິດທີ່ທາງ ສະມາຄົມນັກທຸລະກິດແມ່ຍິງລາວ ໄດ້ເຊີນບັນດາຄະນະ ແລະ ສະມາຊິກ ສທຍລ ແລະ ຜູ້ປະກອບການແມ່ຍິງຈາກໃນຂອບເຂດທົ່ວປະເທດເຂົ້າຮ່ວມ ມີການຮຽນເຊີນການນຳທີ່ເປັນເພດຍິງຈາກບັນດາກະຊວງ, ອົງການຂອງບັນດາພາກລັດເຂົ້າມາຮ່ວມຮັບຟັງ ຜົນງານການເຄື່ອນໄຫວຂອງຄະນະ ໃນການຂະຫຍາຍ ແລະ ພັດທະນາທຸລະກິດ ພ້ອມທັງການຮ່ວມມືເຂົ້າໃນການຊ່ວຍເຫຼືອສັງຄົມໃນໄລຍະ 6 ເດືອນຂອງຕົ້ນປີ 2019 ທີ່ຜ່ານມາ
ພາຍໃນກອງປະຊຸມໄດ້ມີການສຳມະນາໃນຫຼາກຫຼາຍຫົວຂໍ້ເຊັ່ນ: ພາກເຊົ້າໄດ້ມີການສຳມະນາກ່ຽວກັບການແລກປ່ຽນບົດຮຽນເຊິ່ງກັນແລະກັນກ່ຽວກັບການກະກຽມເພື່ອຮອງຮັບການປ່ຽນແປງໃນການດຳເນີນທຸລະກິດຕາມຍຸກ 4,0 ຈາກບັນດາຫົວໜ່ວຍ Start up ກໍຄືນັກທຸລະກິດໜຸ່ມນ້ອຍທີ່ມີຫົວທັນສະໄໝ ສາມາດນຳເຕັກໂນໂລຊີມານຳໃຊ້ໃນທຸລະກິດ, ໃນຕອນບ່າຍມີການຮັບຟັງການສົນທະນາຈາກຜູ້ມີປະສົບການ ແລະ ປະສົບຜົນສຳເລັດໃນດ້ານຂອງທຸລະກິດເຊິ່ງມີ 3 ຫົວຂໍ້ໃຫ່ຍດັ່ງນີ້:
- ການແກ້ໄຂວິກິດການໃນການດຳເນີນທຸລະກິດ ຈາກ ທ່ານ ກິດສະໝາ ວົງໄຊ ປະທານຜູ້ບໍລິຫານບໍລິສັດເບຍລາວ
- ການສ້າງແຮງຈູງໃຈໃນການດຳເນີນທຸລະກິດຂອງແມ່ຍິງ ຈາກ ທ່ານ ນາງ ປານິຕາ ເທບການຈະນາ ຮອງປະທານ (AWEN)
- ການເຂົ້າຫາແຫຼ່ງທຶນ ຈາກ ທ່ານ ພູໂຂງ ຈັນທະຈັກ ປະທານສະມາຄົມທະນາຄານລາວ ທັງເປັນຜູ້ອຳນວຍການທະນາຄານການຕ່າງປະເທດລາວມະຫາຊົນ
ແລະ ນອກຈາກນັ້ນບັນດາແຂກທີ່ຮ່ວມງານຍັງໄດ້ຮັບຟັງການໃຫ້ກຽດໂອ້ລົມ ຂອງ ພະນະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ອີກດ້ວຍ.
ສຳລັບ ສະມາຄົມນັກທຸລະກິດແມ່ຍິງລາວ ເປັນອົງກອນທີ່ບໍ່ຫວັງຜົນກຳໄລ ມີຈຸດປະສົງໃນການສ້າງຕັ້ງກໍຄືເພື່ອສືບຕໍ່ຊຸກຍູ້ ສົ່ງເສີມ ເອື້ອອຳນວຍຄວາມສະດວກໃຫ້ສະມາຊິກ ແລະ ຜູ້ປະກອບການແມ່ຍິງລາວທັງໝົດໃນຂອບເຂດທົ່ວປະເທດ ເພື່ອໃຫ້ໄດ້ດຳເນີນທຸລະກິດຢ່າງສະດວກ ແລະ ງ່າຍຂຶ້ນ, ບົນພື້ນຖານແນວທາງນະໂຍບາຍຂອງພັກລັດ ແລະ ລະບຽບກົດໝາຍຂອງລັດ.
(ຂ່າວທີ່ກ່ຽວຂ້ອງກ່ອນໜ້າ)
(ແມ່ຍິງລາວເກັ່ງຫຼາຍ) ຊົມເຊີຍ! ນັກທຸລະກິດແມ່ຍິງລາວໄດ້ຮັບລາງວັນດີເດັ່ນລະດັບອາຊຽນ #ແຊຣໄປໃຫ້ໂລກຮູ້