Breaking News

ກະແສຮ້ອນແຮງ! ນາງງາມລາວເວທີດັງ ຫັນໜ້າເຂົ້າຫາພຣະທຳ “ບວດຊີ” ແບບບໍ່ມີກຳນົດສິກ (ຂໍອະນຸໂມທະນາສາທຸ) 

ແບ່ງປັນ

ເປັນກະແສຮ້ອນແຮງທົ່ວໂລກອອນລາຍ ແຟນໆໃຫ້ຄວາມສົນໃຈ ຫຼັງມີຮູບພາບຂອງ ຢຸ້ຍ ສັນທະ​ນີ Miss Supranational Laos 2018 ແຖຫົວເພື່ອບວດຊີ ຖືສິນ 8 ແບບບໍ່ມີກຳນົດສິກ

ເຊິ່ງກ່ອນໜ້ານີ້ ເທົ່າທີ່ບັນດາແຟນໆຮູ້ດີແລ້ວ່າ ຢຸ້ຍ ສັນທະ​ນີ Miss Supranational Laos 2018 ຫຼື ແມ່ຊີຢຸ້ຍ ເປັນຄົນມັກເຮັດບຸນ ໄຝ່ໃນທຳມະ ຈົນໄດ້ລາງວັນ ກິດຕິມະສັກສົ່ງເສີມພະພຸດທະສາສະໜາ ຈາກສະຖາບັນ Bodhisastra University (ມະຫາວິທະຍາໄລໂພທິສານ) ສະຫະລັດອາເມລິກາ

ແລະ ມາມື້ນີ້ ແມ່ຊີຢຸ້ຍ ກໍໄດ້ລະທາງໂລກ ເຂົ້າສູ່ທາງທໍາເພື່ອສຶກສາພຸດທະສາສະໜາ ຖືໄດ້ວ່າງາມທັງຮູບກາຍທາງນອກ ແລະ ຈິດໃຈພາຍໃນແທ້ໆ (ຂໍອະນຸໂມທະນາສາທຸ)

ຂໍອະນຸໂມທະນາສາທຸ ແລະ ເປັນກຳລັງໃຈໃຫ້ ແມ່ຊີຢຸ້ຍ

(ຂໍຂອບໃຈຮູບພາບ)

Storyteller: ຊະນີIndy 

ແບ່ງປັນ