Breaking News

ເອັມວີເພງ ມ 7 ອ້າຍ ຕີ໋ ອຸດາໄລ ໄດ້ຮັບຜົນຕອບຮັບດີທີ່ສຸດ ທະລຸ 2 ແສນກວ່າວິວ

ແບ່ງປັນ

ເພງໃໝ່ “ມ 7 ” ຂອງອ້າຍຕີ ອຸດາໄລ ໄດ້ປ່ອຍອອກອາກາດ ທາງວິທະຍຸ ແລະ ຢູທູບ ໃນໄລຍະໜຶ່ງ ຕອນທີ່ນ້ອງໆ ມ 7  ເສັງຈົບ ແຕ່ບໍ່ຮອດເດືອນ ອ້າຍຕີ ເພິ່ນກໍໄດ້ປ່ອຍ ເອັມວີເພງ ແບບນ່າຮັກໆ  ມາແບບເຕັມໆໃຫ້ເຮົາທຸກໆຄົນໄດ້ເບິ່ງ ແລະ ຕິດຕາມ,  ແອັດຟັງແລ້ວ ກໍຈົນຮູ້ສຶກຄິດຮອດຕົນເອງຕອນ ມ 7 ເລີຍ 555 (ເວົ້າປານເຄີຍຮຽນ ມ 7  )  ແລະ ເຊື່ອວ່າຫຼາຍຄົນທີ່ໄດ້ຟັງ ແລະ ເບິ່ງກໍຄືຈະເປັນຄືກັບແອດ ແມ່ນບໍ່? ຟັງໄປຍິ້ມໄປ ຂົນໜາວລຸກໄປນຳ ແລະ ກໍຄິດຮອດຕົນເອງຕອນຢູ່ ຮຽນຢູ່ ມັດທະຍົມ ແມ່ນບໍ່.

ແລະມາຮອດມື້ນີ້ ວັນທີ 12 ສິງຫາ 2019, ເອັມວີເພງ ມໍ7 ຂອງອ້າຍຕີ ອຸດາໄລ ມີຍອດວິວທະລຸ 217,700 ຄັ້ງແລ້ວ; ເຊິ່ງຖືວ່າ ກໍໄດ້ຮັບຜົນຕອບຮັບດີສຸດຍອດ ແລະ  ມີຫຼາຍໆຄົນໄດ້ໃຫ້ຄວາມຄິດເຫັນຍ້ອງຍໍ ຊົມເຊີຍໃນຜົນງານເພງນີ້ອ້າຍຕີ ຢ່າງຫຼວງຫຼາຍ ແລະ ກໍຍັັງດັງໄປເຖິງປະເທດ ໄທ ແລະ ກຳປູເຈຍນຳອີກ.

ເຊິ່ງ ເອັມວີນີ້ ໄດ້ມີນັກສະແດງຄົນດັງໃນວົງການຫຼາຍຄົນທັງເຈ້ຍ ແຂ້ວແຫ້ງ, ສັກ ວົງເຊວ ,ເທິ ຢູນາ ,ຢຸ້ຍ, ໂບ ພິຈິກາ, ຈິດ ພຣີ້ນເຊສ, ນ້ອງ ຮັນນ່າ ແລະ ຄົນອື່ນໆອີກ.

ເຮົາຄົນລາວ ຄວນສົ່ງເສີມ ແລະ ຟັງເພງລາວດ້ວຍກັນ ເພື່ອສະໜັບສະໜູນນັກສິລະປິນລາວເຮົາເອງໄດ້ ຜະລິດເພງ ແລະ ຄວາມບັນເທີງມ່ວນໆມາໃຫ້ເຮົາໄດ້ຕິດຕາມເລື້ອຍໆ.

ໄປຊົມ ແລະ ຟັງເພງນ່າຮັກໆ ຢ້ອນອະດີດ ຄິດເຖິງຄວາມຫຼັງ ກັບເພງອ້າຍ ຕິ ອຸດາໄລນຳກັນເລີຍ….

ແບ່ງປັນ