Breaking News

ອາຫານແລງມື້ນີ້ຂໍແນະນຳສູດ “ແກງເຫັດໃສ່ຜັກຂະ” ອາຫານພື້ນບ້ານທີ່ນິຍົມທີ່ສຸດຂອງຄົນລາວ (ເຫັນແລ້ວຫິວເຂົ້າວ່າບໍ່?)

ແບ່ງປັນ

ຄ້ອຍຄໍ່າແລງ ອາກາດດີໆ ຮູ້ສຶກຫິວເຂົ້າກັນແລ້ວບໍ່ແຟນໆ? “ແກງເຫັດລວມ” ຖືວ່າເປັນອາຫານພື້ນບ້ານ ທີ່ນິຍົມທີ່ສຸດຂອງລາວເຮົາ ເລີຍຢາກຈະມາແນະນຳວິທີເຮັດແກງເຫັດລວມແບບແຊບໆ ໃສ່ຜັກຂະຫອມໆ ກິ່ນຕຸ່ງໆ ແກງເທື່ອໜຶ່ງໄດ້ກິ່ນທົ່ວບ້ານ (555)  ມາໃຫ້ແຟນໆ ໄດ້ເຮັດກິນເອງຢູ່ບ້ານໄດ້ງ່າຍໆກັບຄອບຄົວ ບໍ່ຕ້ອງໄປເສຍເງິນຊື້ ແບບເຮັດເອງກິນເອງ ແຊບເອງ ມາ ມາ ມາໆ ລອງມາເບິ່ງສ່ວນປະກອບກັນເບິ່ງເນາະ…

ສ່ວນປະກອບ:
1. ເຫັດ ບໍ່ວ່າຈະເປັນເຫັດນາງລົມ, ເຫັດເຂັມ, ເຫັດເຟືອງ ຫຼື ເຫັດຫູໜູ ມັກເຫັດຫຍັງໃສ່ເຂົ້າໄປໂລດແຟນໆ ບໍ່ຈຳກັດເດີ້
2. ຜັກຂະ
3. ຫົວຜັກບົ່ວແດງ

4. ຫົວສີໄຄ
5. ໝາກເຜັດ
6. ປາແດກດິບ ຫຼື ສຸກ
7. ເກືອ

8. ນໍ້າໄບຢານາງ

9. ເຂົ້າເບືອ

ວິທີປຸງແຕ່ງ:
– ສ້ອມເຫັດ ແລະ ຜັກຂະ ໃຫ້ຮຽບຮ້ອຍແລ້ວລ້າງນໍ້າໃຫ້ສະອາດ ຈາກນັ້ນກໍເອົານໍ້າໄບຢານາງ  ນຳເຂົ້າເບືອໃສ່ໝໍ້ຄ້າງໄຟແຮງໆພໍໃຫ້ນໍ້າຟົດ ຕໍ່ຈາກນັ້ນຕຳໝາກເຜັດ ຫົວຜັກບົ່ວແດງ ແລະ ຫົວສີໄຄລົງໃສ່ ຕາມດ້ວຍເຫັດທີ່ເຮົາໄດ້ກຽມນັ້ນ, ຈາກນັ້ນກໍຄົນທຸກຢ່າງໃຫ້ເຂົ້າກັນແລ້ວປຸງລົດຊາດດ້ວຍນໍ້າປາແດກ ແລະ ເກືອ ຕາມລົດຊາດທີ່ມັກ ຫຼື ຈະເພີ່ມຄວາມຫວານ ແລະ ສີສັນດ້ວຍການໃສ່ໝາກອຶກໍໄດ້ເດີ້ແຟນໆ, ພໍເຫັດສຸກກໍເອົາຜັກຂະລົງຄົນໃຫ້ເຂົ້າກັນ ຈົນໃຫ້ສີຜັກເປັນສີດຽວກັນ ແລະ ຊີມລົດຊາດຕາມໃຈມັກ ພຽງເທົ່ານີ້ ເຮົາກໍຕັກໃສ່ຖ້ວຍພ້ອມເສີບ, ຖ້າຢາກໄດ້ລົດຊາດທີ່ນົວຂຶ້ນອີກກໍສາມາດເອົາປາແຫ້ງ ຫຼື ຊີ້ນສັດໃສ່ຕື່ມໄດ້ເພື່ອຈະຊ່ວຍເພີ່ມລົດຊາດໃຫ້ເຂັ້ມຂຸ້ນຂຶ້ນ.

ເປັນແນວໃດແຟນໆ ເຫັນແລ້ວຮູ້ສຶກຫິວຂຶ້ນມາທັນທີແມ່ນບໍ່ ແກງເຫັດ ນໍ້າຢານາງຂຸ້ນໆ ໃສ່ຜັກຂະຫອມໆ ກິນກັບເຂົ້າໜຽວ ຫຼື ເຂົ້າຈ້າວ ກໍແຊບໄປອີກ ກິນພ້ອມກັນກັບຄົນໃນຄອບຄົວ ເພີ່ມຄວາມສຸກໃຫ້ຊີວິດໄດ້ອີກນຳເດີ້ແຟນໆ, ຖ້າມັກກໍລອງນຳໄປເຮັດເບິ່ງເນາະ ບໍ່ຫວງສູດເດີ້.

ຫຼື ຖ້າແຟນໆຂີ້ຄ້ານທີ່ຈະລົງມືເຮັດເອງ ແນະນຳເລີຍເດີ້ທີ່ຮ້ານ Le Padaek ເພິ່ນກໍມີເມນູອາຫານລາວແຊບໆໄວ້ລໍຖ້າໃຫ້ແຟນໆໄດ້ໄປລອງຊິມ ແຖມບັນຍາກາດກໍຂໍບອກວ່າສຸດເລີດ  ເອົາເປັນວ່າລອງໄປເອງໂລດເດີ້, ແຟນໆສາມາດໂທໄປຈອງໂຕະລ່ວງໜ້າໄດ້ທີ່ເບີ 030 55 57 766 ຫຼື ສາມາດເຂົ້າໄປຕິດຕາມທີ່ FB/Le Padaek

ຮູບພາບຈາກ: Le Padaek

Storyteller: ຊະນີIndy 

ແບ່ງປັນ