Breaking News

ເປີດໂປຟາຍ! “ແມ່ຊີ ຢຸ້ຍ ສັນທະນີ” ຈາກນາງງາມເວທີດັງສູ່ການ “ບວດຊີ” ເພື່ອຫັນໜ້າເຂົ້າຫາທຳມະ (ຂໍອະນຸໂມທະນາສາທຸ)

ແບ່ງປັນ

ເປັນກະແສຮ້ອນແຮງທົ່ວໂລກອອນລາຍ ແຟນໆໃຫ້ຄວາມສົນໃຈ ຫຼັງມີຮູບພາບຂອງ ຢຸ້ຍ ສັນທະ​ນີ Miss Supranational Laos 2018 (ແມ່ຊີຢຸ້ຍ) ແຖຫົວເພື່ອບວດຊີ, ດັ່ງນັ້ນ!! ໃນມື້ນີ້ເຮົາຈະມາເປີດໂປຟາຍເພື່ອຮູ້ຈັກກັບ ແມ່ຊີຢຸ້ຍ ໃຫ້ແຟນໆໄດ້ຮູ້ວ່າແມ່ຊີຢູ້ຍຄົນນີ້ແມ່ນໃຜ?

ສັນທະນີ ໄຊມະນີວັນ (ຫຼື ແມ່ຊີຢຸ້ຍ) ອາຍຸ 25 ປີ ຈາກອະດີດສາວການບິນ (Air-hostess) ສູ່ການກ້າວເຂົ້າມາເປັນນາງງາມ ໄດ້ຮັບຕຳແໜ່ງຮອງອັນດັບ 1 ມິສລາວເວີ 2018 (Miss Laos World 2018) ພ້ອມຖືກແຕ່ງຕັ້ງຈາກກອງປະກວດໃຫ້ໄດ້ຮັບຕຳແໜ່ງ  Miss Supranational Laos 2018 ແລະ ໄດ້ເດີນທາງໄປແຂ່ງຂັນໃນເວທີ Miss Supranational 2018 ທີ່ປະເທດໂປແລນ ພ້ອມທັງສ້າງປະຫວັດສາດໜ້າໃໝ່ໃຫ້ວົງການນາງງາມລາວ ໂດຍການຄວ້າ “ລາງວັນຊຸດປະຈຳຊາດດີິເດັ່ນ” ມາຝາກຄົນລາວ ຈົນເປັນກະແສດັງ ໄດ້ຮັບສຽງຊື່ນຊົມ ແລະ ເປັນທີ່ຍອມຮັບເຖິງຄວາມສາມາດຂອງແມ່ຍິງລາວຈາກຄົນທົ່ວໂລກໃນເວລານັ້ນ

ຢຸ້ຍ ສັນທະນີ ໄດ້ອຳລາຈາກວົງການສາວແອ ເຖິງຫຼາຍຄົນອາດຈະບອກເປັນສຽງດຽວກັນວ່າ…ຊ່າງໜ້າເສຍດາຍກັບອາຊີບສາວແອຂອງນາງ ແຕ່ ຢຸ້ຍ ກໍ່ໄດ້ໃຫ້ເຫດຜົນມາແລ້ວວ່າ ເຖິງຈະເປັນອາຊີບໃນຝັນຂອງຕົນ ແລະ ສາວໆຫຼາຍໆຄົນ ແຕ່ສຳລັບນາງແລ້ວ ເມື່ອໄດ້ເຮັດ ໄດ້ລອງ ໃນສິ່ງທີ່ຢາກເຮັດໃນຊ່ວງເວລານັ້ນສຳເລັດແລ້ວ ນາງກໍ່ບໍ່ຢຸດທີ່ຈະພັດທະນາຕົວເອງ ໂດຍຄວາມຝັນອີກຢ່າງໜຶ່ງຂອງເພິ່ນກໍ່ຄືຢາກເຮັດວຽກໃນວົງການບັນເທິງ ແລະ ກໍ່ຖືວ່ານາງໄດ້ກ້າວເຂົ້າມາສູ່ວົງການບັນເທີງຢ່າງເຕັມຕົວ ຢຸ້ຍ ສັນທະນີ ຜ່ານວຽກໃນວົງການບັນເທີງມາແລ້ວທັງເປັນນາງງາມ/ນາງແບບ/ພີເຊັນເຕີ້ແບຣນເຄື່ອງສຳອາງດັງ ແລະ ອີກໜື່ງວຽກທີ່ ຢຸ້ຍ ມັກ ແລະ ຮັກທີ່ຈະເຮັດກໍຄືເປັນຄູເຝິກສອນບຸກຂະລິກກະພາບ ແລະ ການສະແດງ ອີກນຳເດີ້.

ແລະ ໃນວັນທີ 24 ກໍລະກົດ 2019 ທີ່ຜ່ານມາ ກໍເປັນຂ່າວດັງ ເມື່ອມີຮູບພາບ ຢຸ້ຍ ສັນທະ​ນີ Miss Supranational Laos 2018(ແມ່ຊີຢຸ້ຍ) ແຖຫົວເພື່ອບວດຊີ ຫວັງສຶກສາໃນທຳມະ ເປັນເວລາເດືອນກວ່າ (40ວັນ), ຂໍອະນຸໂມທະນາສາທຸ

#ຂໍອະນຸໂມທະນາສາທຸແລະເປັນກຳລັງໃຈໃຫ້ແມ່ຊີຢຸ້ຍ

(ຂໍຂອບໃຈຮູບພາບ)

Storyteller: ຊະນີIndy 

(ຂ່າວທີ່ກ່ຽວຂ້ອງກ່ອນໜ້າ)

ກະແສຮ້ອນແຮງ! ນາງງາມລາວເວທີດັງ ຫັນໜ້າເຂົ້າຫາພຣະທຳ “ບວດຊີ” ແບບບໍ່ມີກຳນົດສິກ (ຂໍອະນຸໂມທະນາສາທຸ) 

ແບ່ງປັນ