Breaking News

Sack Cell ນັກຮ້ອງສາຍບຸນ!!! ງານເພື່ອສັງຄົມຢູ່ໃສບໍ່ເຄີຍພາດ….

ແບ່ງປັນ

ເມື່ອເວົ້າເຖິງ Sack Cell  ເຊື່ອວ່າຫຼາຍໆຄົນຄົງຮູ້ຈັກກັນດີ ເພາະຊື່ສຽງຂອງອ້າຍເພິ່ນນັ້ນ ໂດ່ງດັງຕັ້ງແຕ່ອາດີດ ຈົນເຖິງປັດຈຸບັນ ໃນຖານະນັກຮ້ອງນໍາວົງເຊວ ທີ່ເປັນທີ່ກຣີດກຣາດຂອງສາວໆຍຸກກ່ອນ (ຕອນທີ່ອ້າຍເພິ່ນັຍງໂສດ) ແລະ ປັດຈຸບັນເຖິງວ່າຈະບໍ່ຄ່ອຍໄດ້ເຫັນຜົນງານຂອງວົງເຊວອອກມາໃຫ້ແຟນໆໄດ້ຮັບຊົມແລ້ວ ແຕ່ອ້າຍສັກກໍຍັງຄົງຢູ່ໃນແວດວົງບັນເທິງບໍ່ໜີໄປໃສ, ເຊິ່ງເຮົາຈະເຫັນໄດ້ວ່າ ອ້າຍເພິ່ນຍັງໄປຮ່ວມແຕ່ງເພງ, ຮ້ອງເພງກັບນັກຮ້ອງດັງຄົນອື່ນໆຢູ່ເປັນປະຈໍາ ແລະ ຫຼ້າສຸດກໍມີຜົນງານຮ່ວມໃນເພງ ມ7 ຂອງອ້າຍຕີ໋ ອຸດາໄລ ນໍາອີກໃດ໋!!! ນອກຈາກນັ້ນກໍຍັງພົບເຫັນອ້າຍເພິ່ນເປັນປະຈໍາໃນວົງການຮູບເງົາ, ງານພົບປະຄົນບັນເທິງຕ່າງໆ ແລະ ທີ່ສໍາຄັນອ້າຍສັກເພິ່ນຍັງມີສາຍາເປັນນັກຮ້ອງສາຍບຸນ ຊ່ວຍເຫຼືອສັງຄົມອີກດ້ວຍ! ຖ້າເປັນງານທີ່ກ່ຽວຂ້ອງກັບການຊ່ວຍເຫຼືອສັງຄົມແລ້ວ ຕ້ອງເຫັນໜ້າອ້າຍເພິ່ນຢ່າງແນ່ນອນ…

ແລະ ຫຼ້າສຸດກໍພົບອ້າຍເພິ່ນທີ່ບູ໊ດລົງທະບຽນງານ Run for Her ທີ່ທາງວາລະສານຂວັນໃຈ ຮ່ວມກັບມາຄົມນັກທຸລະກິດແມ່ຍິງລາວ ແລະ ສະມາຄົມແລ່ນ-ລານແຫ່ງຊາດລາວ ຮ່ວມກັນຈັດຂຶ້ນ ເພື່ອລົນນະລົງຕໍ່ຕ້ານໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ພ້ອມທັງເປັນການແລ່ນເພື່ອສະເຫຼີມສະຫຼອງ 16 ວັນຕໍ່ຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງສາກົນ ທີ່ຈະຈັດຂຶ້ນໃນວັນທີ 10 ຕຸລາ 2019 ນີ້. ກໍບໍ່ລໍຊ້າທີ່ຈະໄປສອບຖາມລາຍລະອຽດ ແລະ ກໍໄດ້ຄໍາຕອບຄື ອ້າຍສັກມາລົງທະບຽນແລ່ນຈ່າ! ເອີ້ນໄດ້ວ່າບໍ່ພາດຈັກງານເລີຍອີ່ຫຼີເນາະອ້າຍ!!!

ໃນນາມວາລະສານຂວັນໃຈເອງ ທີ່ເປັນສ່ວນໜຶ່ງໃນການຈັດງານ Run for Her ປີນີ້ ກໍຂໍຍົກໂປ້ງາມໆ ພ້ອມກັບຕົບມືຊົມເຊີຍແບບລົວໆໃຫ້ເລີຍຈ່າ ກັບຈິດໃຈອັນງົດງາມຂອງອ້າຍສັກ ແລະ ຂໍໃຫ້ຮັກສາມູນເຊື້ອຂອງການເປັນຄົນດີມີນໍ້າໃຈ ແລະ ເປັນທີ່ຮັກຂອງສັງຄົມຕະຫຼອດໄປເດີ່!!!

ສູດທ້າຍນີ້! ຢາກຈະຝາກເຖິງແຟນໆ ແລະ ທຸກໆຄົນບໍ່ວ່າຈະເປັນແມ່ຍິງເອງ ຫຼືຜູ້ຊາຍກໍດີ ຢາກຂໍເຊີນຊວນໃຫ້ມາຮ່ວມປະກາດຈຸດຢືນ ຢຸດການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ກັບໂຄງການ Run for Her ມາຮ່ວມກັນສ້າງໃຫ້ສັງຄົມເປັນຕາຢູ່ຂຶ້ນ. ເຊິ່ງເປີດໃຫ້ລົງທະບຽນແລ້ວ ແຕ່ມື້ນີ້ ຈົນຮອດ ວັນທີ 11 ຕຸລາ 2019! ຢ່າລືມມາຮ່ວມກັນຫຼາຍໆເດີ່!!!

ແບ່ງປັນ