Breaking News

ທ່ານຜູ້ອ່ານທີ່ໜ້າຮັກທັງຫຼາຍເຮົາໄປທ່ຽວນຳກັນເທາະ!!

ແບ່ງປັນ

ທ່ານຜູ້ອ່ານທີ່ໜ້າຮັກທັງຫຼາຍ ໃນໄລຍະອາກາດໜາວໆແນວນີ້ ທີມງານ ຂວັນໃຈ ຈະມາແນະນໍາສະຖານທີ່ທ່ອງທ່ຽວທາງພາກເໜືອ ໃຫ້ຜູ້ອ່ານທີ່ໜ້າຮັກທັງຫຼາຍໄດ້ໄປຊົມຄວາມງາມຂອງທະເລໝອກ, ໄປຂໍພອນ ແລະ ມື້ນີ້ຈະມາແນະນໍາສະຖານທີ່ທ່ອງທ່ຽວ ຢູ່ແຂວງຫຼວງນໍ້າທາ ນັ້ນກໍຄື: ພຣະທາດຫຼວງຊຽງຕຶງ ນັ້ນເອງ ໝຸ່ມໆສາວໆຫຼາຍທ່ານກໍອາດຈະເຄີຍໄປທ່ຽວມາແລ້ວເນາະ ແຕ່ທີມງານ ພວກເຮົາເຊື່ອວ່າ ເມື່ອໄດ້ໄປມາກໍຕ້ອງຢາກກັບໄປທ່ຽວອີກ ແຕ່ກ່ອນທີ່ຈະໄປຮູ້ຈັກ ພຣະທາດຫຼວງຊຽງຕຶງ ເຮົາໄປຮູ້ຈັກກັບເມືອງສິງກ່ອນເນາະ

ເມືອງສິງ ເປັນໜຶ່ງໃນຫ້າເມືອງຂອງແຂວງຫຼວງນໍ້າທາ, ເມືອງສິງຍັງມີສະຖານທີ່ທ່ອງທ່ຽວຫຼາຍແຫ່ງທີ່ໜ້າສົນໃຈ ແຕ່ສິ່ງທີ່ພົ້ນເດັ່ນກໍແມ່ນສະຖານທີ່ທ່ອງທ່ຽວທາງປະຫວັດສາດ ແລະ ວັດທະນະທໍາເຊິ່ງມີຫຼາຍກວ່າສິບແຫ່ງ, ເມືອງສິງເປັນເມືອງນ້ອຍໆທີ່ມີພື້ນທີ່ອັນອຸດົມສົມບູນທີ່ໂອບອ້ອມໄປດ້ວຍສາຍພູ ມີສາຍນໍ້າຍວນ ແລະ ນໍ້າມ່າທີ່ຄອຍຫຼໍ່ລ້ຽງ.ໃນອະດີດເຄີຍເປັນເມືອງອູ່ເຂົ້າອູ່ນໍ້າທີ່ສໍາຄັນ ເຖິງແມ່ນວ່າເມືອງສິງຈະປະກອບມີປະຊາຊົນຫຼາຍຊົນ­ເຜົ່າອາ­ໄສຢູ່ເປັນຕົ້ນແມ່ນ:ລື້, ຢ້າວ, ອາຄ່າ, ມົ້ງ, ໄທດຳແລະໄທເໜືອແຕ່ເຂົາ­ເຈົ້າສ່ວນໃຫຍ່ແມ່ນນັບ­ຖືສາ­ສະ­ໜາພຸດເຊິ່ງສະ­ແດງອອກໃນຄວາມສັດ­ທາທາງສາສະໜາຂອງປະຊາ­ຊົນ ໂດຍມີວັດວາອາຮາມລວມທັງໝົດຈຳ­ນວນ 23 ແຫ່ງ. ພ້ອມນັ້ນພຣະ­ທາດຊຽງຕຶງກໍປຽບສະເໝືອນພຣະ­ທາດຄູ່ບ້ານຄູ່ເມືອງຂອງຊາວເມືອງສິງ ເມື່ອຮູ້ຈັກກັບເມືອງສິງແລ້ວເຮົາໄປຮູ້ຈັກກັບ ພຣະທາດຫຼວງຊຽງຕຶງ ພ້ອມໆກັນເລີຍ.

ພຣະທາດຫຼວງຊຽງຕຶງຕັ້ງຢູ່ເທິງຈອມພູທາງທິດຕາເວັນຕົກສ່ຽງໃຕ້ຂອງເມືອງສິງ ຫ່າງຈາກເທສະບານແຂວງຫຼວງນໍ້າທາ 5 ກິໂລແມັດ ໂດຍມີເສັ້ນທາງຂຶ້ນໄປຮອດຕົວພຣະທາດສອງເສັ້ນທາງຄື: ທາງຍ່າງແມ່ນຂຶ້ນຂັ້ນໄດທີ່ມີຄວາມຍາວປະມານ 750 ແມັດ ແລະ ເສັ້ນທາງລົດໃຫຍ່ຂຶ້ນແມ່ນປູຢາງມີຄວາມຍາວປະມານ 1.000 ແມັດ. ພຣະທາດຫຼວງຊຽງຕຶງເປັນແຫຼ່ງທ່ອງທ່ຽວທາງປະຫວັດສາດ ແລະ ວັດທະນາທໍາ ທີ່ຖືກຮັບຮອງເອົາເປັນມໍລະດົກທາງວັດທະນະທໍາຂອງແຂວງຫຼວງນໍ້າທາມາຫຼາຍປີແລ້ວ ຍ້ອນເປັນພຣະທາດເກົ່າແກ່ ແລະ ເປັນສູນລວມຈິດໃຈຂອງຊາວເມືອງສິງມາແຕ່ບູຮານນະການ ພຣະທາດຊຽງຕຶງມີລັກສະນະເປັນເຈດີຖານແປດຫຼ່ຽມສູງ 10 ແມັດເປັນສະຖາປັດຕະຍາກໍາແບບລ້ານຊ້າງ ແລະ ລ້ານນາ. ໃນມື້ 15 ຄໍ່າເດືອນກໍາຂອງຊົນເຜົ່າລື້ ເຊິ່ງກົງກັບເດືອນຈຽງເພັງ ຫຼື ເດືອນ 12 ຂອງລາວໃນທຸກໆປີ ( ໄລຍະດຽວກັນກັບບຸນນະມັດສະການພຣະທາດຫຼວງວຽງຈັນ ) ແມ່ນຈະມີການຈັດງານບຸນນະມັດສະການພຣະທາດຫຼວງຊຽງຕຶງຂຶ້ນ ເພື່ອໃຫ້ປະຊາຊົນທ້ອງຖິ່ນໄດ້ມາສັກກະລະບູຊາ ແລະ ຮັກສາໄວ້ຮີດຄອງປະເພນີອັນດີງາມຂອງແຂວງກໍຄືຂອງຊາດໃຫ້ຄົງຢູ່ສືບໄປ.

ສໍາລັບທ່ານຜູ້ອ່ານທີ່ໜ້າຮັກທ່ານໃດ ທີ່ສົນໃຈຢາກໄປທ່ຽວທີ່ແຂວງຫຼວງນໍ້າທາ ຫຼື ໄປຂໍພອນຢູ່ພຣະທາດຊຽງຕຶງ ກໍສາມາດໄປໄດ້ ແລະ ມັນບໍ່ເປັນເລື່ອງຍາກແລ້ວ ເພາະປັດຈຸບັນນີ້ມີລົດໂດຍສານປະຈຳທາງອອກຈາກນະຄອນຫຼວງວຽງຈັນຫຼື ໃຊ້ບໍລິການຂອງສາຍການບິນລາວຖ້ຽວບິນຈາກວຽງຈັນ ຫາ ຫຼວງນ້ຳທາ, ຖ້າຫາກເດີນທາງທາງນ້ຳກໍມີເຮືອຈາກຫ້ວຍຊາຍ ເຊິ່ງຈະແລ່ນໄປຕາມລຳນ້ຳຂອງໄປຍັງຫຼວງນ້ຳທາ ແລະ ຂຶ້ນລົດອີກຕໍ່ໄປເມືອງສິງ.

ແບ່ງປັນ